spot_img
Homeຂ່າວພາຍ​ໃນສຳເລັດໂດຍພື້ນຖານວາງແຜນຜັງລວມ 148 ຕົວເມືອງທົ່ວປະເທດ

ສຳເລັດໂດຍພື້ນຖານວາງແຜນຜັງລວມ 148 ຕົວເມືອງທົ່ວປະເທດ

Published on

ໃນ​ໄລ­ຍະ​ຜ່ານ​ມາ​ຂະ­ແໜງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ ໄດ້​ຖື​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ຕົວ​ເມືອງ​ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຕາມ​ທິດ 3 ສ້າງ ສະ­ເພາະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວາງ​ແຜນ­ຜັງ ລວມ​ຂອງ​ຕົວ​ເມືອງ ຂະ­ນະ​ນີ້​ແມ່ນ​ໄດ້​ສຳ­ເລັດ​ໂດຍ​ພື້ນ­ຖານ 148 ເມືອງ​ຂອບ​ເຂດ​ທົ່ວ​ປະ­ເທດ.

ຕາມ​ຂໍ້​ມູນ​ລາຍ​ງານ​ຂອງ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ລາຍ​ງານ​ຕໍ່​ກອງ ປະ­ຊຸມໃຫຍ່​ຄັ້ງ​ທີ X ຂອງ​ພັກ​ທີ່​ຈັດ​ຂຶ້ນ​ບໍ່​ດົນ​ມາ​ນີ້​ໃຫ້​ຮູ້​ວ່າ: ກະ­ຊວງໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ໃນ​ຜ່ານ​ມາ​ໄດ້​ຖື​ສຳ­ຄັນ​ຕໍ່​ວຽກ​ງານ​ພັດ​ທະນາ​ຕົວ​ເມືອງ​ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຕາມ​ທິດ 3 ສ້າງໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ດ້ານ​ວິ­ຊາ​ການ​ທີ່​ຂະ­ແໜງ­ການ​ຕົນ​ຮັບ​ຜິດຊອບ ໃນ​ນີ້ ໄດ້​ຊີ້​ນຳໆ​ພາ​ສູ້​ຊົນ​ຄົ້ນ­ຄວ້າ​ການ­ຈັດ­ຕັ້ງປະ­ຕິ­ບັດ​ການ​ວາງ​ແຜນ­ຜັງ​ລວມ​ຂອງຕົວ​ເມືອງ ໄດ້​ສຳ­ເລັດ​ໂດຍ​ພື້ນ­ຖານ​ຂອບ​ເຂດ ທົ່ວ​ປະ­ເທດ 148 ເມືອງ​ໃນ​ທ້າຍ​ປີ 2015.

ນອກ​ນັ້ນ ຍັງ​ໄດ້​ຄົ້ນ­ຄວ້າ​ຊອກ​ຫາ​ທຶນຮອນ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ບັນ­ດາປະ­ເທດ​ເພື່ອນ​ມິດ ແລະ​ງົບ­ປະ­ມານ​ພາຍໃນ​ມາ​ສືບ­ຕໍ່​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງຕົວ​ເມືອງ ຊຶ່ງ​ໄດ້​ສຳ­ເລັດ​ໂຄງ­ການ​ພັດທະ​ນາ​ຕົວ​ເມືອງ​ນ້ອຍ​ທັງ​ໝົດ 17 ເມືອງອັນ​ທີ່​ພົ້ນ​ເດັ່ນ​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ສົມ­ທົບກັບ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນປຸກ​ລະດົມ​ທຸກ​ພາກ­ສ່ວນ​ເຂົ້າ​ຮ່ວມ​ການ​ລົງ­ທຶນກໍ່­ສ້າງ​ນ້ຳ​ປະ­ປາ​ຂະ­ໜາດ​ນ້ອຍ​ຕາມ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ​ທີ່​ວ່າ: ລັດ ແລະ​ປະ­ຊາ­ຊົນ​ພ້ອມ​ກັນ​ເຮັດ ໃນ​ນີ້ ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 25 ບ້ານ ແລະ 10 ຕົວ​ເມືອງ ນອນ​ໃນ 6 ແຂວງ ແລະ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຄື: ແຂວງວຽງ​ຈັນ, ໄຊ​ຍະ​ບູ​ລີ, ບໍ​ລິ​ຄຳ​ໄຊ, ສະ­ຫວັນນະ​ເຂດ, ຫຼວງ​ພະ​ບາງ.

ສຳ­ລັບ ແຂວງ​ສາ­ລະ​ວັນ ໄດ້​ເອົາ­ໃຈໃສ່​ພັດ­ທະ­ນາ​ຕົວ​ເມືອງ​ຕິດ​ພັນ​ການ​ກໍ່ສ້າງ​ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ​ເລກ 15 ຊຶ່ງ​ໄດ້​ປູ­ຢາງ​ໃນ​ຕົວ​ເມືອງໆ​ລະ 3-5 ກິ ໂລ​ແມັດ ແລະ​ກໍ່­ສ້າງ​ລະ­ບົບ​ນ້ຳ​ປະ­ປາ ລວມ​ທັງ​ໝົດ​ມີ 5 ເມືອງ ເປັນ­ຕົ້ນເມືອງລະ­ຄອນ​ເພັງ, ວາ­ປີ, ຕຸ້ມ​ລານ, ຕະ​ໂອ້ຍ ແລະ​ເມືອງ​ສະ​ໝ້ວຍ.

