spot_img
Homeຂ່າວຕ່າງປະເທດສສ ຍີ່ປຸ່ນຍອມຮັບນອກໃຈເມຍ ຖະແຫລງລາອອກຈາກຕຳແໜ່ງ!

ສສ ຍີ່ປຸ່ນຍອມຮັບນອກໃຈເມຍ ຖະແຫລງລາອອກຈາກຕຳແໜ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກຸມພາຜ່ານມານີ້ວ່າ ທ່ານ ເຄນຊຶເກະ ມິຢາຊາກິ ສະມາຊິກສະພາຜູ້ແທນປະຊາຊົນ ພັກເສລີປະຊາທິປະໄຕ (LDP) ຂອງຍີ່ປຸ່ນ ໄດ້ກ່າວຖະແຫລງລາອອກຈາກຕຳແໜ່ງ ຫລັງຈາກທີ່ສື່ມວນຊົນຍີ່ປຸ່ນ ໄດ້ນຳສະເໜີຂ່າວວ່າ ທ່ານ ມິຢາຊາກິ ລັກລອບພົວພັນແບບຊູ້ສາວກັບນາງແບບຄົນໜຶ່ງ ກ່ອນທີ່ພັນລະຍາຂອງທ່ານເອງຈະເກີດລູກ ຊຶ່ງກ່ອນໜ້ານີ້ ທ່ານ ມິຢາຊາກິ ໄດ້ອອກມາເວົ້າວ່າ ຕົນເອງຕ້ອງການລາພັກວຽກ ເພື່ອເຮັດໜ້າທີ່ບິດາໃຫ້ແກ່ລູກຂອງຕົນ.

ພາຍຫລັງການນຳສະເໜີຂ່າວດັ່ງກ່າວ ທ່ານ ມິຢາຊາກິ ໄດ້ອອກມາຍອມຮັບວ່າ ຕົນເອງໄດ້ລັກລອບພົວພັນ ກັບນາງແບບສາວຕາມສື່ມວນຊົນກ່າວແທ້ຈິງ ເປັນເວລາ 3 ຄັ້ງ ໂດຍໄດ້ກ່າວຂໍໂທດ ແລະ ປະກາດລາອອກຈາກຕຳແໜ່ງ ສະມາຊິກສະພາຜູ້ແທນປະຊາຊົນຍີ່ປຸ່ນ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...