spot_img
Homeຂ່າວການພັດທະນາແຮງງານລາວໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງ ຈາກກົດໝາຍຫລາຍຂຶ້ນ!

ແຮງງານລາວໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງ ຈາກກົດໝາຍຫລາຍຂຶ້ນ!

Published on

ອີງ​ຕາມ​ການ​ລາຍ​ງານ​ຂອງ ​ໜ່ວຍ​ງານ​ປັບ​ສະຖານະ​ພາບ​ແຮງ​ງານ​ລາວ ​ກ່ຽວ​ກັບ​ການ​ປັບ​ສະຖານະພາບ​ແຮງ​ງານ​ລາວ ທີ່​ເຄື່ອນ​ໄຫວອອກ​ແຮ​ງງານ​ແບບ​ຜິດ​ກົດໝາຍ​ ຢູ່​ຕ່າງປະ​ເທດ ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ, ທີ່​ລາຍ​ງານ​ຕໍ່​ລັດຖະມົນຕີ​ວ່າການ​ກະຊວງ​ແຮ​ງງານ ​ແລະ ສະຫວັດດີ​ການ​ສັງຄົມ​ ໃນ​ວັນ​ທີ 11 ກຸມພາ​ນີ້ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີຜ່ານມາ, ໜ່ວຍ​ງານ​ດັ່ງກ່າວ ​ໄດ້​ດຳ​ເນີນ​ການ​ສືບ​ຕໍ່​ປ່ຽນ​ໜັງສື​ຢັ້ງຢືນ ສະຖານະ​ພາບ​ບຸກຄົນ (Certificate of Identite) ຫລື CI ທີ່​ບໍ່​ໄດ້​ລະບຸ​ສັນຊາດ​ລາວ ​ໃຫ້​ລະບຸ​ສັນຊາດ​ລາວ ​ແລະ ​ໄດ້​ອອກ​ບັດ​ອະນຸຍາດ​ອອກ​ແຮງ​ງານ​ໃໝ່, ຊຶ່ງ​ໃນ​ເດືອນ​ກຸມພາ​ນີ້ ​ໄດ້​ມີ​ແຮງ​ງານລາວ​ຈຳນວນ​ໜຶ່ງ​ ໄດ້​ອອກ​ມາ​ປັບສະຖານະ​ພາບ​ແລ້ວ ​ແລະ ຜ່ານ​ການ​ສອບ​ຖາມ​​ເຈົ້າ​ໜ້າ​ທີ່​ໄທ​ກໍ​ເຫັນ​ວ່າ​ ນາຍ​ຈ້າງ ​ແລະ ​ແຮງ​ງານ​ສ່ວນ​ຫລາຍ​ ໄດ້​ຂໍ​ເລື່ອນ​ເວລາ​ອອກ​ໄປ​ອີກ​ໄລຍະ​ໜຶ່ງ, ​ໂດຍ​ໃຫ້​ເຫດຜົນ​ວ່າ ບໍ່​ທັນ​ພ້ອມ​ທາງ​ດ້ານ​ການ​ເງິນ​ຫລັງ​ຈາກ​ປີ​ໃໝ່, ​ແຕ່ຕາມການ​ສັງ​ເກດ​ແລ້ວ ​ເຫັນ​ວ່າການ​ຈຳກັດ​ກຳນົດ​ວິ​ຊ່າ ​ແລະ ບັດ​ອະນຸຍາດ​ເຮັດ​ວຽກ​​ຂອງຝ່າຍ​​ໄທ ທີ່ກຳນົດ​ເຖິງ​ວັນ​ທີ 31 ມີນາ 2016 ຈຶ່ງ​ເປັນສາ​ເຫດ​ເຮັດ​ໃຫ້​ແຮງ​ງານ​ ບໍ່​ອອກ​ມາ​ປ່ຽນ​ສະຖານະ​ພາບ. ດັ່ງ​ນັ້ນ ທາງ​ໜ່ວຍ​ງານ​ດັ່ງກ່າວ ຈຶ່ງ​ໄດ້​ເຮັດ​ຈົດໝາຍ​ເຖິງ​ທ່ານ​ອະທິ​ບໍດີກົມ​ການ​ຈັດ​ຫາ​ງານ ​ເພື່ອ​ສະ​ເໜີ 3 ບັນຫາ ​​ໃຫ້​ໜ່ວຍ​ງານ​ປັບ​ສະຖານ​ະພາບ​ແຮງ​ງານ​ລາວ ສາມາດ​ລົງ​ປັບ​ສະຖານະ​ພາບ​ເຄື່ອນ​ທີ່​ ຕາມ​ຈັງຫວັດ​ຕ່າງໆ​ໄດ້​ຢ່າງ​ສະດວກ, ​ເຊິ່ງ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ໃນ​​ເດືອນ​ກຸມພາ​ນີ້.

