spot_img
Homeຂ່າວຕ່າງປະເທດເມັກ​ຊິ​ໂກກວດ​ຄົ້ນ​ຄຸກ​ຈະລາຈົນ​ພົບ ຕູ້​ຊາວ​ນ່າ-ບາ ​

ເມັກ​ຊິ​ໂກກວດ​ຄົ້ນ​ຄຸກ​ຈະລາຈົນ​ພົບ ຕູ້​ຊາວ​ນ່າ-ບາ ​

Published on

ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກກ​ວດຄົ້ນ​ຄຸກ​ທີ່​ເກີດ​ເຫດ​ຈະລາຈົນ​ເຮັດ​ໃຫ້​ມີ​ນັກ​ໂທດ​ເສຍ​ຊີວິດ 49 ຄົນ​ເມື່ອ​ບໍ່​ເທົ່າ​ໃດວັນ​ຜ່ານ​ມາ ພົບ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ຫຼາຍ​ຢ່າງ​ຢູ່​ພາຍ​ໃນ.

​​ເມື່ອ​ອາທິດ​ທີ່​ຜ່ານ​ມາ ​ເກີດ​ເຫດ​ຈະລາຈົນ​ໃນ​ຄຸກ​ຈຳ​ໂຕ​ໂປ​ຊິ​ໂກທາ​ງ​ເໜືອ​ຂອງ​ເມືອງ​ມອນ​ເທີ​ເຣ​ໃນ​ລັດ​ມວຍ​ໂບ ​ເລ​ອອນ ​ໂດຍ​ເລີ່​ມຈາກ​ຄວາມ​ຂັດ​ແຍ່ງ​ຂອງ​ສອງ​ຫົວໜ້າ​ແກ້ງ​ຄ້າ​ຢາ​ບ້າ ​ເຊ​ຕັສ ຄື​ທ້າວ ອີ​ວານ ​ແອ​ມັນ​ເດ​ຊ ກັນ​ຕູ ຫຼື “​ເອລ​ເກຣ​ໂດ” ​ແລະ​ ທ້າວ ຮວນ ​ເປ​ໂດຣ ຊັລຕິ​ບາ ຟາ​ຣຽສ ຫຼື “​ແຊດ​-27” ຈົນ​ລຸກລາມ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 49 ຄົນ.

ດ້ານ​ສຳນັກງານ​ໄອ​ຍະ​ການ​ລັດ​ມວຍ​ໂບ ​ເລ​ອອນຂອງ​ເມັກ​ຊິ​ໂກ​ເຜີຍ​ວ່າ ຂະນະທີ່​ເຂົ້າ​ໄປ​ກວດ​ຄົ້ນ​ຄຸກ​ດັ່ງກ່າວ ພົບ​ຕຽງ​ຂະໜາດ​ໃຫຍ່, ​ໂທລະພາບຈໍ​ໃຫຍ່ ​ແລະ​ອ່າງ​ອາບ​ນໍ້າ​ສຸດ​ຫຼູໃນ​ຫ້ອງ​ຂັງ​ຂອງ​ທ້າວ ​ແອ​ນັນ​ເດຊ ທັງ​ຍັງ​ພົບ​​ແມ່ຍິງ​ຢູ່​ກັບ​ເຂົາ​ໃນ​ໄລຍະ​ເກີດ​ເຫດ ນອກຈາກ​ນີ້ ພາຍ​ໃນ​ຄຸກ ຍັງ​ພົບ “ຫ້ອງ​ຂັງ​ຫຼູ” ທີ່​ມີ​ເຄື່ອງ​ປັບ​ອາກາດ ຕູ້​ເຢັນ​ນ້ອຍ, ​ໂທລະພາບ​ດິຈິ​ຕອລ, ຕູ້​ປາ ​ແລະ​ຕູ້​ອົບ​ຊາວ​ນ່າ ຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ຢຶດ​ໄວ້​ທັງ​ໝົດ.

ຂະນະ​ທີ່​ພີ່​ນ້ອງ​ຂອງ​ນັກ​ໂທດ​ຫຼາຍ​ຄົນ ບອກ​ກົງກັນ​ວ່າ ນັກ​ໂທດ​ຕ້ອງ​ຈ່າຍ​ເງິນ​ແພງ​ເພື່ອ​ໃຫ້​ໄດ້​ນໍ້າ ​ແລະ​ອາຫານ​ທີ່​ດີ ​ເນື່ອງ​ຈາກ​ອາຫານ​ຂອງ​ຄຸກ​ຄຸນ​ນະພາ​ບຕໍ່າ​ຫຼາຍ.

ຂະນະທີ່​ເກີດ​ເຫດ​ຈະລາ​ຈົນ​ຄັ້ງ​ຫຼ້າ​ສຸດ ຄຸກ​ໂຕ​ໂປ​ຊິ​ໂກ​ມີ​ນັກ​ໂທດ​ລວມ 3.800 ຄົນ ​ເກີນ​ກວ່າ​ທີ່​ຮອງ​ຮັບ​ໄດ້ 35% ​ແລະ​ຍັງ​ເປັນ​ແຫຼ່ງລວມສະມາຊິກ​ແກ້​ຄ້າ​ຢາ​ຫຼາຍ​ຄົນ ລວ​ມ​ເຖິງ​ຜູ້ຕ້ອງ​ຫາ​ຄະດີ​ອາຍາ​ອື່ນໆ​ທີ່​ລໍຖ້າ​ການ​ໄຕ່​ສວນ, ດ້ານ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ​ເຜີຍ​ຫຼັງ​ເກີດ​ເຫດ​ຮຸ່ນ​ແຮງ​ວ່າ ​ໄດ້​ຍ້າຍ​ນັກ​ໂທດ 233 ຄົນ ຊຶ່ງ​ລວມ​ເຖິງຫົວໜ້າ​ແກ້ງ​ຄ້າ​ຢາ​ບ້າ​ຕົວ​ຕົ້ນ​ເຫດ​ສອງ​ຄົນ​ໄປ​ຍັງ​ຄຸກ​ອື່ນ​ແລ້ວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...