Homeຂ່າວຕ່າງປະເທດນາໂຕ້ ເພີ່ມທະວີເຄື່ອນໄຫວດ້ານທະຫານ ຢູ່ເອີຣົບຕາເວັນອອກ ຫວັງຄານອິດທິພົນຣັດເຊຍ!

ນາໂຕ້ ເພີ່ມທະວີເຄື່ອນໄຫວດ້ານທະຫານ ຢູ່ເອີຣົບຕາເວັນອອກ ຫວັງຄານອິດທິພົນຣັດເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກຸມພາຜ່ານມານີ້ວ່າ ບັນດາລັດຖະມົນ​ຕີ​ວ່າການ​ ກະຊວງ​ປ້ອງ​ກັນ​ປະ​ເທດ​ 28 ປະ​ເທດ​ສະມາຊິກ​ຂອງ ​ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້​ (NATO) ​ໄດ້​ຮັບຮອງ​ເອົາ​ ການ​ເພີ່ມ​ຈຳນວນ​ທະຫານ​ ເຂົ້າປະຈຳການຢູ່​ເອີ​ຣົບຕາ​ເວັນ​ອອກ ຊຶ່ງເປັນການ​ກະທຳ​ທີ່ອາດ​ເຮັດ​ໃຫ້ ການ​ພົວພັນ​ລະຫວ່າງ ນາ​ໂຕ້ ​ແລະ ຣັດເຊຍ ​ເຄັ່ງ​ຕຶງ​ຂຶ້ນ​ອີກຕື່ມ.

ທ່ານ ເຈນສ໌ ສະໂຕເຕັນເບີກ ເລຂາທິການໃຫຍ່ອົງການນາໂຕ້ ຊີ້​ແຈ້ງວ່າ ການ​ປະຈຳການ​ດ້ານ​ການ​ທະຫານ ​ຈະຖືກ​ເພີ່ມ​ທະວີ​ຂຶ້ນ​ທັງທາງບົກ, ​ທາງ​ອາກາດ ​ແລະ ທາງ​ທະ​ເລ ​ແລະ ມີ​ການຈັ​ດສົ່ງ​ໂດຍ​ໝູນວຽນເປັນ​ປະຈຳ ​ໃນ​ບໍ​ລິ​ເວນ​ທີ່ເປັນຈຸດສ່ຽງ ຊຶ່ງດ້ານກຳລັງຄົນ ແມ່ນຈະ​​ເພີ່ມ​ຂຶ້ນ 3 ​ເທົ່າ ຈາກ 13,000 ຄົນ​ຂຶ້ນ​ເຖິງ 40,000 ຄົນ.

ພ້ອມ​ກັນ​ນັ້ນ​ ນາ​ໂຕ້ຈະ​ສ້າງຕັ້ງກຳລັງ​ເຄື່ອນທີ່ ທີ່​ມີ​ຄວາມ​ອາດ​ສາມາດ​​ ປະຕິບັດການໄດ້ພາຍໃນ 2-3 ວັນ ດ້ວຍ​ຈຳນວນທະຫານ 5,000 ຄົນ​ ແລະ ​ໄດ້​ຮັບ​ການ​ໜູນ​ຫລັງ ​ຈາກກອງທັບ​ອາກາດ ​ແລະ​ ທະຫານ​ເຮືອ. ນີ້​ແມ່ນ​ສັນຍານ​ຢ່າງແຂງ​ແຮງ​ຂອງ​ນາ​ໂຕ້ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ສຳ​ພັນທະ​ມິດ​ ຢູ່​ພາກພື້ນເອີ​ຣົບຕາ​ເວັນ​ອອກ​ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ.

ນອກຈາກ​ສູນ​ບັນຊາ​ການ 6 ​ແຫ່ງ ທີ່​ໄດ້​ສ້າງຕັ້ງ​ຢູ່​ເອີ​ຣົບ​ຕາ​ເວັນ​ອອກ ​ໃນ​ປີ 2015 ​ແລ້ວ, ທ່ານ ສະໂຕເຕັນເບີກ ຍັງກ່າວອີກວ່າ ​​ແຕ່​ນີ້​ຮອດທ້າຍ​ປີ 2016 ຈະ​ເປີດ​ສູນ​ບັນຊາ​ການ​ໃໝ່​ຕື່ມ​ອີກ 2 ​ແຫ່ງ ​ແລະ ຜັນ​ຂະຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​ເຂດ​ນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...