spot_img
Homeຂ່າວພາຍ​ໃນວາງສີລາລືກລົງມືກໍ່ສ້າງຂົວຂ້າມນ້ຳງື່ມ ບາບົງ-ທ່າກົກໄຮ

ວາງສີລາລືກລົງມືກໍ່ສ້າງຂົວຂ້າມນ້ຳງື່ມ ບາບົງ-ທ່າກົກໄຮ

Published on

     ຂົວ​ຂ້າມ​ນ້ຳ​ງື່ມ​ນາ​ບົງ-ທ່າ​ກົກ​ໄຮ ໄດ້​ວາງ​ສີ​ລາ​ລືກ ລົງ­ມື​ກໍ່­ສ້າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ກຸມ­ພາ​ນີ້ດ້ວຍ​ເງິນ​ສ່ວນ ຕົວ​ຂອງ​ທ່ານ ສັກ​ໄຊ ວົງ​ມາ­ລາ​ສີ ຫຼື ປີ​ເຕີ​ຈັນຊ່ວຍ­ເຫຼືອ​ລ້າ​ໃນມູນ​ຄ່າ 105 ຕື້​ກີບ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ­ໃຈ​ປະ­ຊາ­ຊົນ​ໃນ ເຂດ​ນັ້ນ ພາຍ­ຫຼັງ​ເກີດ​ເຫດ­ການ​ບໍ່​ຄາດ​ຄິດ​ຂຶ້ນ​ຄື​ບັກ​ຫຼົ້ມ ດັບ​ຊີ ວິດ​ນັກ­ຮຽນ​ເຍົາ­ວະ​ຊົນ​ເຖິງ 10 ຄົນ.

ເຂົ້າ​ຮ່ວມ​ໃນ​ພິ­ທີ​ໂດຍ​ທ່່ານ ດຣ. ສິນ​ລະ​ວົງ ຄຸດ​ໄພ­ທູນ ກົມ​ການ­ເມືອງ​ສູນ​ກາງ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ, ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໂຍ­ທາ​ທິ ການ ແລະ​ຂົນ­ສົ່ງ, ທ່ານ  ສັກ​ໄຊ ວົງ​ມາ ລາ​ສິດ (ປີ​ເຕີ​ຈັນ) ປະ­ທານ​ກຸ່ມ​ບໍ­ລິ­ສັດ ລາວ​ເວີນ ອະ­ສັງ­ຫາ­ລິ­ມະ​ຊັບ ພ້ອມ​ດ້ວຍ ບັນ­ດາ​ທ່ານ​ເຈົ້າ­ເມືອງ, ພະ­ນັກ­ງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສັກ​ໄຊ ວົງ​ມາ­ລາ​ສິດ ລາຍ​ງານ ສະ­ແດງ​ຄວາມ​ຈິງ​ໃຈ​ວ່າ: ຕະ­ຫຼອດ​ເວ­ລາ ບໍ­ລິ­ສັດ​ກໍ​ຄື​ຕົນ​ເອງ​ໄດ້​ຢຶດ​ໝັ້ນ​ຖື​ເອົາ​ການ ຊ່ວຍ­ເຫຼືອ​ສັງ­ຄົມ​ເປັນ​ຊີ­ວິດ​ຈິດ­ໃຈ, ການ ເຮັດ​ທຸ­ລະ​ກິດ​ຜົນ​ກຳ­ໄລ​ທີ່​ໄດ້​ມາ ກໍ​ພະ­ຍາ ຍາມ​ນຳ​ລາຍ​ໄດ້​ເຫຼົ່າ­ນັ້ນ​ຄືນ​ສູ່​ສັງ­ຄົມ, ຊຶ່ງ ມີ​ຄວາມ​ໝາຍ ແລະ​ເປັນ­ຄວາມ​ສຸກ​ອັນ ໜຶ່ງ ຂ້າ­ພະ­ເຈົ້າ​ຄິດ​ເຫັນ​ບຸນ­ຄຸນ​ຂອງ​ພັກ- ລັດ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ສະ­ໜັບ­ສະ­ໜູນ​ບໍ­ລິ­ສັດ​ຕະ­ຫຼອດ​ມາ ສະ­ນັ້ນ ໂຄງ­ການ​ກໍ່ ສ້າງ​ຂົວ​ຂ້າມ​ນ້ຳ​ງື່ມ​ທີ່​ບ້ານ​ນາ​ບົງ-ທ່າ ກົກ​ໄຮ ແມ່ນ​ຄວາມ​ເຕັມ​ໃຈ​ຂອງ​ຂ້າ​ພະ ເຈົ້າ ແລະ​ສັນ­ຍາ​ວ່າ​ຈະ​ເຮັດ​ໃຫ້​ຂົວ​ດັ່ງ ກ່າວ​ໄດ້​ມາດ­ຕະ­ຖານ​ສາ­ກົນ​ມີ​ຄວາມ ແຂງ­ແຮງ​ນຳ​ໃຊ້​ໄດ້​ຍາວ​ນານ​ຫຼາຍ​ຮ້ອຍ ປີ ເພື່ອ​ຮັບ​ໃຊ້​ປະ­ຊາ­ຊົນ ຊຶ່ງ​ຂົວ​ມີ​ຄວາມ ຍາວ 230 ແມັດ ໜ້າ​ຂົວ​ກວ້າງ 11 ແມັດ ທາງ​ຍ່າງ 1,50 ແມັດ, ຈະ​ໃຊ້​ເວ­ລາ​ໃນ ການ​ກໍ່­ສ້າງ 24 ເດືອນ ໃນ​ມູນ​ຄ່າ 150 ຕື້ ກີບ ແລະ​ຈະ​ໃຫ້​ສຳ­ເລັດ​ຕາມ​ແຜນ.

ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພ­ທູນ ກ່າວ ວ່າ ຂົວ​ແຫ່ງ​ນີ້​ເປັນ​ຂົວ​ໃຈ​ບຸນ​ຂອງ​ທ່ານ ສັກ​ໄຊ ວົງ​ມາ­ລາ​ສິດ ທີ່​ໄດ້​ເສຍ­ສະ­ຫຼະ​ເງິນ ສ່ວນ​ຕົວ​ຂອງ​ຄອບ­ຄົວ ກໍ​ຄື​ຂອງ​ບໍ­ລິ­ສັດ ຕາງ­ໜ້າ​ລັດ­ຖະ­ບານ ອຳ­ນາດ​ການ​ປົກ ຄອງ​ນະ​ຄອງ​ຫຼວງ​ວຽງ​ຈັນ ທ້ອງ­ຖິ່ນ​ຂໍ ຍ້ອງ­ຍໍ​ຊົມ­ເຊີຍ​ນ້ຳ­ໃຈ​ດັ່ງ­ກ່າວ ພາຍ­ຫຼັງ ຂົວ​ນີ້​ສຳ­ເລັດ ປະ­ຊາ­ຊົນ​ໃນ​ຂົງ­ເຂດ​ນີ້​ກໍ​ຄື ເມືອງ​ປາກ​ງື່ມ ຈົ່ງ​ຂຸດ​ຄົ້ນ​ທ່າ­ແຮງ​ບົ່ມ ຊ້ອນ​ໃນ​ການ​ສ້າງ​ເສດ­ຖະ­ກິດ ໂດຍ​ສະ ເພາະ​ເນື້ອ­ທີ່​ດິນ 20.000 ກວ່າ​ເຮັກ­ຕາ ທີ່​ລັດ​ໄດ້​ເອົາ​ເຂົ້າ​ໃນ​ໂຄງ­ການ​ຄ້ຳ­ປະ­ກັນ ສະ­ບຽງ​ອາ­ຫານ ເຮັດ​ໃຫ້​ທົ່ງ​ໄຮ່​ທົ່ງ​ນາ ເປັນ​ບ່ອນ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ​ກໍ​ຄື​ໃຫ້​ເມືອງ​ປາກ​ງື່ມ​ມີ​ລາຍ​ຮັບ​ດີ​ຂຶ້ນ ໄປ​ເລື້ອຍໆ ຊຶ່ງ​ມີ​ການ​ນຳ​ເຂົ້າ​ຈາກ​ຕ່າງ ແຂວງ​ຢູ່.

ຖ້າ​ຂົວ​ມີ​ທາງ​ດີ​ແລ້ວ ເມືອງ​ຕ້ອງ​ຮີບ ດ່ວນ​ຂຸດ​ຄົ້ນ​ທ່າ­ແຮງ ແລະ​ເຮືອນ​ຊານບ້ານ​ຊ່ອງ​ກໍ​ຕ້ອງ​ໄດ້​ປັບ­ປຸງ​ໃຫ້​ສວຍ​ງາມ ສົມ​ກັບ​ການ​ຊ່ວຍ­ເຫຼືອ 1 ຕື້​ກວ່າ​ກີບ​ຂອງ ທ່ານ ປີ​ເຕີ​ຈັນ ແລະ​ຊ່ວຍ​ກັນ​ຄຸ້ມ​ຄອງ​ປົກ ປັກ​ຮັກ­ສາ​ໃຫ້​ຍາວ​ນານ​ເກີດ​ປະ​ໂຫຍ​ສູງ ສຸດ ໃນ​ສ່ວນ​ເສັ້ນ­ທາງ​ແຕ່​ທາງ​ຫຼັກ 40 ເລກ​ທີ 13 ໃຕ້​ເຂົ້າ​ຫາ​ຂົວ​ມີ​ຄວາມ​ຍາວ 10 ກວ່າ​ກິ­ໂລ­ແມັດ ແມ່ນ​ລັດ­ຖະ­ບານ​ຈະ ໃຊ້​ທຶນ​ສ້າງ​ທາງ​ປູ­ຢາງ ຊຶ່ງ​ຄາດ​ວ່າ​ຈະ ແລ້ວ​ກ່ອນ ຫຼື ພ້ອມໆ​ກັນ​ກັບ​ຂົວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...