spot_img
Home​ຂ່າວບັນເທິງແຈັກເກັດ ສິລະປິນນ້ອງໃໝ່ ທີ່ໜ້າຕິດຕາມ

ແຈັກເກັດ ສິລະປິນນ້ອງໃໝ່ ທີ່ໜ້າຕິດຕາມ

Published on

ວົງ Jacket ​ເປັນ​ສິລະ​ປິນນ້ອງ​ໃໝ່ສັງ​ກັດ​ຢູ່​ພາຍ​ໃຕ້​ຄ້າຍ​ເພງ ລາວ​ລ້ານ​ຊ້າງ ກັບ​ການ​ຮວມຕົວ​ຂອງ​ຄົນ​ຮັກ​ໃນ​ດົນຕຣິຮູບ​ແບບ​ດຽວກັນ ກໍ​ຄື​ແນວ​ເພງ​ສະຕິ​ງ ປ໋ອບ&ຣັອກ. ​ໃນ​ວັນ​ທີ 5 ກຸມພາ 2016 ທີ່​ຜ່ານ​ມາ​ທາງ​ສິລະ​ປິນ​ໄດ້​ຖະ​ແຫຼງ​ເປີດ​ຕົວ​ເພງ​ໃໝ່ “ບໍ່ຮັກ​ຄືບໍ່ບອກ” ຢູ່​ທີ່​ເດີ່ນ​ຫໍ​ພັກ​ນັກ​ສຶກສາຊີ​ເກ​ມ ດົງ​ໂດກ.

ສະມາຊິກວົງ Jacket ປະກອບ​ມີ: ທ້າວ ອານຸລັກ ພະ​​ໄຊ​ສີ​ສຸ​ນົນ (​ໂຊ​ນ່ານ) ນັກ​ຮ້ອງ​ນຳ, ວິ ມື​ກີ​ຕ້າ​ໂຊ​ໂລ້, ​ແຂັກ ມື​ກີ​ຕ້າ​ຄອດ, ​​ໂຈ​ອີ້ ມື​ເບ​ສ ​ແລະ ຈອນ​ນີ້ ມື​ກອງ. ການ​ທີ່​ພວກ​ເຮົາ​ມາ​ລວມຕົວ​ກັນ​ໄດ້​ແມ່ນ​ມັນ​ເປັນ​ເລື່ອງ​ທີ່​ບັງ​ເອີນຫຼາຍ ຍ້ອນ​ໂຄງການ​ຂອງ M-150 ​ເສຍສະຫຼະ Cover Contest ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮູ້ຈັກ​ກັນ ​ເຊິ່ງ​ຊື່​ວົງໃນ​ເມື່ອ​ກ່ອນ​ແມ່ນ​​ວົງ OLO Rock ຍ້ອນ​ພວກ​ເຮົາ​ມັກ ​ແລະ ຮັກ​ໃນ​ການ​ແຕ່ງ​ຕົວ​ໃນ​ເຄື່ອງ​ແບບ​ແຈັກ​ເກັດ ​ແລະ ​ເຫັນ​ເຖິງ​ຄວາມ​ແຕກ​ຕ່າງ​ຂອງ​ມັນ​ຈາກ​ແນວ​ເສື້ອຜ້າ​ອື່ນໆ ຈຶ່ງ​ໄດ້​ຕົກລົງ​ກັນ​ປ່ຽນຊື່​ມາ​ເປັນ​ວົງ Jacket. ຖ້າ​ຈະ​​ເວົ້າ​ເຖິງ​ຄວາມໝາຍຂອງ “Jacket” ​ແມ່ນໝາຍ​ເຖິງ​ວົງ​ດົນຕຣີຣັອກຕິດ​ດິນ ທີ່​ມີ​ຄວາມ​ແຂງ​ແຮງ ປຽບສະ​ເໝືອນກັບ​ເສື້ອ​ແຈັກ​ເກັດ ​ເຖິງ​ມັນ​ຈະ​ບໍ່ງາມ​ດີ​ຄື່​ເຄື່ອງ​ແຟຊັ່ນ​ທົ່ວ​ໄປ ​ແຕ່​ມັນ​ກໍ​ມີ​ຄວາມ​ທົນ​ທານ ​ແລະ ມີ​ເອກະລັກ​ສະ​ເພາະ​ຂອງມັນ.

