Homeຂ່າວພາຍ​ໃນເອັສຊີລໍ ເປີດຖານຜະ¬ລິດແກ້ວ¬ແວ່ນຕາ ທີ່ ຂສສຊ

ເອັສຊີລໍ ເປີດຖານຜະ¬ລິດແກ້ວ¬ແວ່ນຕາ ທີ່ ຂສສຊ

Published on

ເອັສຊີລໍ ເປີດຖານຜະ¬ລິດແກ້ວ¬ແວ່ນຕາ ທີ່ ຂສສຊ

ບໍ­ລິ­ສັດ ເອັສ​ຊີ​ລໍ ຊຶ່ງ​ເປັນ​ນັກ​ລົງ­ທຶນ​ຈາກ​ປະ­ເທດ​ຝຣັ່ງ ຜູ້​ຜະ­ລິດ​ແກ້ວ­ແວ່ນ​ຕາ​ລາຍ​ໃຫຍ່​ລະ­ດັບ​ໂລກ​ລົງ­ທຶນ 112 ຕື້​ກີບ ຕັ້ງ​ຖານ​ການ​ຜະ­ລິດ​ແກ້ວແວ່ນ­ຕາ​ຢູ່​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະຫວັນŒເຊ​ໂນ ແຂວງ​ສະ­ຫວັນ​ນະ​ເຂດ ດ້ວຍ​ກຳ­ລັງ​ການ​ຜະ­ລິດ 15 ລ້ານ​ເລນ​ຕໍ່​ປີ ເພື່ອ​ສົ່ງ​ອອກ.

ພິ­ທີ​ເປີດ​ໂຮງ­ງານເອ​ັສ​ຊີ​ລໍ ຈຳ­ກັດ ຜະ­ລິດ​ແກ້ວ­ແວ່ນ​ຕາ ໄດ້​ຈັດ​ຂຶ້ນ​ເປັນທາງ​ການ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2 ເມສາ 2014 ທີ່​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະຫວັນŒເຊ​ໂນ (ຂສສຊ) ຈຸດ C ເມືອງໄກ­ສອນ​ພົມ­ວິ­ຫານ ໂດຍ​ການ​ເປັນ​ກຽດເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສະ­ຫວາດ ເລັ່ງສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທັງເປັນ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ແຫ່ງ ຊາດ​ລາວ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ​ຖະກິດ​ພິ­ເສດ ແລະ ເສດ­ຖະ­ກິດ​ສະ­ເພາະ, ທ່ານ ດຣ. ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ເງິນ, ທ່ານ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ, ທ່ານ ດຣ. ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ, ທ່ານ ອິບ​ຟ ຄາ​ໂມ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ­ເທດ​ຝຣັ່ງ ປະ­ຈຳ​ລາວ ນອກ​ນັ້ນ ຍັງ​ມີ​ບັນ­ດາ​ທ່ານການ​ນຳ​ຂັ້ນ​ສູງ​ຈາກ​ສູນ​ກາງ ແລະ ການ​ນຳ​ຂອງ​ແຂວງ ຕະ­ຫຼອດ​ເຖິງ​ບໍ​ລິ ສັດ ແລະ ແຂກ​ຈາກ​ພາກ­ສ່ວນ​ຕ່າງໆເຂົ້າ​ຮ່ວມ.

ທ່ານ ກິດ​ຕິ​ພົງ ທົງ​ຕາ­ກົບ ອຳ­ນວຍການ​ບໍ­ລິ­ສັດໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໂຮງ­ງານ​ເອ​ັສ​ຊີ​ລໍ ຈຳ­ກັດ ຊຶ່ງ​ເປັນ​ບໍ­ລິ­ສັດ​ນຳ​ໜ້າ​ຂອງ​ໂລກ ໃນ​ການ​ຜະ­ລິດ​ແກ້ວ­ແວ່ນ​ຕາ ແລະ ກໍ​ເປັນ​ໂອ­ກາດ​ອັນ​ດີ​ທີ່ ສປປ ລາວ ໄດ້​ຮັບ​ການ​ຄັດ​ເລືອກ​ໃນ​ການ​ສ້າງ­ຕັ້ງ​ໂຮງ­ງານ. ໃນ​ເດືອນ​ກຸມ­ພາ ປີ 2012  ໂຄງການ​ຂອງ​ເອ​ັສ​ຊີ​ລໍ​ລາວ ກໍ​ໄດ້​ຮັບ​ການ​ເລີ່ມຕົ້ນ​ຂຶ້ນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ ເຈີ​ຫຼາດ ມາ​ເລີ​ແດນ ຫົວ­ໜ້າ​ໂຄງ­ການ ໂດຍ​ໄດ້​ຮັບ​ຄຳ​ແນະ­ນຳ​ຈາກ​ນັກ­ທຸ­ລະ­ກິດ​ດ້ວຍ​ກັນ. ຕໍ່​ມາ​ບໍ­ລິ­ສັດ​ຈິ່ງ​ໄດ້​ຕັດ­ສິນ​ໃຈ​ມາ​ລົງ­ທຶນຢູ່​ເຂດ C ຂອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະ­ຫວັນŒເຊ​ໂນ ຫຼື ສະຫວັນ​ປາກ.

