spot_img
Homeຂ່າວພາຍ​ໃນງັດຕາໜ່າງປ່ອງຢ້ຽມເຂົ້າລັກຊັບ ຖືກຈັບ 2 ວັນຕໍ່ມາ

ງັດຕາໜ່າງປ່ອງຢ້ຽມເຂົ້າລັກຊັບ ຖືກຈັບ 2 ວັນຕໍ່ມາ

Published on

    ເຈົ້າ​ໜ້າ­ທີ່ ປກສ ເມືອງນາ​ຊາຍ​ທອງໄດ້​ຮັບ​ແຈ້ງ​ຄວາມຈາກ​ຜູ້​ເສຍ​ຫາຍ ຊື່​ທ້າວ ຕີ່ນ ອາຍຸ 55 ປີ ຄ້າ­ຂາຍ​ຢູ່​ບ້ານ​ແສນ​ດີນເມືອງ​ນາ​ຊາຍ​ທອງນະ­ຄອນຫຼວງ​ວຽງ​ຈັນ ວ່າ​ມີ​ຄົນ​ຮ້າຍ​ມາງັດ​ປ່ອງ­ຢ້ຽມ​ແລ້ວ​ລັກ​ເຂົ້າ​ເຮືອນຂອງ​ຕົນ​ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 6 ທັນ­ວາ 2015 ຜ່ານ​ມາ ຈິ່ງ​ໄດ້ ເອົາ­ໃຈ­ໃສ່​ຢ່າງ​ໃກ້­ຊິດ­ຕິດ­ແທດ​ໃນ​ການ​ຕິດ­ຕາມ​ກວດ­ກາ​ບັນ­ດາ​ເປົ້າ​ໝາຍ​ພຽງ 2 ວັນ​ຕໍ່​ມາ ກໍ​ສາ­ມາດ​ຈັບ​ຕົວ​ຜູ້​ກະ­ທຳ​ຜິດ​ໄດ້ 1 ຄົນ ເປັນຊາຍ ໄວ 33 ປີ ກຳ­ມະ­ກອນ ບ້ານ​ນາ​ທຽມ ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

