spot_img
Home​ຂ່າວບັນເທິງສຸດອາໄລ ຄຳພູ ທະວີວັນ ລາຊາເພງບ້ານນາລາວ

ສຸດອາໄລ ຄຳພູ ທະວີວັນ ລາຊາເພງບ້ານນາລາວ

Published on

ປະຫວັດຂອງອາຈານ ຄຳພູ ທະວີວັນ
…………………
ຄຳພູ ທະວີວັນ ເກີດເມື່ອວັນທີ 8 ມັງກອນ 1942 ທີ່ບ້ານຄັນເກິ່ງ ເມືອງປາກເຊ ແຂວງຈຳປາສັກ ເສຍຊີວິດໃນວັນທີ 5 ກຸມພາ 2016 ທີ່ບ້ານເວີນຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ລວມອາຍຸໄດ້ 74 ປີ.

ຄຳພູທະວີວັນເກີດໃນຄອບຄົວເຊິ່ງພໍ່ເປັນຊ່າງໄຟຟ້າ…ຄາວຍັງເປັນເດັກນ້ອຍມີພອນສະຫວັນໃນການອ່ານບົດກອນ ແລະ ບົດສູດເທດດ້ວຍນ້ຳສຽງທີ່ອອນຊອນໃຫ້ຜູ້ເຖົ້າໃນບ້ານຟັງຈົນກາຍເປັນຄວາມຊິນເຄີຍແລະຊຶມຊັບມໍລະດົກທາງສິລະປະວັນນະຄະດີເຂົ້າໃນສາຍເລືອດ…
…………………….
ປີ 1959 ຄຳພູ ທະວີວັນ ກ້າວເຂົ້າສູ່ວົງການເພງດ້ວຍການເປັນນັກຮ້ອງສະໝັກຫຼິ້ນ ສັງກັດກົມແຜນທີ່ແຫ່ງຊາດ ເປັນການເປີດແລວທາງສິລະປະຕາມທີ່ຕົນເອງໄຝ່ຝັນ…
……………………………
ປີ1961 ມີການເສັງເພງທີ່ປາກເຊ ຄຳພູ ທະວີວັນ ເຊິ່ງເວລານັ້ນສັງກັດ ວົງດົນຕຣີ ກອງທັບພາກ 4 ເຂົ້າແຂ່ງຂັນ ແຕ່ຍັງບໍ່ທັນໄດ້ແຕ່ງເພງເອງ ເພງທີ່ນຳເຂົ້າແຂ່ງຂັນມີຊື່ວ່າ “ແຄນແສນແສບ”ແຕ່ງໂດຍ ອາຈານ ມໍລະດົກເຊິ່ງໄດ້ຮັບລາງວັນຊະນະເລີດໃນງານນັ້ນ…ສິ່ງນັ້ນເປັນກຳລັງໃຈອັນແຮງກ້າໃຫ້ ຄຳພູ ທະວີວັນ ເດີນໜ້າໃນສາຍທາງເພງ , ການເສັງເພງປີຕໍ່ມາ (1962) ເພິ່ນຈຶ່ງສືບຕໍ່ເຂົ້າແຂ່ງຂັນອີກ ແລະ ໄດ້ແຕ່ງເພງເອງເປັນເພງທຳອິດໃນຊີວິດ ມີຊື່ເພງວ່າ “ທະນີນາງຄວນ” ແລະກໍ່ຄວ້າລາງວັນຊະນະເລີດເປັນປີທີ 2 ຈາກລາງວັນດັ່ງກ່າວຈາກນັກຮ້ອງທຳມະດາເພິ່ນຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າວົງດົນຕຣີ ກອງທັບພາກ 4 ໃນເວລາຕໍ່ມາ
…………………
ລະຫວ່າງປີ 1963 -65 ຄຳພູ ທະວີວັນໄດ້ເຂົ້າຮຽນທີ່ ໂຮງຮຽນ ນາຍຮ້ອຍສຳຮອງ (ຮຸ່ນທີ 7 )ທີ່ຈຳປາສັກ ຈາກຜົນງານແລະຊື່ສຽງທີ່ສ້າງມາເຂົາກໍ່ຖືກມອບໝາຍໃຫ້ເປັນຮອງຫົວໜ້າວົງດົນຕຣີ “ຍຸດທະການພາກໃຕ້” (ປະຈຳການທີ່ສະຫວັນນະເຂດ) ແລະເປັນໄລຍະທີ່ເຂົາໄດ້ຮູ້ຈັກຮັກແພງກັບ “ຈຳປາ ຣັຕນະສະຫວັນ” (ສຸລິວັດ)ນັກແຕ່ງເພງຊັ້ນອາຈານອີກຄົນໜຶ່ງຊຶ່ງເປັນຫົວໜ້າວົງ.
