spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫຼວດມຸກດາຫານ ເປີດເສື້ອກະເທີຍລາວ ພົບຢາບ້າ 10,000 ເມັດ

ຕຳຫຼວດມຸກດາຫານ ເປີດເສື້ອກະເທີຍລາວ ພົບຢາບ້າ 10,000 ເມັດ

Published on

ມື້ວານນີ້ ວັນທີ 8 ກຸມພາ 2016 ພາຍຫຼັງເຈົ້າໜ້າທີ່ຕຳຫຼວດມຸກດາຫານ ປະເທດໄທ ໄດ້ຮັບແຈ້ງວ່າຈະມີກະເທີຍລາວຂົນຢາບ້າ ຜ່ານດ່ານຂົວມິດຕະພາບສະຫວັນນະເຂດ-ມຸກດາຫານ ໄປຍັງປະເທດໄທ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມ.

ຈົນກະທັ່ງພົບກະເທີຍລາວຕາມທີ່ຮັບແຈ້ງເດິນທາງໄປເພື່ອຈະຂີ່ລົດຕູ້ໂດຍສານຕໍ່ໄປຍັງ ນະຄອນລາດຊະສີມາ ຕຳຫຼວດຈຶ່ງໄດ້ສະແດງໂຕເຂົ້າຂໍກວດຄົ້ນ ແລະພົບຢາບ້າທີ່ບັນຈຸໃນຖົງໂດຍໃຊ້ສະເຕີຂອງຜູ້ຍິງຮັດໄວ້ ພ້ອມກັບນຸ່ງເສື້ອກັນໜາວຄຸມໄວ້ເພື່ອຕົບຕາເຈົ້າໜ້າທີ່.

ຈາກການກວດຄົ້ນພົບຢາບ້າຈຳນວນ 50 ຖົງ ຖົງລະ 200 ເມັດ ລວມ 10,000 ເມັດ. ຈາກການສອບຖາມຜູ້ກ່ຽວ ຊື່ ທ້າວ ຍຸດທະຍາ ສານສະໜອງ ປະຊາຊົນເມືອງໄກສອນ ແຂວງສະຫວັນນະເຂດ, ຮັບຈ້າງຂົນຢາບ້າໄປສົ່ງຢູ່ນະຄອນລາດຊະສີມາ ໄດ້ເງິນຄ່າຈ້າງເທື່ອລະ 80,000 ບາດ ແລະໄດ້ເຮັດມາແລ້ວ 3 ເທື່ອ.

ເຈົ້າໜ້າທີ່ໄທຈຶ່ງໄດ້ຄວບຄຸມຕົວແລະແຈ້ງຂໍ້ຫາມີຢາເສບຕິດໃຫ້ໂທດ (ຢາບ້າ) ໄວ້ໃນຄອບຄອງເພື່ອຈຳໜ່າຍ ແລະນຳເຂົ້າຢາເສບຕິດໃຫ້ໂທດ (ຢາບ້າ) ເຂົ້າໄປໃນອານາຈັກໄທ.

ກະເທີຍຂົນຢາບ້າ ກະເທີຍຂົນຢາບ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...