spot_img
Homeຂ່າວພາຍ​ໃນຫາລືກວດກາການຄ້າ ເພື່ອປົກປ້ອງຜູ້ຊົມໃຊ້

ຫາລືກວດກາການຄ້າ ເພື່ອປົກປ້ອງຜູ້ຊົມໃຊ້

Published on

     ໃນ​ວັນ​ທີ 5 ກຸມ­ພາ​ຜ່ານ​ມາຢູ່​ພະແນກ​ອຸດ­ສາ­ຫະ­ກຳແລະ​ການ​ຄ້າ​ນະ ຄອນ​ຫລວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະ­ຊຸມ ປຶກ­ສາ​ຫາ­ລື ແລະ​ເປັນ​ເອ­ກະ​ພາບ​ກັນ​ໃນການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ກວດ­ກາ ການ​ຄ້າ ແລະ​ປົກ​ປ້ອງ​ຜູ້​ຊົມ­ໃຊ້​ຂຶ້ນ, ໂດຍການ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ຈິດ ອິນ ທະ​ມິດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ພ້ອມ​ດ້ວຍ​ບັນ­ດາ​ຫົວ­ໜ້າ​ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ເມືອງ​ເຂົ້າ​ຮ່ວມ.

    ທ່ານ ເບີ​ລິນ ເພັດ​ຈັນ­ທະ​ລາດ ຫົວ­ໜ້າ ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ນະຄອນ​ຫລວງ​ວຽງ​ຈັນ ກ່າວ​ວ່າ: ບັນ­ຫາ ຊາວ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ມາ​ເຄື່ອນ​ໄຫວ ທຸ­ລະ​ກິດ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລຍະ​ທີ່​ຜ່ານ​ມາ​ເຈົ້າ​ໜ້າ­ທີ່​ກວດ­ກາ​ການ​ຄ້າຂັ້ນ​ນະ­ຄອນ­ຫຼວງ ແລະ​ຂັ້ນ​ເມືອງ ໄດ້​ປະຕິ​ບັດ​ມາດ​ຕະ­ການ​ປັບ­ໄໝ​ພວກ​ທີ່​ຄ້າ­ຂາຍ ຍ່ອຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ ວິ​ສາ​ຫະ​ກິດ ບາງ​ເມືອງ​ກໍ​ເຮັດ​ເປັນ​ຄະ­ນະສະ­ເພາະ​ກິດ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເຫັນ​ວ່າ: ຊາວ​ຕ່າງ­ປະ­ເທດ​ຈຳ­ນວນ​ດັ່ງ­ກ່າວ​ກໍ​ຍັງ ຄົງ​ຕົວ​ໄດ້ ແລະ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢູ່​ແຕ່ລະ​ເມືອງ ສາ­ເຫດ​ທີ່​ໃຫ້​ເຂົາ­ເຈົ້າ​ສາ­ມາດເຄື່ອນ​ໄຫວ​ທຸ­ລະ​ກິດ​ໄດ້​ຄື: ແຕ່​ລະ​ພາກສ່ວນ​ບໍ່​ທັນ​ເປັນ​ເອ­ກະ​ພາບ​ກັນ​ໃນ​ການ​ປະຕິ​ບັດ​ມາດ​ຕະ­ການ​ເຊັ່ນ: ຂະ­ແໜງ­ການເງິນ (ສ່ວຍ​ສາ​ອາ­ກອນ) ຍັງ​ເກັບ​ລາຍ ຮັບ, ບ້ານ​ອະ­ນຸ­ຍາດ​ໃຫ້​ພັກ​ເຊົາ​ຊົ່ວ­ຄາວ, ຕຳ­ຫຼວດ​ກັກ​ພັດ​ສະ­ປອດ​ໄວ້​ແຕ່​ບໍ່​ສົ່ງ​ບຸກຄົນ​ກັບ ແລະ​ຂະ­ແໜງ​ໄປ­ສະ­ນີ​ໂທລະ​ຄົມມະ​ນາ​ຄົມ ແລະ​ການ​ສື່­ສານ​ເກັບ​ຄ່າ​ທຳ ນຽມ ຊຶ່ງ​ເປັນ​ການ​ອະ­ນຸ­ຍາດ​ໃຫ້​ເຂົາ­ເຈົ້າ​ຂາຍ​ແບບ​ໂອ​ໂຕ​ມາ​ຕິກ.