………………………..
ຈາກນັ້ນ 2 ປີ ຄຳພູ ທະວີວັນ ຖືກຍົກຍ້າຍຂື້ນມາປະຈຳການຢູ່ໂພນເຄັງ ນະຄອນຫຼວງວຽງຈັນມາຮັບໜ້າທີ່ຫົວໜ້າວົງດົນຕຣີກົມຈິດຕະວິທິຍາ ເພິ່ນເລົ່າວ່າໄລຍະມາປະຈຳການຢູ່ວຽງຈັນທຳອິດແມ່ນຖືກໄປປະຈຳການເວນຍາມຢູ່ແຄມນ້ຳຂອງ ຍ່ານບໍ່ໂອ – ແກ້ງຍາງ ການໄກບ້ານໄກຄົນຮັກມາຈຶ່ງເກີດມາຣົມຂຽນເພງ “ສຽງແຄນ” ອອກມາ …ແລະການປະຈຳການທີ່ຄ້າຍແບບບໍ່ໄດ້ເງິນເດືອນກໍ່ແມ່ນອີກອາຣົມໜຶ່ງທີ່ພາໃຫ້ມີເພງ “ຫິວ”…ຈາກນັ້ນກໍ່ມີອີກຫຼາຍເພງທີ່ເຂົາແຕ່ງຕາມມາຕິດໆ ເຊັ່ນ “ຮັກສາວວຽງຈັນ” “ຈົດໜາຍນ້ອຍ”
…………………………….
ນະຄອນວຽງຈັນເວລານັ້ນເວົ້າໄດ້ວ່າຕົກຢູ່ໃນໃຕ້ອິດທິພົນຂອງວັດທະນະທຳຕາເວັນຕົກເຂົາຈຶ່ງແຕ່ງເພງເຍາະເຍີ້ຍສຽດສີແມ່ຍິງທີ່ຫຼົງໄຫຼນຳແຟຊັນແລະຄວາມທັນສະໄໝ ເຊັ່ນເພງ “ໄກ້ຍາມຍ້ອນຂົນ ຄົນງາມຍ້ອນແຕ່ງ” ເພງ “ຄົນຫຼືຜີ”..ດັ່ງນີ້ເປັນຕົ້ນ
…………………………
ດ້ວຍອາຣົມສິລປ໌ ທີ່ຫຼາກຫຼາຍ..ຍາມເຮຮາເບົາສະໝອງເຂົາກໍ່ແຕ່ງເພງ “ພໍ່ຕູ້ເຜີຍ”ອອກມາ (ເປັນເພງແຕ່ງຢອກເຍີ້ອຍໝູ່ຮັກໝູ່ແພງທຳມະດາ ແຕ່ດັງທົ່ວບ້ານທົ່ວເມືອງ)
…………………………
ປີ 1969 ຄຳພູ ທະວີວັນ ໄດ້ອັດແຜ່ນສຽງ 2 ຊຸດ(ລວມ 24 ເພງ) ຄືຊຸດ “ຊາຍພະເນຈອນ” ແລະ “ນ້ຳຕາພໍ່” ນອກຈາກແຕ່ງເພງ-ຮ້ອງເພງເອງແລ້ວເຂົາຍັງແຕ່ງເພງໃຫ້ນັກຮ້ອງຜູ້ອື່ນໆອີກເຊັ່ນ : ຄຳແພງ ຈຸນລະມະນີ (ເພງ “ສາມສາວ”) ໃຫ້ ສຸພັດ ເພງ “ອອກພັນສາແຄ້ນໃຈ” ແຕ່ງໃຫ້ ນາງສາວ ນວນສີ ເພງ “ນ້ຳຕາແມ່” ໃຫ້ ນາງສາວ ນາຣຽມ ແກ້ວປະຊາ ເພງ “ວັນຊື່ນຄືນສຸກ” ໃຫ້ ເທບພອນ ເທບພິທັກ ແລະຜູ້ອື່ນໆຫຼາຍເຕີບ!…ນອກຈາກນີ້ຍັງໄດ້ແຕ່ງເພງປະກອບຮູບເງົາຫຼາຍເລື່ອງ ເຊັ່ນ : “ສາຍນ້ຳດົງໂຈນ” “ບ້ານນາປ່າສະຫວັນ” “ສາຍເລືອດດຽວກັນ” ແລະເພງປະກອບລະຄອນເວທີຂອງກົມຈິດຕະວິທະຍາທັງໝົດ!
