Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ຊາວຄ້າຂາຍຕະຫລາດຂົວດິນ ຮັກສາຄວາມປອດໄພ ແລະ ຄຸ້ມຄອງລາຄາສິນຄ້າ

ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ຊາວຄ້າຂາຍຕະຫລາດຂົວດິນ ຮັກສາຄວາມປອດໄພ ແລະ ຄຸ້ມຄອງລາຄາສິນຄ້າ

Published on

fri4apr5

ໃນຕອນແລງຂອງວັນທີ 3 ເມສາ 2014 ນີ້, ທ່ານ ທອງ ສິງ ທຳມະວົງ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະລັດຖະບານໄດ້ ລົງພົບປະຢ້ຽມຢາມ ແລະ ໂອ້ ລົມຊາວຄ້າຂາຍຢູ່ໃນຕະ ຫຼາດຂົວດິນ, ເມືອງສີສັດຕະ ນາກ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກອຳນວຍການ ຜູ້ຈັດສັນຕະຫຼາດ ແລະ ຊາວ ຄ້າຂາຍພາຍໃນຕະຫຼາດດັ່ງ ກ່າວໃຫ້ການຕ້ອນຮັບຢ່າງ ຄັບຄາໜາແໜ້ນ.
ໂອກາດລົງຢ້ຽມຢາມໃນ ຄັ້ງນີ້ທ່ານ  ທອງສິງ ທຳມະວົງ ໄດ້ຮັບຟັງການລາຍງານສະ ພາບລວມຈາກຜູ້ອຳນວຍ ການຈັດສັນຕະຫຼາດ, ຕະຫຼາດ
ຂົວດິນໃນໄລຍະຜ່ານມາ, ເຊິ່ງຕະຫຼາດຂົວດິນມີເນື້ອ ທີ່ທັງໝົດ 27.000 ຕາເມັດ, ປະກອບດ້ວຍຮ້ານຄ້າຂາຍ ທັງໝົດ 650 ຮ້ານ, ໃນນີ້ຮ້ານ ຂາຍປະເພດພືດຜັກ, ປູ, ປາ ແລະ ຊີ້ນ 250 ຮ້ານ, ນອກ ນັ້ນແມ່ນຂາຍປະເພດເຄື່ອງ ນຸ່ງຫົ່ມ, ເຄື່ອງອຸປະໂພກ, ບໍລິ ໂພກ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ, ຕະຫຼາດຂົວດິນແມ່ນ ຕະຫຼາດເກົ່າແກ່ແຫ່ງໜຶ່ງພາຍ ໃນນະຄອນຫຼວງວຽງຈັນ ເຊິ່ງ ມີອາຍຸ 20 ກວ່າປີ, ພ້ອມດຽວ ກັນນັ້ນກໍ່ມີລະບົບການຈັດສັນ ການເຟົ້າເວນຍາມທີ່ເປັນລະ ບຽບຮຽບຮ້ອຍ ແລະ ຮັກປະ ກັນຄວາມປອດໄພ, ໃນຕະ ຫຼອດໄລຍະທີ່ຜ່ານມາກໍ່ໄດ້ ຕັ້ງໜ້າໃນການເສຍອາກອນ ໃຫ້ລັດຢ່າງເປັນປົກກະຕິ ແລະ ຄົບຊຸດຕາມພັນທະ.
ທ່ານນາຍົກລັດຖະມົນຕີ ກໍ່ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ ທິດຊີ້ນຳແກ່ຜູ້ຈັດສັນ ແລະ ຊາວຄ້າຂາຍເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ຄວາມເສຍສະຫຼະ ແລະ ຄວາມມີມານະອົດທົນ ຕັ້ງໜ້າປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ- ສັງຄົມ, ເພາະວ່າຊາວຄ້າຂາຍ ແມ່ນໝາກຫົວໃຈຂອງການ ພັດທະນາເຮັດໃຫ້ລະບົບເສດ ຖະກິດຮັບການຂະຫຍາຍຕົວ ທັງນີ້ກໍ່ຍ້ອນວ່າຕະຫຼາດແມ່ນ ບ່ອນຈໍລາຈອນສີນຄ້າທຸກປະ ເພດທັງຜູ້ຊື້ ແລະ ຜູ້ຂາຍແມ່ນ ມີໜ້າໃນການສົ່ງເສີມເສດຖະ ກິດໃຫ້ເຂັ້ມແຂງ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ, ພ້ອມດຽວ
ກັນນັ້ນທ່ານນາຍົກຍັງໄດ້ ກ່າວເນັ້ນໜັກໃຫ້ແກ່ຊາວຄ້າ ຊາຍຈົ່ງເປັນແບບຢ່າງໃນ ການເອົາໃຈໃສ່ຮັກສາຄວາມ ປອດໄພໂດຍສະເພາະຈົ່ງມີ ສະຕິໃນການຊົມໃຊ້ລະບົບ ໄຟຟ້າເພື່ອປ້ອງກັນໄພອັນ ຕະລາຍຕ່າງໆທີ່ຈະເກີດຂຶ້ນ, ການຈັດຕສັນຕະຫຼາດໃຫ້ ເປັນລະບຽບຮຽບຮ້ອຍສະ ອາດຈົບງາມ, ທຸກຄົນຈົ່ງເປັນ ເຈົ້າການຮ່ວມກັນ ແລະ ຖືວ່າ ຕະຫຼາດກໍ່ຄືເຮືອນຂອງຕົນ ເອງ, ພ້ອມທັງມີແບບແຜນອັນ ລະອຽດໃນການປ້ອງກັນເວນ ຍາມທັງເຮັດເປັນລະບົບ ແລະ ຕໍ່ເນື່ອງ. ບັນຫາໃດສັບ ສົນຫຍຸ້ງຍາກໃຫ້ພ້ອມກັນປັບ ປຸງແກ້ໄຂຢ່າງຮີບດ່ວນ ທີ່ສຳ ຄັນແມ່ນລາຄາສີນຄ້າໃຫ້ເອົາ ໃຫ້ເອົາໃຈໃສ່ຄວບຄຸມໃຫ້ຢູ່ ໃນເກນປົກກະຕິໂດຍສະ ເພາະແມ່ນໃນໄລຍະບຸນປີ ໃໝ່ລາວທີ່ຈະມາເຖິງໃນມໍ່ໆ ນີ້ ຄວນເອົາໃຈໃສ່ເປັນພິເສດ ຫ້າມສວຍໂອກາດເອົາລັດ ເອົາປຽບຜູ້ບໍລິໂພກເດັດຂາດ.

ທີ່ມາ  http://www.kongthap.gov.la/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...