ທ່ານ ກິດ​ຕິ​ພົງ ກ່າວ​ໃຫ້​ຮູ້​ຕື່ມ​ວ່າ: ໃນເດືອນ​ສິງ­ຫາ 2012 ໄດ້​ມີ​ການ​ຈົດ​ທະບຽນ​ບໍ­ລິ­ສັດ ຈາກ​ນັ້ນ ໃນ​ເດືອນ​ມີ­ນາ 2013 ກໍ​ໄດ້​ເລີ່ມ​ຕົ້ນ​ໂຄງ­ການ​ກໍ່­ສ້າງ​ມາ​ຮອດ​ເດືອນ​ສິງ­ຫາ​ກໍ​ໄດ້​ນຳ​ເອົາ​ເຄື່ອງ​ຈັກ​ເຂົ້າ​ມາ​ຕິດ​ຕັ້ງ ພ້ອມ​ທັງ​ເລີ່ມ​ທົດ​ລອງຜະ­ລິດ, ຮອດ​ເດືອນ​ທັນ­ວາ 2013 ຈິ່ງ​ໄດ້​ເລີ່ມ​ຕົ້ນ​ຜະ­ລິດ ຊຶ່ງ​ມີ​ກຳ­ລັງ​ການ​ຜະລິດ 15 ລ້ານ​ເລນ​ຕໍ່​ປີ ເພື່ອ​ສົ່ງ​ອອກ​ໄປ​ຈຳ­ໜ່າຍ​ໃນ​ທົ່ວ​ໂລກປະ­ຈຸ​ບັນ​ມີ​ແຮ​ງານ ແລະ ພະ­ນັກ­ງານ​ທັງ​ໝົດ 100 ກວ່າ​ຄົນ, ຖ້າ​ຜະ­ລິດ​ເຕັມ​ກຳ­ລັງ​ຈະ​ນຳ​ໃຊ້​ພະ­ນັກງານ​ທັງ​ໝົດ 300 ຄົນ.

ໂຮງ­ງານ ເອ​ັສ​ຊີ​ລໍ ມີ​ມູນ​ຄ່າ​ລົງ­ທຶນເບື້ອງ​ຕົ້ນ 112 ຕື້​ກີບ ຫຼື ເທົ່າ​ກັບ 14 ລ້ານ​ໂດ​ລາ​ສະ­ຫະ­ລັດ ນອກ­ຈາກ​ເປົ້າ ໝາຍ​ທາງ​ດ້ານ​ທຸ­ລະ​ກິດ​ແລ້ວ ບໍ­ລິ­ສັດຍັງ​ມີ​ເປົ້າ​ໝາຍ​ໃນ​ການ​ພັດ­ທະ­ນາ​ຮ່ວມກັບ​ຊຸມ​ຊົນ ແລະ ສັງ­ຄົມ​ຂອງ ສປປ ລາວ, ໃນ​ຜ່ານ​ມາ ກໍ​ໄດ້​ຮ່ວມ​ມື​ກັບ​ໂຮງ­ຮຽນ​ວິທະ​ຍາ​ໄລ​ໄຊ​ສົມ­ບັດ​ເຕັກ​ໂນ​ໂລ​ຊີ​ໄດ້​ສ້າງສູນ​ອົບ­ຮົມ ເພື່ອ​ສົ່ງ­ເສີມ​ທັກ​ສະ​ດ້ານ​ເຕັກນິກ ແລະ ອຸດ­ສາ­ຫະ­ກຳ​ໃຫ້​ແກ່​ວິ­ຊາ​ການ ແລະ ການ​ຮ່ວມ​ມື​ໃນ​ດ້ານ​ອື່ນໆ​ອີກ.

ໃນ​ເວ­ລາ​ຕໍ່​ມາ ຄະ­ນະ​ບໍ­ລິ­ຫານ​ງານເອ​ັສ​ຊີ​ລໍ, ທ່ານ​ເຈົ້າ­ແຂວງ​ສະ­ຫວັນ​ນະເຂດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງປະ­ຈຳ​ລາວ, ທ່ານ​ຫົວ­ໜ້າ​ເຂດ​ເສດ​ຖະກິດ​ພິ­ເສດ ສະ­ຫວັນŒເຊ​ໂນ ກໍ​ໄດ້​ຜັດ ປ່ຽນ​ກັນ​ຂຶ້ນ​ປະ­ກອບ​ຄຳ​ເຫັນ, ຈາກ​ນັ້ນ ພະ­ນະ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ພ້ອມ​ດ້ວຍ​ຄະ­ນະ​ປະ­ທານ​ກໍ​ໄດ້​ຮ່ວມ​ກັນຕັດ​ແຖບ​ຜ້າ, ລັ່ນ­ຄ້ອງ ເພື່ອ​ເປັນ​ສັນ​ຍະລັກ​ໃນ​ການ​ເປີດ​ໂຮງ­ງານ​ຢ່າງ​ເປັນທາງ​ການ.

 

ທີ່ມາ  http://www.sedthakid.la/khao/18406.spc

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...