spot_img
Homeຂ່າວເຫດການສະຫາຍເລຂາທິການໃຫຍ່ ຕ້ອນຮັບຜູ້ຕາງໜ້າພິເສດ ພັກແຮງງານເກົາຫລີ!

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຜູ້ຕາງໜ້າພິເສດ ພັກແຮງງານເກົາຫລີ!

Published on

ຂປລ. ວັນ​ທີ 11 ກຸມພານີ້ ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະຕິວັດລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງສະຫາຍ ກິມຢົງ​ຈົນ ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ແນວ​ໂຮມ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫລີ ​ໃນ​ນາມ​ຜູ້ຕາງ​ໜ້າ​ພິ​ເສດ​ຂອງ​ສະຫາຍ ກິມ​ເຈິ​ງອຸນ ​ເລຂາທິ ການທີ ​ໜຶ່ງ​ພັກ​ແຮງ​ງານ​ເກົາຫລີ, ປະທານ​ທີ​ໜຶ່ງ​ຄະນະ​ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແຫ່ງ ສປປ ​ເກົາຫລີ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ເພື່ອ​ຊົມຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ.

ໂອກາດ​ດັ່ງກ່າວ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມ​ຂອບ​​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ພັກ​ແຮງ​ງານ​ເກົາຫລີ ທີ່​ໄດ້​ແຕ່ງ​ຕັ້ງ​ຄະນະ​ມາ​ຊົມ​ເຊີຍ​ຜົນ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ ປປ ລາວ ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ໃຫ້​ກຳລັງ​ໃຈ​ອັນ​ແຮງ​ກ້າ ​ແກ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ, ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ໄມຕີ​ຈິດ​ມິດຕະພາບ ​ອັນ​ເປັນ​ມູນ​ເຊື້ອ ​ ລະຫວ່າງ ສອງພັກ, ສອງລັດ ​ແລະ ປະຊາຊົນ​ສ​ອງຊາດ ສປປ ລາວ ​- ສປປ ​ເກົາຫລີ ພ້ອມ​ທັງ​ສະ​ແດງ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ສປປ ລາວ-ສປປ ​ເກົາຫລີ ​ໂດຍ​ແມ່ນ​ການ​ນຳ​ລຸ້ນກ່ອນ ຂອງ​ສອງ​ປະ​ເທດ ​ຄື: ປະທານ ​ໄກສອນ ພົມວິຫານ ​ແລະ ປະທານ ກິ​ມອິນ​ຊຸງ ທີ່​ເຄົາລົບ​ຮັກ ​ເປັນ​ຜູ້ກໍ່​ຕັ້ງ, ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ປະ​ເທດ​ທັງ​ສອງ.

ສະຫາຍ ​ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ ​ໄດ້​ຕາງໜ້າ​ໃຫ້​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ ບັນດາ​ເຜົ່າ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ພັກ, ລັດຖະບານ ​ແລະ ປະຊາຊົນ ສປປ ​ເກົາຫລີ ​ອ້າຍ​ນ້ອງ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແກ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາ​ດ ​ໃນ​ເມື່ອ​ກ່ອນ ກໍ​ຄືພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຂອງ​ປະຊາຊົນ​ລາວ​ ໃນ​ປັດຈຸບັນ ​ແລະ ຢືນຢັນ​ວ່າ ພັກ ປປ ລາວ ຈະ​ສື​ບຕໍ່​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ກັບ ສປປ ​ເກົາຫລີ ​ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ ສປປ ລາ​ວ-ສປປ ​ເກົາຫລີ ກໍ​ຄື​ເພື່ອ​ພາລະກິດ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ພັດທະນາ​ໃນ​ຂົງ​ເຂດ ​ແລະ ​ໃນ​ໂລກ.

ໂອກາດ​ນີ້, ສະຫາຍ ກິມຢົງ​ຈົນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ຂອງ​ສະຫາຍ ​ເລຂາ​ທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ແລະ ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ໄຊ​ອັນ​ປະ​ເສີດ ຂອງ​ສະຫາຍ ກິມ​ເຈິ​ງອຸນ ມາ​ຍັງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ພ້ອມ​ທັງ ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຜົນສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ ​ຄ​ັ້ງທີ X ຂອງ​ພັກ ປປ ລາວ ​ເຊິ່ງ​ແມ່ນ​ເຫ​ດການ​ການ​ເມືອງ​ທີ່​ມີ​ຄວາມ​ສຳຄັນ​ ໃນ​ຊີ​ວີ​ດການ​ເມືອງ-ສັງຄົມ ຂອງ ສປປ ລາວ, ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ໄລຍະ​ໃໝ່ ​ແຫ່ງ​ການ​ພັດທະນາ​ຂອງ​ການ​ປະຕິວັດ​ລາວ.

ສະຫາຍ ກິມຢົງ​ຈົນ ສະ​ແດງ​ຄວາມ​ປີຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ຕໍ່​ໜາ​ກຜົນ​ແຫ່ງ​ການ​ພັດທະນາ​ຂອງ ສປປ ລາວ ຕະຫລອດ​ໄລຍະ 40 ປີ ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ 30 ປີ ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ, ປະຊາຊົນ​ລາວ​ອ້າຍ​ນ້ອງ ສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫລວງ, ຮອບດ້ານ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ ​ເຊິ່ງ​ເຮັດ​ໃຫ້​ຊ່ວງ​ທ່າ ​ແລະ ກຳລັງ​ແຮງ​ຂອງ ສປປ ລາວ​ ນັບ​ມື້​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ບົດບາດ ​ແລະ ອິດ​ທິພົນ ຂອງ ສປປ ລາວ ​ນັບ​ມື້​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ ພ້ອມ​ທັງ ​ເຊື່ອ​ໜັ້ນຢ່າງ​ໜັ້ກ​ແໜ້ນ​ວ່າ ພາຍ​​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ, ສະຫລາດ ​ສ່ອງ​ໃສ ​ຂອງ​ພັກປະຊາຊົນ ປະຕິວັດ​ລາວ ​ໂດຍ​ມີ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ຜູ້ນຳ​ໜ້າ​ນັ້ນ, ປະຊາຊົນ​ລາວ ບັນດາ​ເຜົ່າ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນສຳ​ເລັດ​ໃໝ່ ​ໃຫຍ່​ຫລວງ​ກວ່າ​ເກົ່າ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງ​ພັກ​ວາງ​ອອກ​ຢ່າງ​ມີ​ໄຊ, ສ້າງ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ມັ່ງ​ຄັ່ງ, ປະຊາຊົນ​ຮັ່ງມີ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ຍຸຕິ​ທຳ ​ແລະ ສີວິ​ໄລ.

ໃນ​ວັນ​ດຽວ​ກັນ ສະຫາຍ ກິມຢົງ​ຈົນ ກໍ​ໄດ້​ເຂົ້າ​ພົບ​ປະ​ສອງ​ຝ່າຍ ກັບ​ສະຫາຍ ສຈ.ປອ ກິ​ແກ້ວ ​ໄຂ​ຄຳ​ພິທູນ ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)