Homeຂ່າວພາຍ​ໃນຟຸດຊໍ ຊີງແຊັມທົ່ວປະເທດ ກຽມເປີດສາກເດືອນພຶດສະພາ

ຟຸດຊໍ ຊີງແຊັມທົ່ວປະເທດ ກຽມເປີດສາກເດືອນພຶດສະພາ

Published on

ຟຸດຊໍ ຊີງແຊັມທົ່ວປະເທດ ກຽມເປີດສາກເດືອນພຶດສະພາ

ການ​ແຂ່ງຂັນ​ບານ​ເຕະ​ຟຸດ​ຊໍ ຊີງ​ແຊັມທົ່ວ​ປະ​ເທດ ກຽມ​ເປີດ​ສາກ​ການ​ແຂ່ງຂັນ​ໃນ​ລະຫວ່າງ​ເດືອນ​ພຶດສະພາ 2014 ທີ່​ຈະ​ເຖິງ​ນີ້ ​ເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກກີລາ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ​ເປັນ​ຕົວ​ແທນ​ທີ​ມຊາດ​ລາວ ເຂົ້າ​ຮ່ວມການ​ແຂ່ງຂັນ​ບານ​ເຕະ​ຟຸດ​ຊໍ ຊີງ​ແຊັມອາ​ຊຽນ 2014 ທີ່​ປະ​ເທດ​ມາ​ເລ​ເຊຍ ​ໃນ​ເດືອນ​ກັນຍາ​ນີ້.

ທ່ານ ວຽງ​ສະຫວັນ ​ແສງ​ຈັນ ປະທານ​ສະຫະພັນ​ບານ​ເຕະ ນະຄອນຫຼວງ​ວຽງ​ຈັນ ທັງ​ເປັນ​ປະທານ​ອະນຸ​ກໍາມະການ​ຟຸດ​ຊໍ​ລາວ ​ແຈ້ງ​ໃຫ້​ຮູ້​ວ່າ: ປັດ​ຈຸບັນ​ທາງ​ຄະນະ​ກໍາມະການ​ບານ​ເຕະ​ຟຸດ​ຊໍ​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ​ແລະ ຄົ້ນ​ຄ້ວາ ກ່ຽວ​ກັບ​ການ​ແຂ່ງຂັນ​ບານ​ເຕະ​ຟຸດ​ຊໍ ຊີງ​ແຊັມທົ່ວ​ປະ​ເທດ​ໂດຍ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ ໃນ​ລະຫວ່າງ​ເດືອນ​ພຶດສະພາ 2014 ທີ່​ຈະ​ເຖິງ​ນີ້ພາຍຫຼັງ​ທີ່​ພວກ​ເຮົາ​ໄດ້​ສໍາ​ເລັດ​ການຈັດ​ຝຶກ​ອົບຮົມ​ຄູ​ຝຶກ ລະດັບ 1 ຂອງ​ເອ​ເອຟຊີ ລະຫວ່າງ​ວັນ​ທີ 5-10 ​ເມສາ 2014 ທັງ​ນີ້ ກໍເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກກີລາ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ​ເປັນ​ຕົວ​ແທນ​ທີ​ມຊາດ​ລາວ ເຂົ້າ​ຮ່ວມການ​ແຂ່ງຂັນ​ບານ​ເຕະ​ຟຸດ​ຊໍ ຊີງ​ແຊັມອາ​ຊຽນ 2014 ທີ່​ປະ​ເທດ​ມາ​ເລ​ເຊຍ ​ໃນ​ເດືອນ​ກັນຍາ​ນີ້.

ພ້ອມ​ດຽວ​ກັນ​ນີ້ ທາງ​ຄະນະ​ພວກ​ເຮົາ​ຍັງ​ຈະ​ໄດ້​ຈັດການ​ແຂ່ງຂັນ​ຟຸດ​ຊໍ ຂຶ້ນ​ຫຼາຍ​ລາຍການ ​ເປັນ​ຕົ້ນ​ແມ່ນ​ຟຸດ​ຊໍ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ​ເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກກີລາທີ່​ມີ​ພອນ​ສະຫວັນ ​ເປັນ​ຕົວ​ແທນ​ຂອງ​ທີ​ມນະຄອນຫຼວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ງານ​ມະຫາ​ກໍາ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ 10 ທີ່​ແຂວງ​ອຸດົມ​ໄຊ​ ໄດ້​ຮັບກຽດ​ເປັນ​ເຈົ້າພາບ ລະຫວ່າງ​ວັນ​ທີ 13-22 ທັນວາ 2014.

 

ທີ່ມາ   http://www.vientianemai.net/teen/khao/3/11502

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...