Homeຂ່າວພາຍ​ໃນແບັກເບີຣີ ປົດພະນັກງານອີກ 200 ຕໍາແໜ່ງໃນສະຫະລັດ ແລະ ການາດາ

ແບັກເບີຣີ ປົດພະນັກງານອີກ 200 ຕໍາແໜ່ງໃນສະຫະລັດ ແລະ ການາດາ

Published on

ບລຸມເບີກລາຍງານວ່າ ແບັກເບີຣີ ບໍລິສັດຜູ້ຜະລິດສະມາດໂຟນ ແລະຊອຟແວຂອງການາດາ ປົດພະນັກງານອອກອີກປະມານ 200 ຕໍາແໜ່ງໃນລັດຟໍຣີດາສະຫະລັດອາເມລິກາ ແລະ ລັດອອນແທຣິໂອຂອງການາດາ ໂດຍຕຳແໜ່ງງານທີ່ຖືກປົດອອກລວມເຖິງ 75 ຄົນທີ່ສຳນັກງານໃນເມືອງຊິນໄຣສ ລັດຟໍຣີດາ ອ້າງອີງຈາກຂໍ້ມູນທີ່ໂພສໄວ້ເທິງເວັບໄຊຂອງກະຊວງໂອກາດທາງດ້ານເສດຖະກິດຂອງລັດຟໍຣິດາ.

ແບັກເບີຣີມີພະນັກງານ 6.225 ຄົນ ເມື່ອເດືອນກຸມພາ 2558 ຈາກການເປີດເຜີຍຂອງບໍລິສັດໃນໄລຍະເວລານັ້ນ ນັບແຕ່ນັ້ນມາ ແບັກເບີຣີມີການປົດພະນັກງານອອກອີກຈຳນວນໜຶ່ງ ແຕ່ກໍມີສ່ວນທີ່ເຂົ້າມາເພີ່ມຈາກການເຂົ້າຊື້ກິດຈະການຂອງບໍລິສັດກູດເຕັກໂນໂລຊີນຳ.

ທາງບໍລິສັດລະບຸໄວ້ໃນອີເມລຊີ້ແຈງວ່າ ຈາກການທີ່ແບັກເບີຣີດຳເນີນແຜນການປັບໂຄງສ້າງຂອງບໍລິສັດ ພວກເຮົາຍັງໃຫ້ຄວາມສຳຄັນກັບການຊຸກຍູ້ຄວາມມີປະສິດທິພາບຂອງການເຮັດວຽກທົ່ວໂລກ ດ້ວຍເຫດນີ້ຈິ່ງມີພະນັກງານປະມານ 200 ຄົນໃນການາດາ ແລະຟໍຣີດາໄດ້ຮັບຜົນກະທົບ.

ແບັກເບີຣີ ພະຍາຍາມທີ່ຈະກັບມາສ້າງຜົນກຳໄລອີກໃນໄລຍະຍາວ ດ້ວຍການສ້າງທຸລະກິດຊອຟແວແລະຫຼຸດຕົ້ນທຶນຈາກການທີ່ຍອດຂາຍສະມາດໂຟນເລີ່ມຫຼຸດລົງ ໂດຍເມື່ອປີຜ່ານມາ ແບັກເບີຣີຫາກໍຫັນໄປໃຊ້ລະບົບປະຕິບັດການແອນດຣອຍ ແທນທີ່ຈະໃຊ້ລະບົບປະຕິບັດການບີບີ 10 ຂອງຕົນເອງ.

ທັງນີ້ ມູນຄ່າຮຸ້ນຂອງແບັກເບີຣີຫຼຸດລົງ 24% ແລ້ວໃນປີນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...