spot_img
Homeຂ່າວພາຍ​ໃນຫາລືກາລະໂອກາດ ແລະ ສິ່ງທ້າທາຍເຊື່ອມໂຍງເສດຖະກິດ

ຫາລືກາລະໂອກາດ ແລະ ສິ່ງທ້າທາຍເຊື່ອມໂຍງເສດຖະກິດ

Published on

   ໃນ​ວັນ​ທີ 11 ກຸມ­ພາ 2016 ທີ່ແຂວງ​ຫຼວງ​ພະ​ບາງໄດ້​ຈັດ​ກອງ​ປະ­ຊຸມສຳ​ມະ​ນາ​ໃນ​ຫົວ­ຂໍ້:“ກາ­ລະ​ໂອ­ກາດ ແລະ ສິ່ງ​ທ້າ​ທາຍ​ຈາກ​ການ​ເຊື່ອມ​ຈອດ​ພາກພື້ນ ແລະ​ ເຊື່ອມ​ໂຍງ​ເສດ­ຖະ­ກິດ” ຊຶ່ງ​ໄດ້ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ສູນ​ອາ​ຊຽນຍີ່­ປຸ່ນ​ພາຍ​ໃຕ້​ການ​ເປັນ​ປະ­ທານ​ຮ່ວມຂອງ​ທ່ານ ດຣ. ບົວ​ຄົງ ນາມ​ມະ​ວົງ, ຮອງເຈົ້າ­ແຂວງ​ຫຼວງ​ພະ​ບາງ ແລະ​ ທ່ານ ສົງການ ຫຼວງ​ມຸ­ນິນ​ທອນ, ຫົວ­ໜ້າ​ກົມ ເສດຖະ​ກິດ ກະ­ຊວງ​ການ​ຕ່າງ­ປະ­ເທດ ໂດຍມີ​ຄະ­ນະ​ຜູ້​ແທນ​ຈາກ​ສູນ​ກາງ ແລະ​ ແຂວງຫຼວງ​ພະ​ບາງ, ນັກ​ສຶກ​ສາລວມ​ທັງ​ບັນດາ​ນັກ­ທຸ­ລະ­ກິດ​ຈາກ​ແຂວງ​ຫຼວງ​ພະ​ບາງເຂົ້າ​ຮ່ວມ​ທັງ​ໝົດ 60 ຄົນ.

   ຈຸດ­ປະ­ສົງ​ຂອງ​ສຳ​ມະ​ນາ​ຄັ້ງ​ນີ້ ເພື່ອແນ­ໃສ່​ປຶກ­ສາ​ຫາ­ລື ແລະ​ແລກ­ປ່ຽນ​ຄຳຄິດ​ຄຳ​ເຫັນ​ບັນ­ຫາ​ຕ່າງໆ​ທີ່​ກ່ຽວ­ຂ້ອງ, ພ້ອມ​ທັງ​ການ​ເຜີຍ­ແຜ່​ຂໍ້​ມູນ ແລະ​ຄວາມ ຄືບ​ໜ້າ​ຂອບ​ການ​ຮ່ວມ​ມື​ຕ່າງໆ​ຂອງ ສປປ ລາວ ຕໍ່​ກັບ​ອະ­ນຸ​ພາກ​ພື້ນ, ພາກ​ພື້ນ ແລະ​ສາ­ກົນ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ກາ­ລະ​ໂອ­ກາດ ແລະ​ສິ່ງ ທ້າ​ທາຍ, ທັງ​ເປັນ​ການ​ລະ­ດົມ​ຄວາມ​ຄິດ ໃນ​ການ​ຮັບ​ມື, ການ​ແກ້​ໄຂ​ບັນ­ດາ​ສິ່ງ​ທ້າທາຍ​ທີ່​ເກີດ​ຂຶ້ນ​ໃນ​ປະ­ຈຸ​ບັນ ແລະ​ອາດ​ຈະເກີດ​ຂຶ້ນ​ໃນ​ອະ­ນາ­ຄົດ ແລະ​ເພື່ອ​ເປັນ​ແນວທາງ​ໃນ​ການ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ, ການ ປະ­ກອບ­ສ່ວນ​ທາງ​ດ້ານ​ພັນ­ທະ, ການ​ຍົກສູງ​ບົດ­ບາດ ແລະ​ຄວາມ​ເປັນ​ເຈົ້າ​ການໃນ​ການ​ເຊື່ອມ​ຈອດ​ດ້ານ​ພື້ນ­ຖານ​ໂຄງລ່າງ ແລະ​ການ​ເຊື່ອມ​ໂຍງ​ເສດ­ຖະ­ກິດ ພາກ​ພື້ນ ແລະ​ສາ­ກົນ ລວມ​ທັງ​ການ​ເປັນປະ­ທານ​ອາ​ຊຽນ​ຂອງ​ລາວ​ໃນ​ປີ​ນີ້.

