Homeຂ່າວພາຍ​ໃນໂຮງພິມແຫ່ງລັດນໍາໃຊ້ຈັກພິມ 4 ສີທີ່ທັນສະໄໝ

ໂຮງພິມແຫ່ງລັດນໍາໃຊ້ຈັກພິມ 4 ສີທີ່ທັນສະໄໝ

Published on

555

ເພື່ອເປັນການປັບປຸງການດຳເນີນທຸລະກິດດ້ານການພິມໃຫ້ໄດ້ຮັບຜົນດີ ແລະ ການຜະລິດດ້ານການພິມໃຫ້ຮັບປະກັນມີຄວາມວ່ອງ ໄວມີຄຸນນະພາບ ແລະ ຄວາມຈົບງາມ. ສະນັ້ນ ໃນຫວ່າງບໍ່ດົນມານີ້, ໂຮງພິມແຫ່ງລັດ ຊຶ່ງເປັນວິສາຫະກິດຂອງລັດທີ່ດຳ ເນີນທຸລະ ກິດດ້ານການພິມໄດ້ນຳເຄື່ອງຈັກພິມທີ່ມີຄວາມທັນສະໄໝ ຊຶ່ງເປັນເຕັກໂນໂລຊີໃໝ່ ຈາກປະເທດຍີ່ປຸ່ນຍີ່ຫໍ້ລີໂອບີ (RYOBI) ມານຳ ໃຊ້ຖືວ່າເປັນ ເຄື່ອງຈັກທີ່ມີປະສິດທິພາບສູງໃນດ້ານ ການພິມ ເປັນເຄື່ອງຈັກ 4 ສີ ຂະໜາດການພິມ 59 ຊມ x 78 ຊມ ມີຄວາມ ໄວສູງມີຄວາມສາມາດພິມໄດ້ 15.000 ໃບ/ຊົ່ວໂມງ, ຖືວ່າເປັນເຄື່ອງຈັກຂະໜາດໃຫຍ່ທີ່ທັນສະໄໝທີ່ສຸດ ຢູ່ປະເທດພວກ ເຮົາໃນໄລ ຍະນີ້.
ທ່ານ ໄມອ່ອນ ທຳມະວົງ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດໄດ້ໃຫ້ສຳພາດໃນວັນທີ 26 ມີນາ ວ່າ: ນັບແຕ່ ໄດ້ນຳ ເຄື່ອງຈັກພິມໃໝ່ເຂົ້າ ມາຮັບໃຊ້ວຽກງານການພິມ ເຫັນໄດ້ວ່າສາມາດແກ້ໄຂຄວາມ ຊັກຊ້າໃນຂອດບໍລິການການ ພິມໄດ້ເປັນຢ່າງດີ ຍ້ອນວ່າ ເຄື່ອງຈັກໃໝ່ນີ້ມີຄວາມໄວໃນ ການພິມ ແລະ ມີຄວາມລະອຽດ ແລະ ຄົມຊັດຂອງສິ່ງພິມ, ຕົວ ຢ່າງວ່າ ໃນໄລຍະທີ່ບໍ່ທັນມີ ເຄື່ອງຈັກໃໝ່ເຂົ້າມານັ້ນພວກ ເຮົາຈະໃຊ້ເວລາໃນການພິມ ວາລະສານໃນ 4-5 ວັນ ຈຶ່ງ ແລ້ວ ແລະ ຖ້າເປັນໜັງສືພິມ ລາຍວັນກໍຈະໃຊ້ເວລາຫຼາຍ ຊົ່ວໂມງ ແຕ່ປະຈຸບັນຂັ້ນຕອນ ນັ້ນໄດ້ໝົດໄປເຄື່ອງຈັກໃໝ່ ໄດ້ຫຍໍ້ເວລາການຜະລິດໃຫ້ ສັ້ນເຂົ້າເຊັ່ນ ການພິມໜັງສື ພິມໃຊ້ເວລາສັ້ນເຂົ້າ ແລະ ຄຸນ ນະພາບຂອງສິ່ງພິມນັ້ນກໍມີ ຄຸນນະພາບ ສີກໍແຈ້ງງາມ ແລະ ຄົມຊັດ. ທ່ານ ໄມອ່ອນ ທຳມະວົງ ຍັງໄດ້ກ່າວຕື່ມວ່າຈາກການນຳໃຊ້ເຄື່ອງຈັກໃໝ່ນີ້ເຂົ້າມາຮັບໃຊ້ວຽກງານການພິມຂອງໂຮງພິມແຫ່ງລັດແມ່ນ ການບຸກທະລຸ ໜຶ່ງຂອງໂຮງພິມ ພວກເຮົາກ້າວສູ່ຄວາມທັນສະ ໄໝ ແລະ ສ້າງຄວາມພໍໃຈໃຫ້ ກັບລູກຄ້າທີ່ມາໃຊ້ບໍລິການ.
ປະຈຸບັນນີ້ ພວກເຮົາສາມາດຢັ້ງຢືນໄດ້ວ່າພວກເຮົາມີຄວາມສາມາດບໍລິການຮັບພິມສິ່ງພິມປະເພດຕ່າງໆດ້ວຍຄວາມວ່ອງໄວ ຮັບປະ ກັນຄຸນນະພາບບໍ່ວ່າຈະເປັນທາງພາກລັດ ແລະ ເອກະຊົນພວກເຮົາມີຄວາມຍິນດີບໍລິການຮັບໃຊ້ທ່ານດ້ວຍລາຄາທີ່ຕໍ່ລອງ ກັນໄດ້.

 

ທີ່ມາ  http://www.pasaxon.org.la

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...