ສຳລັບ​ຜົນງານ​ເພງ “ບໍ່ຮັກ​ຄືບໍ່ບອກ” ​ແມ່ນ​ຜົນງານ​ເພງ​ໃໝ່ທຳ​ອິດ​ຂອງ​ວົງ ແຕ່ງ​ໂດຍ​ ​ໂຊ​ນ່ານ (ນັກ​ຮ້ອງ​ນຳ) ​ເຊິ່ງ​ໄດ້​ຮວບ​ຮວມ​ເອົາຫຼາຍໆຄວາມ​ຮູ້​ມາ​ຂຽນ​ເປັນ​ບົດ​ເພງ. ສ່ວນ​ເນື້ອຫາ​ຂອງ​ເພງ​ປະມານ​ວ່າ: ​ເປັນຄວາມ​ຜິດ​ຫວັງ​ທີ່​ເຮົາ​ເອງ​ຄິດ​ໄປ​ຝ່າຍດຽວ, ​ເຮົາ​ຄິດ ​ແລະ ​ເຂົ້າ​ໃຈ​ມາ​ເອງ​ໂດຍ​ຕະຫຼອດວ່າ​ເຂົາ​ເຈົ້າຮັກ​ເຮົາ ​ແຕ່​ໃນ​ຄວາມ​ຈິງ​ແລ້ວ​ເຮົາ​ຄິດ​ໄປ​ຄົນ​ດຽວທັງໝົດ, ​ເປັນ​ຍ້ອນ​ເຮົາ​ຈິງ​ຈັງ​ກັບ​ຊີວິດ​ຄູ່ຫຼາຍ​ເກີນ​ໄປ ຄິດ​ຢາກ​ຈະ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ຕົນ ​ແລະ ຄົນ​ຮັກ​ເປັນ​ຈິງ, ​ເຮັດວຽກໜັກທຸກ​ຢ່າງ, ປະຢັດ​ທຸກ​ທາງ ​ເພື່ອ​ທີ່​ຈະ​ໄດ້​ໃຊ້​ຊີວິດ​ຄູ່​ຢູ່​ຮ່ວມ​ກັນ ​ແຕ່​ສຸດ​ທ້າຍ​ມັນ​ກໍ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ຄິດ​ຍ້ອນ​ຄວາມ​ບໍ່ພໍ​ຂອງ​ເຂົາ​ທີ່​ຢາກ​ຫາ​ຄວາມສຸກ​ຊົ່ວຄາວ​ໄປ​ແຕ່​ລະມື້.

ກ່ອນໜ້ານີ້ທາງ ​ໂຊ​ນ່ານ ກໍ​ໄດ້​ປ່ອຍ​ເພງ​ອອກ​ມາ​ແລ້ວ​ນັ້ນກໍ​ຄື​ເພງ “ທົນ​ເພື່ອ​ຫຍັງ” ​ເພງ​ດັ່ງກ່າວ​ກໍ​ໄດ້​ຮັບ​ກະ​ແສ​ຕອບ​ຮັບ​ຈາກ​ສັງຄົມ​ເປັນ​ຢ່າງ​ດີ ​ເປັນ​ທີ່​ຮູ້ຈັກ​ຂອງ​ທຸກ​ຄົນ ຈົນ​ໄດ້​ຮັບ​ສາຍາ​ວ່າ: ​ໂຊ​ນ່ານ ທົນ​ເພື່ອ​ຫຍັງ ​ໃນ​ປັດຈຸບັນ.

ສຸດ​ທ້າຍ​ນີ້ກໍ​ຂໍ​ຝາກ​ຜົນງານ​ເພງ​ຂອງ​ວົງ​ນ້ອງ​ໃໝ່ Jacket “ບໍ່ຮັກ​ຄືບໍ່ບອກ” ​ໄວ້​ໃນ​ອ້ອມ​ອົກ​ອ້ອມ​ໃຈ​ທຸກ​ທ່ານ ​ເປັນ​ຜົນງານ​ເພງ​ທີ່​ພວກ​ເຮົາ​ຕັ້ງ​ໃຈ​ເຮັດຫຼາຍ, ດັ່ງນັ້ນ ຈຶ່ງ​ຢາກ​ໃຫ້​ລອງ​ຟັງ​ເບິ່ງ ອາດ​ຈະ​ເຖິງ​ກັບຫຼາຍໆຄົນ​ທີ່​ກຳລັງ​ຕົກ​ຢູ່​ໃນ​ສະຖານະ​ການ​ດຽວກັນ​ກັບ​ເພງ​ນີ້ ຮັບຮອງ​ວ່າ​ຖືກ​ໃຈ​ແນ່ນອນ. ສາມາດ​ຕິດຕາມ​ພວກ​ເຮົາ​ໄດ້​ທີ່​​​ເຟດບຸກແຟນ​ເພ​ຈ Sonarn Destination FC.

12695793_957906160971356_1553228778_n

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...