spot_img
Homeຂ່າວພາຍ​ໃນກຽມຈັດການແຂ່ງຂັນ ແລ່ນຮາບມາລາທອນນາໆຊາດ ຄັ້ງທຳອິດຢູ່ນະຄອນວງວຽງຈັນ!

ກຽມຈັດການແຂ່ງຂັນ ແລ່ນຮາບມາລາທອນນາໆຊາດ ຄັ້ງທຳອິດຢູ່ນະຄອນວງວຽງຈັນ!

Published on

ສະຫະພັນກິລາ ແລ່ນ-ລານແຫ່ງຊາດລາວ ຮ່ວມກັບ ວິສະຫະກິດ ອີເວັ້ນກູດ ກຽມຈັດການແຂ່ງຂັນ ກິລາແລ່ນຮາບມາລາທອນນາໆຊາດ ຄັ້ງທຳອິດ ໃນວັນທີ 3 ມີນາ ນີ້ທີ່ນະຄອນຫລວງວຽງຈັນ ໂດຍມີນັກກິລາລາວ ແລະ ຕ່າງປະເທດ ແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນເຖິງ 600 ກວ່າຄົນ ໂດຍການອຸປະຖຳຫລັກ ຂອງບໍລິສັດເບຍລາວ ຈຳກັດ ມູນຄ່າ 100 ລ້ານກວ່າກີບ ເຊິ່ງພິທີຖະແຫລງຂ່າວດັ່ງກ່າວ ຈັດຂຶ້ນໃນວັນທີ 8 ກຸມພານີ້ ທີ່ໂຮງແຮມສັນທາຣາ ແຄມຄອງ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພູ ພົງສາ, ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີ ທ່ານ ພັນເອກ ພິມພາ ສີໂພໄຊ, ຮອງປະທານສະຫະພັນກິລາແລ່ນ-ລານ ແຫ່ງຊາດລາວ ແລະ ທ່ານ ສູນທອນ ສີຣິສັກ,ຮອງຜູ້ອຳນວຍການ ບໍລິສັດເບຍລາວ ຈຳກັດ ພ້ອມດ້ວຍຄະນະບໍລິຫານສະຫະພັນ, ວິສາຫະກິດອີເວັ້ນກູດ, ແຂກຖືກເຊີນ ແລະ ບັນດານັກກິລາທັງຊາວລາວ ແລະຕ່າງປະເທດຕະຫລອດຮອດສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານພັນເອກ ພິມພາ ສີໂພໄຊ ກ່າວວ່າ: ເພື່ອເປັນ ການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xຂອງພັກປະຊາຊົນ ປະຕິວັດລາວ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ ແລະ ການກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້, ພ້ອມດຽວກັນນະຄອນຫລວງວຽງຈັນ ຍັງມີເສັ້ນທາງສຳລັບການແລ່ນ ແລະ ຍ່າງທີ່ເຕັມໄປດ້ວຍຄວາມໝາຍທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດທີ່ສວຍສົດງົດງາມ ເປັນຕົ້ນແມ່ນທາງແລ່ນແຄມຂອງ ທີ່ມີທັດສະນີຍະພາບອັນຈົບງາມ ສາມາດດຶງດູດ ນັກແລ່ນຈາກຕ່າງປະເທດເຂົ້າຮ່ວມ ແລະ ສົ່ງເສີມອຸດສາຫະກຳການທ່ອງທ່ຽວໄປພ້ອມໆກັນ.  ຄຽງຄູ່ກັນນັ້ນ, ກໍຍັງ ເປັນການສົ່ງເສີມນັກກິລາລາວ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອຝຶກຝົນຕົນເອງໃຫ້ມີຄວາມສາມາດດີເດັ່ນ ແລະ ສ້າງຜົນງານໃນລະດັບນາໆຊາດໄດ້ ໃນອະນາຄົດ. ດັ່ງນັ້ນ, ຈຶ່ງຈະໄດ້ຈັດການແຂ່ງຂັນ ກິລາແລ່ນຮາບມາລາທອນນາໆຊາດ ຄັ້ງທຳອິດຂອງລາວນີ້ຂຶ້ນ.  

ລາຍການແຂ່ງຂັນດັ່ງກ່າວ ຈະຊີງໄຊ 3 ລາຍການ ຄື: ແລ່ນຮາບມາລາທອນ ໄລຍະທາງ 21 ກິໂລແມັດ, ແລ່ນມິນິມາລາທອນ 10,5 ກິໂລແມັດ ແລະ ແລ່ນ-ຍ່າງ ເພື່ອສຸຂະພາບ 5 ກິໂລແມັດ ທັງປະເພດຍິງ-ຊາຍ ໂດຍການແຂ່ງຂັນຄັ້ງນີ້ ແມ່ນເປີດກວ້າງນັກກິລາທັງຕ່າງຊາດ ແລະ ທີມຊາດລາວສາມາດເຂົ້າຮ່ວມແຂ່ງຂັນໄດ້.

ສຳລັບແລ່ນຮາບມາລາທອນ ແມ່ນຈະເລີ່ມເວລາ 5:00 ໂມງເຊົ້າ, ແລ່ນມິນິມາລາທອນ ເລີ່ມ 5:30 ໂມງເຊົ້າ ແລະ ແລ່ນ-ຍ່າງ ເພື່ອສຸຂະ ພາບເລີ່ມ 6:00 ໂມງເຊົ້າ ໂດຍຈະມີຈຸດເລີ່ມຕົ້ນຢູ່ເດີ່ນທາດຫລວງຫລັງຈາກນັ້ນ ກໍໄປຕາມເສັ້ນທາງຂອງ ເມືອງໄຊເຊດຖາ, ເມືອງສີໂຄດຕະບອງ, ເມືອງ ສີສັດຕະນາກ ແລະ ເມືອງຈັນທະບູລີ.

ສ່ວນລາງວັນຊະນະເລີດ ປະເພດແລ່ນຮາບມາລາທອນ ຍິງ-ຊາຍ ຈະໄດ້ຮັບເງິນສົດ 5 ລ້ານກີບ, ອັນດັບ 2 ຈະໄດ້ຮັບ 2,5 ລ້ານກີບ, ອັນດັບ 3 ຈະໄດ້ຮັບ 1 ລ້ານກີບ, ອັນດັບ 4 ຈະໄດ້ຮັບ 7 ແສນກີບ ແລະ ອັນດັບ 5 ຈະໄດ້ຮັບ 5 ແສນກີບ ແລະ ປະເພດແລ່ນມິນິມາລາທອນ ຍິງ-ຊາຍ ອັນດັບ 1 ແມ່ນຈະໄດ້ຮັບເງິນສົດ 2 ລ້ານກີບ, ອັນດັບ 2 ຈະໄດ້ຮັບ 1 ລ້ານກີບ, ອັນດັບ 3 ຈະໄດ້ຮັບ 5 ແສນກີບ, ອັນດັບ 4 ຈະໄດ້ຮັບ 3 ແສນກີບ ແລະ ອັນດັບ 5 ຈະໄດ້ຮັບ 2 ແສນກີບ. ສ່ວນກິລາແລ່ນ-ຍ່າງ ເພື່ອສຸຂະພາບບໍ່ມີລາງວັນ. ຖ້າຫາກນັກກິລາທ່ານໃດສົນໃຈເຂົ້າຮ່ວມ ແຂ່ງຂັນສາມາດຕິດຕໍ່ພົວພັນໄດ້ທີ່ເບີໂທ 020 55888688 ຮ້ານແຮບປີ້ ສະປອດ ບ້ານພະໄຊ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...