ແນວ­ໃດ​ກໍ​ດີ ເພື່ອ​ເສີມ​ຂະ­ຫຍາຍ​ຕາມ​ທິດ​ຊີ້​ນຳ​ວຽກ​ງານ 3 ສ້າງ ໂດຍ​ສະ­ເພາະແມ່ນ​ການ​ສ້າງ​ເມືອງ​ເປັນ​ຫົວ­ໜ່ວຍ​ເຂັ້ມແຂງ​ຮອບ­ດ້ານ ແລະ​ສ້າງ​ບ້ານ​ເປັນ​ຫົວ­ໜ່ວຍ​ພັດ­ທະ­ນາ​ໄດ້ທ່ານ ດຣ. ບຸນ​ຈັນ ກ່າວ​ວ່າ ກ່ອນ​ອື່ນ​ຈະ​ຕ້ອງ​ສ້າງ​ໃຫ້​ມີແຜນ­ຜັງ​ບ້ານ​ພັດ­ທະ­ນາ ແລະ​ສ້າງ​ບ້ານໃຫຍ່​ໃຫ້​ກາຍ­ເປັນ​ຕົວ​ເມືອງ​ໃນ​ຊົນ​ນະບົດ ເນື່ອງ​ຈາກ​ແມ່ນ​ມາດ­ຖານ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ລົບ​ລ້າງ​ຄວາມ­ທຸກ​ຍາກ ເພາະ​ເປັນ​ການຈັດ​ສັນ​ພູມ­ລຳ­ເນົາ​ແບບ​ຄົງ​ທີ່​ຢ່າງ​ເປັນລະ­ບົບ​ເປັນ­ຕົ້ນ​ການ​ສ້າງ​ເຮືອນ​ຢູ່​ແບບຖາ­ວອນ, ນຳ​ໃຊ້​ວັດ​ສະ​ດຸ​ກໍ່­ສ້າງ​ກັບ​ທີ່, ລາ­ຄາ​ບໍ່​ແພງ ແລະ​ຖືກ­ຕ້ອງ​ຕາມ​ມາດຕະ​ຖານ​ສຸ​ຂະ​ພິ​ບານ ນອກ​ນີ້ ຍັງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຍຸດ​ທະ​ສາດ​ການ ພັດ­ທະ­ນາ​ຕົວ​ເມືອງ​ໃນ​ຊົນ­ນະ­ບົດ ແລະ ສາ­ມາດ​ປະ­ຢັດ​ເວ­ລາ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່ການ​ລົງ­ທຶນ​ຕື່ມ​ອີກ.

ພ້ອມ​ດຽວ​ກັນ​ນີ້ ຍທຂ ຍັງ​ໄດ້​ສ້າງຕົວ​ແບບ​ຕົວ​ເມືອງ​ໃນ​ຊົນ­ນະ­ບົດ​ຕາມ​ທິດ 3 ສ້າງ ຢູ່​ເມືອງ​ໄຊ​ຈຳ​ພອນ ແຂວງ​ບໍ​ລິຄຳ​ໄຊ ປະ­ຕິ­ບັດ​ຕາມ​ຕົວ​ແບບ​ປຶ້ມ​ຄູ່​ມື ໂດຍໄດ້​ເລີ່ມ​ຈາກ​ການ​ສຳ​ຫຼວດ​ອອກ​ແບບແຜນ­ຜັງ​ເທ­ສະ​ບານ​ເມືອງ, ອອກ​ແບບ​ຕັດຕາ­ຜ້າ​ບັນ­ດາ​ເສັ້ນ­ທາງ​ໃນ​ເມືອງ, ສຳຫຼວດ​ອອກ​ແບບ​ທີ່​ຕັ້ງ​ສຳ­ນັກ­ງານ​ອົງການ, ເຂດ​ທີ່­ຢູ່​ອາ­ໄສ​ຂອງ​ປະ­ຊາ­ຊົນ, ສ້າງ​ລະ­ບົບ​ນ້ຳ​ປະ­ປາ ແລະ​ອື່ນໆ ທັງ​ນີ້ ຍທຂ ຍັງ​ວາງ​ແຜນ​ຍຸດ​ທະ​ສາດ​ການ​ພັດທະ​ນາ ແລະ​ວາງ​ແຜນ­ຜັງ​ລວມ ເມືອງໃນ​ຊົນ­ນະ­ບົດ​ໃຫ້​ເປັນ​ລະ­ບົບ​ຄົບ​ຊຸດ ພ້ອມ​ທັງ​ມີ​ການ​ຈັດ​ລຽງ​ບຸ­ລິ­ມະ­ສິດ​ຢ່າງລະ­ອຽດ ແລະ​ມີ​ຈຸດ​ສຸມ​ເປັນ​ແຕ່​ລະ​ໄລ­ຍະ ໂດຍ​ການ​ຮ່ວມ​ມື​ກັບ​ອົງ­ການ​ປົກ­ຄອງທ້ອງ­ຖິ່ນ​ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງທັງ ພາກ​ລັດ, ເອ­ກະ​ຊົນ ແລະ​ປະ­ຊາ­ຊົນ ໃຫ້​ມີສ່ວນ​ຮ່ວມ​ໃນ​ຂະ​ບວນ​ການ​ວາງ​ແຜນ ແລະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເລີ່ມ​ຕັ້ງ­ແຕ່ບາດ­ກ້າວ​ທຳ​ອິດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...