Homeຂ່າວຕ່າງປະເທດລັດຖະສະພາມຽນມາ ປະກາດມື້ເລືອກຕັ້ງປະທານາທິບໍດີ ວັນທີ 17 ມີນານີ້!

ລັດຖະສະພາມຽນມາ ປະກາດມື້ເລືອກຕັ້ງປະທານາທິບໍດີ ວັນທີ 17 ມີນານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກຸມພາຜ່ານມານີ້ວ່າ ລັດຖະສະພາມຽນມາ ໄດ້ວາງກຳນົດເລືອກຕັ້ງ ປະທານາທິບໍດີຄົນໃໝ່ຂອງປະເທດ ໃນວັນທີ 17 ມີນາທີ່ຈະມາເຖິງນີ້ ຕາມການເປີດເຜີຍຂອງ ທ່ານ ມານ ວິນ ຂ່າຍ ປະທານລັດຖະສະພາມຽນມາ.

ທັງນີ້ ພັກສັນນິບາດຊາດເພື່ອປະຊາທິປະໄຕ ຫລື NLD ໄດ້ຮັບໄຊຊະນະຈາກການເລືອກຕັ້ງ ໃນວັນທີ 8 ພະຈິກ 2015 ໄດ້ບ່ອນນັ່ງໃນສະພາປະມານ 80% ຂອງບ່ອນນັ່ງທັງໝົດ ຊຶ່ງຫລາຍພຽງພໍ ທີ່ຈະນຳສະເໜີລາຍຊື່ ແລະ ຜັກດັນປະທານາທິບໍດີຂອງຕົນເອງໄດ້.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...