…………………………………
ເມື່ອປະເທດຊາດໄດ້ຮັບການປົດປ່ອຍ ເວລານັ້ນ ຄຳພູ ທະວີວັນມີຍົດຮ້ອຍໂທ ຖືກຊັບຊ້ອນເຂົ້າກົມການເມືອງກອງທັບປົດປ່ອຍປະຊາຊົນລາວ
ສັງກັດກອງສິລະປະກອນກອງທັບມີໜ້າທີ່ເປັນນັກແຕ່ງເພງ ແລະ ນັກຮ້ອງໄປພ້ອມຈາກຜົນງານທີ່ສະໝ່ຳມ້ເໝີ ເຂົາກໍ່ໄດ້ເປັນຫົວໜ້າວົງດົນຕຣີກອງທັບອາກາດ ໃນປີ 1979 ໄລຍະນີ້ມີເພງໃໝ່ໆອອກມາໃຫ້ໄດ້ຟັງກັນຫຼາຍເພງເຊັ່ນ : “ຊີວິດຄູ” “6 ປີແຫ່ງຄວາມຫຼັງ” “ອວຍພອນພັກ” “ນ້ຳງຶ່ມສາຍໃຈ”
……………………………
ປີ 1983 ຄຳພູ ທະວີວັນ ໄດ້ອຳລາຊີວິດຊຸດຂຽວ (ກອງທັບ) ແລະຄິດວ່າຈະວາງມືຈາກອາຊີບນັກຮ້ອງ…ຂ່າວຄາວຂອງເຂົາຫາຍງຽບໄປໃນສັງຄົມຈົນແຟນເພງເຂົ້າໃຈວ່າເຂົາໂຕນໜີໄປອາເມຣິກາຂ່າວນີ້ແຜ່ກະຈາຍໄປທົ່ວສັງຄົມ..ຈົນຮອດປີ 1989 ຄຳພູ ທະວີວັນ ອົດບໍ່ໄດ້ຕໍ່ຂ່າວຄາວອັນບໍ່ເພິ່ງປາຖະໜາຄືດັ່ງກ່າວ ຈຶ່ງຕັດສິນໃຈກັບຄືນສູ່ວົງການເພງ ແລະໄດ້ອອກອັລບັ້ມຊຸດ “ແກ້ຂ່າວ “…ເຊິ່ງມີເນື້ອເພງຫຍໍ້ໆວ່າ ” ຫຼາຍຄົນກ່າວວ່າເຮົານັ້ນຈາກໄປແລ້ວ..ໜີແນວໄປຫາກິນແກ່ວແຖວໃໝ່..ບັງຄົນກໍ່ວ່າເຮົາໜີໄປຢູ່ເມືອງໄທຍ ຍັງມີຫຼາຍໆກໍ່ວ່າໄປຢູ່ອາເມຣິກາ…ຫຼາຍຄົນກ່າວວ່າເຮົາລືມພີ່ລືມນ້ອງ ລືມພວກພ້ອງບໍ່ຫວັງປອງເຫັນໜ້າ ປານນີ້ຄົງຢູ່ອາເມຣິກອກ ອາເມຣິກາ ຫຼາຍຄົນກໍ່ວ່າຍັງຄ້າງຄາຢູ່ເມືອງໄທ” ເພງນີ້ສ້າງກະແສຮືຮາທີ່ສຸດພ້ອມໆກັບການປາກົດຕົວເທິງເວທີຄອນເສີດຄັ້ງໃໝ່ ຂອງຄຳພູ ທະວີວັນ…
………………………..