ໃນ​ກອງ​ປະ­ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຍັງ ໄດ້​ຮັບ​ຟັງ​ການ​ຂຶ້ນ​ສະ­ເໜີ​ບົດ​ຕ່າງ​ທີ່ປິ່ນ​ອ້ອມ​ຫົວ­ຂໍ້​ສຳ​ມະ​ນາ​ເປັນ­ຕົ້ນ: ກາ­ລະ ໂອ­ກາດ ແລະ​ສິ່ງ​ທ້າ​ທາຍຈາກ​ການເຊື່ອມ​ໂຍງ​ເສດ­ຖະ­ກິດ​ກັບ​ພາກ​ພື້ນ ແລະ ສາ­ກົນ, ໂດຍ​ສະ­ເພາະບັນ­ດາ​ຂອບ​ການ ຮ່ວມ​ມື​ພາກ​ພື້ນ, ອະ­ນຸ​ພາກ​ພື້ນ ແລະ​ຂອບ ການ​ຮ່ວມ​ມື​ສາ­ກົນ​ທີ່​ລາວ​ເຂົ້າ​ຮ່ວມ​ເປັນຕົ້ນ​ກາ­ລະ​ໂອ­ກາດ ແລະ​ສິ່ງ​ທ້າ​ທາຍ ຈາກການ​ເຂົ້າ​ເປັນ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາຊຽນ​ພາຍ­ຫຼັງ​ປີ 2015 ແລະ​ການ​ເປັນປະ­ທານ​ອາ​ຊຽນ ໃນ​ປີ 2016; ການເຊື່ອມ​ຈອດ ໂດຍ​ເສັ້ນ­ທາງ​ລົດ­ໄຟ​ຂອງ ສປປ ລາວ ຕໍ່​ກັບ​ພາກ​ພື້ນ ແລະ​ການ​ພັດ ທະ​ນາ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ​ການພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ຂອງ​ແຂວງ ຫຼວງ​ພະ​ບາງ.

ພາຍ­ຫຼັງ​ຮັບ​ຟັງ​ການ​ຂຶ້ນ​ສະ­ເໜີ​ບົດຕ່າງໆ, ບັນ­ດາ​ນັກ​ສຳ​ມະ​ນາ​ກອນ ແລະ ນັກ​ວິ­ທະ­ຍາ­ກອນ​ໄດ້​ປຶກ­ສາ​ຫາ­ລື ແລະ ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ແນ­ໃສ່​ເພື່ອຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຍາດ​ແຍ່ງ​ຜົນ​ປະໂຫຍດ​ໃຫ້​ແກ່​ປະ­ເທດ​ເຮົາ ແລະ​ການ​ກະ ກຽມ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ຈະ​ເກີດຂຶ້ນ, ການ​ຊຸກ­ຍູ້​ໃຫ້​ທຸກ​ພາກ­ສ່ວນ​ເສດ​ຖະກິດ​ຕ່າງໆ​ມີ​ສ່ວນ​ຮ່ວມ ແລະ​ມີ​ຄວາມ​ຕື່ນຕົວ​ຫຼາຍ​ຂຶ້ນ ລວມ​ທັງ​ຍົກ​ສູງ​ຄວາມ​ອາດສາ­ມາດ​ຂອງ​ພາກ​ເສດ­ຖະ­ກິດ​ພາຍ​ໃນໃຫ້​ສາ­ມາດ​ແຂ່ງ­ຂັນ​ໄດ້​ໃນ​ການ​ເຊື່ອມໂຍງ​ເສດ­ຖະ­ກິດ.

ກອງ​ປະ­ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ໄດ້​ອັດລົງ​ດ້ວຍ​ຜົນ­ສຳ­ເລັດ​ອັນ​ຈົບ­ງາມ ແລະ​ບັນລຸ​ຕາມ​ຈຸດ­ປະ­ສົງ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...