spot_img
Home​ຂ່າວທ່ອງທ່ຽວຫໍພິພິທະພັນຫຼວງພະບາງ ມີຫຼາຍກວ່າການທ່ອງທ່ຽວ

ຫໍພິພິທະພັນຫຼວງພະບາງ ມີຫຼາຍກວ່າການທ່ອງທ່ຽວ

Published on

ຫໍພິພິດທະພັນຫຼວງພຣະບາງ ຕັ້ງຢູ່ເຂດບ້ານຈູມຄ້ອງ ໃຈກາງເມືອງຫຼວງພຣະບາງ, ເຊິ່ງແຕ່ກ່ອນເປັນພະຣາຊຊະວັງເກົ່າຂອງອະດີດເຈົ້າຊີວິດອານາຈັກລາວລ້ານຊ້າງ, ປຸກສ້າງຂຶ້ນຕາມຮູບແບບສະຖາປັດຕະຍະກຳ ຂອງຊາວຝຣັ່ງໃນປີ 1904 ແລະ ຕໍ່ມາໄດ້ຮັບການຕໍ່ເຕີມຍອດຂອງຜາສາດໃຫ້ເປັນຮູບແບບລາວໃນປີ 1930.

ປັດຈຸບັນ ອົງການປົກຄອງແຂວງໄດ້ປັບປຸງບູລະນະໃຊ້ວັງດັ່ງກ່າວເປັນຫໍພິພິທະພັນຂອງແຂວງ, ໂດຍໃຊ້ເປັນສະຖານທີ່ສະແດງສິລະປະ ແລະ ພະພຸດທະສາດສະໜາ ແລະ ຍັງເປັນບ່ອນປະດິດສະຖານຂອງພະບາງອັນສິກສິດ ແລະ ເປັນມິ່ງເມືອງຂອງຫຼວງພະບາງ ເຊິ່ງປະດິດສະຖານຢູ່ອາຄານໃໝ່ດ້ານຫນ້າ.

ຢູ່ພາຍໃນບ່ອນວາງສະແດງ ສິ່ງຂອງຕ່າງໆ ແລະ ຊີວະປະຫວັດຂອງເຈົ້າຊີວິດ ແລະ ຄອບຄົວຂອງພະອົງ. ນັກທ່ອງທ່ຽວຕ້ອງໄດ້ແຕ່ງກາຍສຸພາບ (ສຳລັບແມ່ຍິງມີສິ້ນໃຫ້ເຊົ່າ) ແລະ ຫ້າມຖ່າຍຮູບ ຫຼື ວິດີໂອຢູ່ພາຍໃນພິພິທະພັນ. ເວລາເປີດ: ວັນພຸດ-ວັນຈັນ (ປິດວັນອັງຄານ), 8:00-16:00 ໂມງ.

ເວົ້າໄດ້ວ່າຖ້າໃຜມີໂອກາດໄປຫຼວງພະບາງກໍຢ່າລືມສະຖານທີ່ສຳຄັນແຫ່ງນີ້ ເຊິ່ງນອກຈາກທ່ານຈະໄດ້ໄຫວ້ພະບາງ, ໄດ້ເຫັນສິລະປະລວດລາຍແລ້ວ ທ່ານຍັງຈະໄດ້ເຫັນອະດີດ ໄດ້ວາດພາບເຫັນບັນຍາກາດສະໄໝຍັງເປັນອານາຈັກລາວລ້ານຊ້າງໄດ້ຢ່າງປະທັບໃຈເລີຍ.

ຮູບແລະບົດສ່ວນໜຶ່ງຈາກ: ທ່ຽວທົ່ວລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...