ທ່ານ​ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ໄດ້​ກ່າວ​ວ່າ: ປັດຈຸບັນ ຝ່າຍ​ໄທພວມ​ພິຈາລະ​ນາ​ແກ້​​ໄຂ​ບັນຫາກຳນົດ​ອະນຸຍາດ​ໃຫ້​ເຮັດ​ວຽກ​ຊົ່ວ​ຄາວແກ່​ແຮ​ງງານ​ລາວ, ກຳປູ​ເຈຍ ​ແລະ ມຽນມາ ຈາກ​ເດີມ​ທີ່​ມີ​ການ​ກຳນົດ​ໃຫ້​ໄດ້​ເຖິງ 31 ມີນາ 2016 ​ແລະ ​ໄດ້​ເຮັດ​​ແຈ້ງ​ການ​ໃຫ້​ນາຍ​ຈ້າງ ​ແລະ ​ແຮງ​ງານ​ ໄປ​ປະກອບ​ເອກ​ກະສາ​ນ ຂໍ​ຕໍ່​​ໃບ​ອະນຸຍາດ​ເຮັດ​ວຽກ ນຳ​ໜ່ວຍ​ງານ​ຈັດ​ຫາ​ງານ​ໄທ ຢູ່​ຕາມ​ເຂດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​, ​ເຊິ່ງຈະ​ອະນຸດ​ຍາດ​ໃຫ້​ເຮັດ​ວຽກ​ໄດ້ 1 ປີ ​ແລະ ສາມາດ​ຕໍ່​ໄດ້​ອີກ 1 ປີ. ​ນອກຈາກ​ນີ້ ໜ່ວຍ​ງານ​ຂອງ​ລັດຖະບານ​ລາວ ທີ່​ປະຈຳ​ຢູ່​ປະ​ເທດ​ໄທ​ນັ້ນ ຍັງ​ໄດ້​ສືບ​ຕໍ່​ເຮັດ​ໜັງສື​ຢັ້ງຢືນ​ປະ​ເພດ​ຕ່າງໆ ​ເພື່ອ​ຊ່ວຍ​ໃຫ້​ແຮງ​ງານ​ລາວ ສາມາດ​ຕໍ່​ວີ​ຊ່ານຳ ສູນ ຕ.ມ ​ໄທ​ໄດ້, ​ຊຶ່ງ​ເລີ່​ມ​ແຕ່ວັນ​ທີ 26 ທັນວາ 2015-25 ມັງກອນ 2016, ມີ​ແຮ​ງງານ​ລາວ​ຈຳນວນ​ໜຶ່ງ ​ເຂົ້າ​ມາ​ປັບ​ສະຖານະ​ພາບ ສຳລັບ​ຜູ້​ທີ່​ສຳພາດ​ຜ່ານ ​ແລະ ໜ່ວຍ​ງານ​ໄດ້​ອອກ​ໜັງສື​ຢັ້ງຢືນ​ສະຖານະ​ພາບ​ບຸກຄົນ ​ແລະ ບັດ​ອະນຸຍາດ​ເຮັດ​ວຽກ ມີ 2 ພັນ​ກວ່າ​ຄົນ, ​ໃນ​ນັ້ນ ​ແຮງ​ງານ​ອຸດສາຫະກຳ-ກໍ່ສ້າງ​ມີ 265 ຄົນ, ອຸດສາຫະກຳ-ການ​ຜະລິດ 343 ຄົນ, ກະສິກຳ-ປູກຝັງ 214 ຄົນ, ກະສິກຳ-ການ​ປະມົງ 162 ຄົນ ​ແລະ ການ​ບໍລິການ 1.088 ຄົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...