ໃນຍຸກການເສີມສ້າງສາຍພົວພັນຄັ້ງໃໝ່ລະຫວ່າງສອງຊາດ ລາວ – ໄທຍ ພາຍຫຼັງເກີດການເກາະຜິດກັນມາເປັນໄລຍະ…ຄຳພູ ທະວີວັນ ກໍ່ມີເພງ “ປູ່ຈັນ” ອອກມາສ້າງຈິດສຳນຶກ ເຖິງຄວາມເປັນເຊື້ອສາຍລາຍລ່ອງອັນດຽວຂອງຄົນສອງຝັ່ງນ້ຳໄດ້ຢ່າງດູດດື່ມ ແລະ ປະທັບໃຈ..
……………………….
ຈາກນັ້ນເຂົາກໍ່ເດີນໜ້າສ້າງສັນເພງອອກມາເລື້ອຍ ເພງ “ສາວຮ້ານນ້ອຍ ” ໃນຊຸດຕໍ່ມາກໍ່ໂດ່ງດັງບໍ່ຢອກ ຮ້ອງໄດ້ກັນທົ່ວບ້ານທົ່ວເມືອງ
ຕະຫຼອດຊີວິດເທົ່າທີ່ຈື່ໄດ້ ຄຳພູ ທະວີວັນ ບອກວ່າແຕ່ງເພງມາແລ້ວບໍ່ຕ່ຳກວ່າ 1000 ເພງ ທັງທີ່ໄດ້ບັນທຶກສຽງ ແລະ ຍັງ…ສຸດທ້າຍຂອງຊີວິດ ເພງ “ຫົກໂມງເຄິ່ງ “(6,30 ນ) ຂອງເຂົາກໍ່ໂດ່ງດັງທົ່ວບ້ານທົ່ວເມືອງ ແລະ ຍັງດັງຢູ່ທຸກວັນນີ້
…………………………
ຄຳພູ ທະວີວັນ ກາຍເປັນຕຳນານເພງບ້ານນາຜູ້ຍິ່ງໃຫຍ່ຄົນໜຶ່ງຂອງແຜ່ນດິນລາວ ມີຮູບແບບກການແຕ່ງເພງທີ່ມີເອກລັກສະເພາະທີ່ບໍ່ຄືໃຜ…ນອກຈາກແຕ່ງເພງທົ່ວໄປ ຍັງຮ່ວມແຕ່ງເພງຮັບໃຊ້ໜ້າທີ່ການເມືອງຂອງອົງການຈັດຕັ້ງພັກ-ລັດບໍ່ໄດ້ຂາດຈົນໄດ້ຮັບການມອບນາມມະຍົດໃຫ້ເປັນສິລະປິນແຫ່ງຊາດ ສາຂາສິລະປະການສະແດງ ເມື່ອ ປີ 2012
…………………..
ວັນນີ້ສິ້ນແລ້ວສິລະປິນຜູ້ຍິ່ງໃຫຍ່ຂໍແຜ່ນດິນ ດ້ວຍຈິດຄາຣະວະຂໍໃຫ້ດວງວິນຍານຂອງທ່ານ ຈົ່ງໄປສູ່ສຸຂຕິເຖີດ ..ຊື່ສຽງແລະຜົນງານຈະຟູ່ເຟື້ອງຄຸ່ແຜ່ນດິນ ແລະ ລູກຫຼານສິລະປິນຕາບນານແສນນາມອັນເປັນນິຣັນ.

ທີ່ມາ:  ແນວໂຮມຄົນລູກທົ່ງບ້ານນາລາວ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...