spot_img
Homeຂ່າວພາຍ​ໃນຈັບ 2 ໂຈນໄວກາງຄົນລັກຂ້າງົວຂາຍ

ຈັບ 2 ໂຈນໄວກາງຄົນລັກຂ້າງົວຂາຍ

Published on

 

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກການຈັດຕັ້ງບ້ານນາກຸງ ເມືອງໄຊທານີວ່າ: ມີຄົນຮ້າຍກຳລັງລັກຂ້າງົວຂອງປະຊາຊົນ, ເຈົ້າໜ້າທີ່ຈິ່ງໄດ້ລົງສົມທົບກັບການຈັດຕັ້ງກຸ່ມບ້ານນາກຸງແລ້ວ ເຂົ້າປິດລ້ອມບໍລິເວນທີ່ຄົນຮ້າຍກໍາລັງຂ້າງົວຢູ່ ແລະບຸກເຂົ້າຈັບກຸມຕົວຄົນຮ້າຍໄດ້ຊື່ ທ້າວ ຈື່ ຊໍ່ເຮີ່ ອາຍຸ 49 ປີ ຢູ່ບ້ານປາກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນໃນວັນທີ 8 ມັງກອນ 2016; ຈາກນັ້ນເຈົ້າໜ້າທີ່ໄດ້ສືບສວນຂະຫຍາຍຜົນຫາຜູ້ຊັດທອດສາມາດກັກຕົວ ທ້າວ ຊົ່ງຢາງ ອາຍຸ 52 ປີ ພັກເຊົາ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 12 ມັງກອນ 2016 ໃນຂະນະທີ່ກໍາລັງຊອກຫາລັກງົວຂອງປະຊາຊົນ.

ຜ່ານການສືບສວນ-ສອບສວນ ທັງສອງໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຂ້າງົວຂອງປະຊາຊົນເພື່ອເອົາ ຊີ້ນໄປຂາຍມາແຕ່ຕົ້ນປີ 2015, ເປັນ ຈຳນວນທັງໝົດ 4 ຄັ້ງຄື: ຊ່ວງຕົ້ນປີ 2015 (ບໍ່ຈື່ເດືອນ ແລະບໍ່ຈື່ວັນທີ) ຢູ່ເຂດບ້ານປາກແຮດ ເມືອງນາຊາຍທອງ, ຄັ້ງທີ 2 ແມ່ນຫ່າງຈາກຄັ້ງທໍາອິດປະມານ 1 ເດືອນຢູ່ເຂດບ້ານຈໍາປາ ເມືອງນາຊາຍທອງ ຄັ້ງຕໍ່ມາແມ່ນໃນລະຫວ່າງເດືອນພະຈິກຂອງປີດຽວກັນເຂດບ້ານສີເກີດ-ໜອງບຶກ ແລະຄັ້ງສຸດທ້າຍໃນ ວັນທີ 8 ມັງກອນ 2016 ເຂດບ້ານນາກຸງ ເມືອງໄຊທານີ ໂດຍແຕ່ລະຄັ້ງແມ່ນໃຊ້ວິທີເອົາເກືອມາລໍ້ໃຫ້ງົວກິນ ເພື່ອສະດວກໃນການຈັບກ່ອນລົງມືຂ້າແລ້ວປາດເອົາແຕ່ 4 ຂາໃສ່ເປົາທີ່ກຽມມາໄປຂາຍທີ່ຕະຫຼາດເມື່ອໄດ້ເງິນມາກໍແບ່ງກັນ.

ຕໍ່ກັບຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ເມືອງໄຊທານີໄດ້ກ່າວວ່າ: ແມ່ນບັນຫາທີ່ສ້າງຜົນເສຍຫາຍໃຫ້ແກ່ພົນລະເມືອງຢ່າງຫຼວງຫຼາຍ ທັງເປັນການສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ, ດັ່ງນັ້ນ ຈິ່ງຢາກໃຫ້ປະຊາຊົນທຸກຄົນມີສະຕິລະວັງຕົວຢູ່ສະເໝີ, ຊ່ວຍກັນເປັນເຈົ້າການໃນການປົກປັກຮັກສາຊັບສິນທີ່ມີຄ່າລວມໄປເຖິງສັດລ້ຽງນ້ອຍ-ໃຫຍ່, ເມື່ອນໍາໄປປ່ອຍແລ້ວກໍຄວນໝັ່ນເບິ່ງໝັ່ນແຍງ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີໄດ້ສວຍໂອກາດລັກເອົາໄປໄດ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...