spot_img
HomeມູມໄອທີລາວArchos ປະກາດກ່ຽວກັບສະມາດໂຟນ 50d Oxygen ທີ່ຈະວາງຂາຍໃນເດືອນພຶດສະພານີ້

Archos ປະກາດກ່ຽວກັບສະມາດໂຟນ 50d Oxygen ທີ່ຈະວາງຂາຍໃນເດືອນພຶດສະພານີ້

Published on

Archos ອອກມາປະກາດກ່ຽວກັບສະມາດໂຟນລຸ້ນໃໝ່ທີ່ຈະຂາຍໃນເດືອນພຶດສະພານີ້ ໂດຍໃຊ້ຊື່ວ່າ Archos 50d Oxygen ເຊິ່ງຄາດວ່າອາດຈະມາເປັນລຸ້ນສືບທອດຂອງສະມາດໂຟນ Archos 50c Oxygen ທີ່ເປີດໂຕແລະວາງຂາຍໄປແລ້ວໃນປີ 2014

image

ສຳລັບໃນດ້ານສະເປັກຂອງ 50d ແມ່ນມີໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 1080p (FHD). ໃຊ້ງານຊີພີຢູ MediaTek MT6753 ຄວາມໄວຢູ່ທີ່ 1.3 GHz octa-core Cortex-A53, RAM 2GB, ພື້ນທີ່ຈັດເກັບ 16GB. ໃຊ້ໄດ້ 2 ຊິມແລະຮອງຮັບ 4G LTE, ແຕ່ບໍ່ຮອງຮັບ NFC

ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບແຟລັດ LED, ສ່ວນກ້ອງໜ້າແມ່ນມີຄວາມລະອຽດ 5 ລ້ານພິກເຊວ. ແບັດເຕີຣີໃຫ້ມາ 2,100 mAh. ໃຊ້ງານລະບົບປະຕິບັດການ Android 5.1 Lollipop. ຂະໜາດໂຕເຄື່ອງແມ່ນ 141.4 x 70.8 x 8.2 ມມ, ແລະນ້ຳໜັກ 140 ກຣາມ. ສຳລັບລາຄາແມ່ນ £129 (1.200.000 ກີບ) ຈະຂາຍໃນຊ່ວງເດືອນພຶດສະພານີ້

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...