spot_img
Homeຂ່າວພາຍ​ໃນໂພນ​ໂຮງ ມ້າງ​ຄະ­ດີ​ຢາ​ເສບ​ຕິດ

ໂພນ​ໂຮງ ມ້າງ​ຄະ­ດີ​ຢາ​ເສບ​ຕິດ

Published on

   ວັນ​ທີ 12 ມັງ­ກອນ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ­ທີ່​ໜ່ວຍ​ງານ​ສະກັດ​ກັ້ນ ແລະ ​ຕ້ານ​ຢາ​ເສບ​ຕິດ​ກອງ​ບັນ­ຊາ​ການ ປກສ  ໂພນ​ໂຮງ ແຂວງ​ວຽງ​ຈັນໄດ້​ລົງ​ເລີກ​ຮື້​ເປົ້າ​ໝາຍ​ຊື້-ຂາຍ​ຢາ​ເສບ​ຕິດ​ຢູ່​ຂອບ ເຂດ​ບ້ານ​ເຕົາ​ຖ່ານ​ສາ ມາດ​ຈັບ​ຕົວ​ເປົ້າ​ໝາຍທີ່​ເຄື່ອນ​ໄຫວ​ຊື້-ຂາຍ ຢາ​ເສບ​ຕິດ​ປະ­ເພດ​ຢາບ້າ​ໄດ້ 2 ຄົນ​ຄື: ທ້າວ ວຽງ ອາ­ຍຸ 37 ປີ ກຳ ມະ­ກອນ​ຢູ່​ບ້ານ​ເຕົາຖ່ານ ແລະ​ທ້າວ ສຸ­ລິ­ຍົງ ອາ­ຍຸ 33 ປີ ວ່າງ​ງານຢູ່​ບ້ານ​ນາ​ດີ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງຈັນ ໂດຍ​ເປັນ​ຂອງ​ກາງ​ຢາ​ບ້າ 69 ເມັດ.

   ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ພວກ​ກ່ຽວ​ທັງ​ສອງ​ໄດ້​ຮັບ​ສາລະ​ພາບ​ວ່າ: ໄດ້​ເຄື່ອນ​ຊື້-ຂາຍ​ຢາ​ເສບ ຕິດ​ປະ­ເພດ​ຢາ​ບ້າ​ຮ່ວມ​ກັນ​ມາ​ແຕ່​ປີ 2015 ຊຶ່ງ​ທ້າວ ວຽງ ໄດ້​ຮັບ​ຊື້​ຢາ​ບ້ານຳທ້າວ ສຸ­ລິ­ຍົງ ຢູ່​ບ້ານ​ນາ​ດີ ເມືອງ​ນາ​ຊາຍທອງ ຈຳ­ນວນ​ຫຼາຍ​ຄັ້ງ​ມາ​ແລ້ວ ແຕ່​ຄັ້ງສຸດ​ທ້າຍ​ນີ້​ວັນ​ທີ 11 ມັງ­ກອນ 2016 ເວລາ 20 ໂມງ ໄດ້​ໂທລະ­ສັບ​ສັ່ງ​ຊື້​ຢາ​ບ້າ​ນຳ ທ້າວ ສຸ­ລິ­ຍົງ ຢູ່​ບ້ານ​ນາ​ດີ ຈຳ­ນວນ 30 ເມັດ ມູນ​ຄ່າ 3,40 ແສນ​ກີບ ຈຸດ​ສົ່ງ​ແມ່ນຢູ່​ເຂບ​ເຂດ​ເສັ້ນ­ທາງ​ເລກ​ທີ 13 ເໜືອ ເມື່ອໄດ້​ຢາ​ບ້າ​ມາ​ແລ້ວ​ຜູ້­ກ່ຽວ​ກໍ​ເອົາ​ມາ​ເສບ ຈຳ­ນວນ 1 ເມັດ ແລະ​ຂາຍ​ໃຫ້, ໄວ​ໜຸ່ມ​ຢູ່ພາຍ​ໃນ​ບ້ານ, ບ້ານ​ໃກ້​ຄຽງ ຈຳ­ນວນ 20 ເມັດ ໃນ​ລາ­ຄາ 20 ພັນ​ກີບ​ຕໍ່​ເມັດ ຍັງ​ເຫຼືອ 9 ເມັດ ກຳ­ລັງ​ຈະ​ຂາຍ​ກໍ​ເລີຍ​ຖືກ​ເຈົ້າ​ໜ້າທີ່​ເຂົ້າ​ຈັບ​ຕົວ​ໃນ​ຄັ້ງ​ວັນ​ທີ 12 ມັງ­ກອນ 2016.

ສ່ວນ ທ້າວ ສຸ­ລິ­ຍົງ ກໍ​ໄດ້​ຮັບ​ສາ­ລະພາບ​ວ່າ: ໄດ້​ເລີ່ມ​ເຄື່ອນ​ໄຫວ​ຊື້-ຂາຍ​ຢາບ້າ​ມາ​ແຕ່​ທ້າຍ​ປີ 2015  ຊຶ່ງ​ໄດ້​ຊື້​ນຳ​ຊາຍຄົນ​ໜຶ່ງ​ບໍ່​ຮູ້​ຊື່ຢູ່​ບ້ານ​ໜອງ​ສະຊື້​ຈຳ­ນວນຫຼາຍ​ຄັ້ງ ຄັ້ງ​ລະ 50 ເມັດ ຊື້​ໃນ​ລາ­ຄາ 12.000 ກີບ​ຕໍ່​ເມັດ ຈາກ​ນັ້ນ​ກໍ​ເອົາ​ໄປຂາຍ​ລາ­ຄາ​ເມັດ​ລະ 13-15 ພັນ​ກີບ ຈຸດຂາຍ​ແມ່ນ​ຢູ່​ຖຽງ­ນາ​ຜູ້­ກ່ຽວ​ບ້ານ​ນາ​ດີ ແລະ​ໄດ້​ໄປ​ສົ່ງ​ໃຫ້​ທ້າວ ວຽງ ຫຼາຍ​ຄັ້ງ​ຢູ່ຂອບ​ເຂດ​ບ້ານ​ເຕົາ​ຖ່ານ.

ປະ­ຈຸ​ບັນ ເຈົ້າ​ໜ້າ­ທີ່​ໜ່ວຍ​ງານ​ສະ­ກັດກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງໂພນ​ໂຮງ ກຳ­ລັງ​ສະ­ຫຼຸບ​ສັງ​ລວມ​ຂໍ້​ມູນຫຼັກ​ຖານ​ສົ່ງ​ໃຫ້​ພະ​ແນກ​ສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ປກສ ແຂວງ​ວຽງ​ຈັນ ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ໃນ​ຂັ້ນ​ຕໍ່​ໄປ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...