   ຜ່ານ​ການ​ສືບ­ສວນ-ສອບ​ສວນ ຂອງ ເຈົ້າ​ໜ້າ­ທີ່​ໃນ​ເບື້ອງ​ຕົ້ນ ທ້າວ ທົມ ອາ­ຍຸ 33 ປີ ກຳ­ມະ­ກອນ ບ້ານ​ນາ​ທຽມ ເມືອງ ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ​ໄດ້​ຍອມ ຮັບ​ວ່າ:ຜ່ານ​ມາ​ຕົນ​ແມ່ນ​ໄດ້​ເຄື່ອນ​ໄຫວ​ລັກ​ຊັບ​ພົນ­ລະ­ເມືອງ​ມາ​ຫຼາຍ​ຄັ້ງ​ແລ້ວ, ແຕ່​ຄັ້ງ​ຫຼ້າ​ສຸດ​ມາ ໃນ​ວັນ​ທີ 6 ທັນ­ວາ 2015 ຕົນ​ໄດ້​ຂໍ​ຢືມ​ຂີ່​ລົດ­ຈັກ​ເວັບ​ສີ­ຟ້າ-ດຳ​ບໍ່​ມີ​ປ້າຍ​ທະ­ບຽນ(ລົດ​ຊື້​ໃໝ່) ຂອງ​ພີ່ນ້ອງ ໂດຍ​ອ້າງ​ວ່າ​ຈະ​ເອົາ​ລົດ​ຄັນ​ດັ່ງ­ກ່າວ ຂີ່​ໄປ​ເຮັດ​ວຽກ; ຫຼັງ​ຈາກ​ນັ້ນ​ຕົນ​ຈິ່ງ​ໄດ້​ຂີ່​ລົດ​ອອກ​ມາ​ແຕ່​ທາງ​ທ່າ​ງ່ອນ ມຸ່ງ​ໜ້າມາ​ຫາ​ທາງ​ແສນ​ດີນ ພໍ​ຂີ່​ອອກ​ມາ​ຮອດ ແຖວ​ເຮືອນ​ຂອງ ທ້າວ ຕີ່ນ ຈິ່ງ​ໄດ້​ຈອດ ລົດ­ຈັກ​ປະ​ໄວ້​ແຄມ​ປ່າ​ໃກ້​ກັບ​ເຮືອນ​ຂອງ ຜູ້­ກ່ຽວ ຈາກ​ນັ້ນ​ຈິ່ງ​ຍ່າງ​ເຂົ້າ​ໄປ​ເບິ່ງ​ທາງ ປ່ອງ­ຢ້ຽມ​ແລ້ວ​ສັງ­ເກດ​ເບິ່ງ​ເຫັນ​ວ່າປ່ອງ­ຢ້ຽມ​ບໍ່​ໄດ້​ໃສ່​ລ໋ອກ​ຕົນ​ຈິ່ງ​ໄດ້​ລົງ­ມືງັດ​ຕາ​ໜ່າງ​ກັນ​ຂະ­ໂມຍ​ອອກ​ທັນ­ທີ​ແລ້ວ ປີນ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ໄດ້​ລົງ­ມື​ຮື້​ຄົ້ນ ຕາມ​ຕູ້​ເຄື່ອງ ພ້ອມ​ກັບ​ໄດ້​ໂທລະ­ສັບ​ຍີ່­ຫໍ້ Lenovo ສີ­ດຳ 1 ໜ່ວຍ, ເງິນ​ກີບ ຈຳ­ນວນ 1,80 ແສນ​ກີບ, ທະ­ບຽນ​ລົດ​ວີ​ໂກ 1 ໃບ, ປື້ມ​ບັນ­ຊີ​ເງິນ​ຝາກ​ທະ­ນາ­ຄານ​ການ​ຄ້າ 1 ຫົວ, ບັດ­ປະ­ຈຳ­ຕົວ 1 ໃບ, ໃບ​ຂັບ​ຂີ່ 1 ໃບ, ພະ​ຫຼຽມ 1 ອົງ, ພະ​ນາງ­ກວັກ 1 ອົງ, ເສື້ອ,ໂສ້ງ ແລະ​ເຄື່ອງ​ອື່ນໆ​ອີກ​ຈຳ ນວນ​ໜຶ່ງ. ແລ້ວ​ຕົນ​ເອງ​ໄດ້​ເອົາ​ເຄື່ອງ​ຈຳ ນວນ​ດັ່ງ­ກ່າວ ໃສ່​ກະ­ເປົາ​ແລ້ວ­ໄປ​ຊຸກ ເຊື່ອງ​ປະ​ໄວ້​ແຄມ​ທາງ​ຂ້າງ​ຕະ­ຫຼາດ ໜອງ​ສະ ຈາກ​ນັ້ນ ຈິ່ງ​ເອົາ​ໂທລະ­ສັບ ແລະ ເງິນ​ທີ່​ລັກ​ມາ​ໄດ້​ໄປ​ໃຊ້​ຈ່າຍ​ກິນ​ຈົນ​ໝົດ.

ເຈົ້າ​ໜ້າ­ທີ່​ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ພາຍ­ຫຼັງ ທີ່​ທ້າວ ທົມ ລົງ­ມື​ລັກ​ຊັບ ຕໍ່​ມາ​ອີກ 2 ວັນໄດ້​ມີ​ພົນ­ລະ­ເມືອງ​ດີ​ມາ​ພົບ​ເຫັນ​ເຄື່ອງຕ້ອງ​ສົງ­ໄສ​ຊຸກ­ເຊື່ອງ​ໄວ້​ໃນ​ປ່າ ຈິ່ງ​ໄດ້​ແຕ່ງ ຕັ້ງ​ເຈົ້າ​ໜ້າ­ທີ່​ກອງ​ສືບ­ສວນ-ສອບ​ສວນ ຄະ­ດີ​ອາ­ຍາ ກວດ­ກາ ແລະ​ເກັບ​ກຳ​ຂໍ້​ມູນ ຫຼັກ​ຖານ ພ້ອມ​ທັງ​ເກັບ​ກຳ​ເປົ້າ​ໝາຍ​ຈິ່ງ ສາ­ມາດ​ກັກ​ຕົວ​ຜູ້​ຖືກ​ຫາ​ໄດ້​ໃນ​ວັນ​ດຽວ ກັນ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...