ສຳ­ລັບ​ບັນ­ຫາ​ຊາວ​ຄ້າ­ຂາຍ​ຈຳ­ນວນ ໜຶ່ງ​ທີ່​ນຳ​ເຂົ້າ​ສິນ­ຄ້າ​ດ້ວຍ​ຮູບ​ການ​ແຈ້ງ​ເສຍພາ­ສີ​ຍ່ອຍ ແຈ້ງ​ເສຍ​ເປັນ​ເຄື່ອງ​ຕິດ​ຕົວ​ຜູ້ ໂດຍ­ສານ ສວຍ­ໂອ­ກາດ​ນຳ​ເຂົ້າ​ມາ​ຈຳໜ່າຍ​ການ​ນຳ​ເຂົ້າ​ສິນ­ຄ້າ​ໂດຍ​ຊຸກ­ເຊື່ອງ ມາ​ກັບ​ລົດ​ໂດຍ­ສານ (ລົດ­ເມ) ຫຼື ຂົນ­ສົ່ງ ສີນ​ຄ້າ​ໃສ່​ລົດ​ໂດຍ­ສານ​ມາ​ນຳ​ເລີຍ​ເປັນ ຕົ້ນ​ລົດ​ໂດຍ­ສານ​ລະ ຫວ່າງ​ປະ­ເທດ​ລາວ-ຫວຽດ­ນາມ ລາວ-ໄທ ສິນ­ຄ້າ​ທີ່​ນຳ​ເຂົ້າ​ມາ​ສ່ວນ​ໃຫຍ່​ແມ່ນ​ແຈ້ງ​ເສຍ​ພັນ­ທະ​ພາ­ສີ​ບໍ່​ຄົບ​ຖ້ວນ ຫຼື ບໍ່​ໄດ້​ເສຍ​ພາ­ສີ(ລັກ­ລອບ)ເຊັ່ນ: ບັ້ງ​ພຸ ສິ້ນ​ໃໝ​ທຽມ ຢາ­ສູບ ເຫຼົ້າ ເຂົ້າ­ສານ ເຄື່ອງ​ໃນ​ສັດ ໂຄງ​ໄກ່ ແລະ ອື່ນໆ.

ໃນ​ກອງ​ປະ­ຊຸມ ທັງ​ໝົດ​ນັ້ນ​ເຖິງ​ແມ່ນວ່າ​ເຈົ້າ​ໜ້າ­ທີ່​ກວດ­ກາ​ການ​ຄ້າ​ຈະ​ເຂັ້ມ ງວດ​ໃນ​ການ​ກວດ­ກາ​ປານ­ໃດ​ກໍ​ຕາມ ແຕ່ກໍ​ຍັງ​ມີ​ຊາວ​ຄ້າ­ຂາຍ​ຈຳ­ນວນ​ໜຶ່ງ​ບໍ່​ທັນ​ໄດ້
ເປັນ​ເຈົ້າ​ການ​ໃນ​ການ​ເຄົາ­ລົບ​ກົດ​ລະ­ບຽບ ກົດ­ໝາຍ​ນອກ​ນັ້ນ ຍັງ​ມີ​ການ​ວາງ​ຂາຍ ເຄື່ອງ​ຊະ­ຊາຍ​ຢູ່​ຕາມ​ເສັ້ນ­ທາງ ແລະ​ຕະ ຫຼາດ, ສິນ­ຄ້າ​ຫ້າມ​ຊື້-ຂາຍ ແລະ​ຈຳ­ໜ່າຍ ກໍ​ຍັງ​ມີ​ວາງ​ຂາຍ​ຢູ່​ຕາມ​ທ້ອງ​ຕະ­ຫຼາດ ບັນ ຫາ​ດັ່ງ­ກ່າວ ສ້າງ​ໃຫ້​ເກີດ​ການ​ແຂ່ງ­ຂັນ ທາງ​ດ້ານ​ການ​ຄ້າ​ທີ່​ບໍ່​ເປັນ​ທຳ​ສ້າງ​ຄວາມ​ເສຍ​ເຫຍ​ຕໍ່​ຜົນ​ປະ­ໂຫຍດ​ຂອງ​ປະ­ເທດ​ຊາດ ເຮັດ​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ເຄື່ອນ​ໄຫວ ຖືກ­ຕ້ອງ​ບໍ່​ສາ­ມາດ​ຍືນ​ຍົງ​ຄົງ​ຕົວ​ໄດ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...