spot_img
Homeຂ່າວພາຍ​ໃນລົງນາມສ້າງເຂື່ອນໃສລຳນໍ້າກຶມ-ນໍ້າໂສ້ ແຂວງຊຽງຂວາງ

ລົງນາມສ້າງເຂື່ອນໃສລຳນໍ້າກຶມ-ນໍ້າໂສ້ ແຂວງຊຽງຂວາງ

Published on

    ເພື່ອ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ຂອງ​ພັກ-ລັດ­ຖະ­ບານກໍ​ຄືການ​ຫັນ​ເອົາ​ປະ­ເທດເປັນ​ປະ­ເທດ​ພະ­ລັງ­ງານ​ແຫ່ງ​ອາ​ຊຽນໃນ​ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ, ທີ່​ພະ​ແນກ​ແຜນ­ການ ແລະ​ ການ ລົງ­ທຶນ​ແຂວງ​ຊຽງ​ຂວາງໄດ້​ຈັດ​ພິ­ທີ​ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການພັດ­ທະ­ນາ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ​ນ້ຳ​ກຶນເມືອງ ແປກ ແລະ​ນ້ຳ​ໂສ້ເມືອງ​ຄູນ.

    ພິ­ທີ​ລົງ​ນາມ​ພັດ­ທະ­ນາ​ເຂື່ອນ​ໄຟ­ຟ້າ ນ້ຳ­ຕົກ​ຂະ­ໜາດ​ນ້ອຍ ນ້ຳ​ກຶນ ມີ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ທີ 11 ກຸມ­ພາ 2016 ລະ​ຫ່ວ​າງອຳ­ນາດ​ການ​ປົກ­ຄອງ​ແຂວງ​ຕາງ­ໜ້າ​ເຊັນ​ໂດຍ​ທ່ານ ວັນ​ໄຊຢ່າ​ເບຣຍ​ເກົ້າ ຮອງ​ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ​ການ​ລົງທຶນ​ແຂວງ, ແລະ​ທ່ານ ນາງ ຄຳ​ປານ ດວງ​ພະ­ຈັນ ອຳ­ນວຍ ການ​ບໍ­ລິ­ສັດ ສົມ​ພູກໍ່­ສ້າງ​ຂົວ​ທາງ ຈຳ­ກັດ ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ດຣ. ຄຳ​ປາວ ມົວ ຄະ­ນະ​ປະ­ຈຳ​ພັກ​ແຂວງ​ຮອງ ເຈົ້າ­ແຂວງໆ​ຊຽງ​ຂວາງ​ຜູ້​ຊີ້​ນຳ​ວຽກ​ງານ​ເສດ­ຖະ­ກິດ, ມີ​ບັນ ດາ​ຫົວ­ໜ້າ, ຮອງ​ຫົວ­ໜ້າ, ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ ນ້ຳ​ກຶນ ຢູ່​ບ້ານ​ນາ​ຫອຍເມືອງ​ແປກ​ມີ​ກຳ­ລັງ​ການ​ຜະ­ລິດ​ໄຟ­ຟ້າ0,64 ເມ​ກາ​ວັດ (MW) ມູນ​ຄ່າ​ການ​ກໍ່ສ້າງ 1,2 ລ້ານ​ໂດ​ລາ​ສະ­ຫະ­ລັດ ໄລ­ຍະເວ­ລາ​ການ​ກໍ່­ສ້າງ 2 ປີ, ພາຍ­ຫຼັງ​ເຊັນ​ສັນ ຍາ​ແລ້ວ​ຈະ​ເລີ່ມ​ລົງ­ມື​ກໍ່­ສ້າງ​ທັນ­ທີ.

ສ່ວນ​ພິ­ທີ​ເຊັນ​ສັນ­ຍາ​ການ​ພັດ­ທະ­ນາ ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ​ນ້ຳ ໂສ້​ເມືອງ​ຄູນ ແມ່ນ​ຈັດ​ຂຶ້ນ​ໃນ​ຕອນ​ແລງ ວັນ​ທີ 10 ກຸມ­ພາ 2016 ໂດຍ​ລົງ​ນາມ ລະ​ຫ່ວ​າງ​ທ່ານ ວັນ​ໄຊ ຢ່າ​ເບຣຍ​ເກົ້າ ຮອງຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ​ການ​ລົງ ທຶນ​ແຂວງ​ກັບ ທ່ານ ສົມ​ລັດ ແສງ​ສະ​ຫວັດຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ພົງ​ຊັບ​ທະ­ວີ​ກໍ່­ສ້າງຂົວ​ທາງ​ຈຳ­ກັດ ໂດຍ​ຊ່ອງ​ໜ້າ ທ່ານ ວຽງ ທອງ ບຸນ​ທະ​ພອນ ຮອງ​ຫົວ­ໜ້າ​ຫ້ອງ​ວ່າ ການ​ປົກ­ຄອງ​ແຂວງ, ມີ​ຮອງ​ຫົວ­ໜ້າ​ພະ­ແນກ­ການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ຈຸດ­ປະ­ສົງ​ຂອງ​ການ​ສ້າງ​ເຂື່ອນ​ໄຟ ຟ້າ​ນຳ​ໂສ້ ແມ່ນ​ເພື່ອ​ສ້າງ​ພະ­ລັງ­ງານ​ໄຟ ຟ້າ ແລະ​ເພື່ອ​ປ່ຽນ​ທາງ­ນ້ຳ​ໃຫ້​ໄຫຼ​ເຂົ້າ ຊ່ວຍ​ເຂື່ອນ​ໄຟ­ຟ້າ 3D ນ້ຳ​ຊັນ ຈິ່ງ​ສ້າງ ເປັນ​ເຂື່ອນ​ໄຟ­ຟ້າ​ຂະ­ໜາດ​ນ້ອຍ​ທີ່​ມີ​ກຳ ລັງ​ການ​ຜະ­ລິດ 7,5 ເມ​ກາ​ວັດ, ມູນ​ຄ່າ ການ​ກໍ່­ສ້າງ 12,4 ລ້ານ​ໂດ​ລາ​ສະ­ຫະ­ລັດ, ຄາດ​ວ່າ​ຈະ​ສຳ­ເລັດ​ຕາມ​ສັນ­ຍາ​ກໍ່­ສ້າງ ໃນ​ໄລ­ຍະ​ເວ­ລາ 2 ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...