Homeຂ່າວພາຍ​ໃນສະຫຼອງບຸນປີໃໝ່ລາວ ການນຸ່ງຖືໃຫ້ຖືກຕາມຮີດຄອງປະເພນີອັນດີງາມ

ສະຫຼອງບຸນປີໃໝ່ລາວ ການນຸ່ງຖືໃຫ້ຖືກຕາມຮີດຄອງປະເພນີອັນດີງາມ

Published on

ສະຫຼອງບຸນປີໃໝ່ລາວ ການນຸ່ງຖືໃຫ້ຖືກຕາມຮີດຄອງປະເພນີອັນດີງາມ

ການ​ສະເຫຼີມສະຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ ​ພສ 2556 ແລະ ຕ້ອນຮັບ​ປີ​ໃໝ່​ລາວ ​ພສ 2557 ຫຼື ​ຄສ 2014 ນີ້ ຈະ​ໄດ້​ຈັດ​ຂຶ້ນ​ເປັນ​ເວລາ 3 ວັນ ລະຫວ່າງ​ວັນ​ທີ 14-16 ເມສາ ຊຶ່ງ​ການ​ກະກຽມ​ໃຫ້​ແກ່​ການ​ສະເຫຼີມສະຫຼອງ ບຸນປີໃໝ່​ລາວ​ປີ​ນີ້ ນະຄອນຫຼວງ​ວຽງ​ຈັນ ກໍ່​ໄດ້​ມີ​ການ​ຫ້າງ​ຫາ​ກະກຽມ​ຄວາມ​ພ້ອມ​ຫຼາຍ​ດ້ານ ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ອື່ນໆ​ທີ່​ກ່ຽວ​ພັນ​ກັບ​ກິດຈະກຳ​ໃນ​ງານ​ບຸນປີໃໝ່ ໂດຍ​ສະເພາະ ກໍ່​ແມ່ນ​ມາ​ຮອດ​ປັດຈຸບັນ ໄດ້​ສຳເລັດ​ການ​ຄັດ​ເລືອກ​ນາງ​ສັງຂານ ຈຳນວນ 7 ນ້ອງ​ນາງ​ສາວ.

ການ​ສະເຫຼີມສະຫຼອງ​ບຸນປີໃໝ່​ລາວ ແຕ່​ລະ​ປີ​ແມ່ນ​ມີ​ຄວາມ​ຟົດຟື້ນ ທັງ​ເສີມ​ຂະຫຍາຍ​ໄດ້​ມູນເຊື້ອ​ວັດທະນະທຳ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຮົາ ທີ່​ສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ ຊຶ່ງ​ຕະຫຼອດ​ໄລຍະ 3 ວັນ​ຂອງ​ການ​ສະເຫຼີມສະຫຼອງ​ບຸນປີໃໝ່​ລາວ ທີ່​ເປັນ​ບຸນ​ປະເພນີ​ສືບ​ທອດ​ກັນ​ມາ​ຫຼາຍເຊັ່ນຄົນ ຊາວ​ລາວ​ບັນດາເຜົ່າ​ທົ່ວ​ປະເທດ ໄດ້​ພ້ອມ​ພາກັນ​ລະ​ຫຼີ້ນ​ດ້ວຍ​ຄວາມ​ເບີກບານ​ມ່ວນຊື່ນ ມີ​ການ​ໄປ​ທ່ຽວ​ຫຼີ້ນ​ຕາມ​ສະຖານທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ ເຂົ້າ​ວັດ​ເຂົ້າ​ວາ​ເພື່ອ​ສົງ​ພຣະ​ຫົດສົງ ແລະ ຢູ່​ຕາມ​ສະຖານທີ່​ເຮືອນ​ຊານ ກໍ່​ໄດ້​ມີ​ການ​ບາສີສູ່ຂວັນ​ດ້ວຍ​ຜູກ​ຂໍ່​ຕໍ່​ແຂນ ແລະ ຫົດ​ນ້ຳ​ດ້ວຍ​ນ້ຳອົບ​ນ້ຳ​ຫອມ​ໃຫ້​ຜູ້​ເຖົ້າ​ຜູ້​ແກ່ ຜູ້​ອາວຸໂສ ຜູ້​ມີ​ພະ​ຄຸນ​ໃຫ້​ພໍ່​ໃຫ້​ແມ່ ແລະ ໃຫ້​ກັນ ແລະ ກັນ ຕາມ​ປະເພນີ ເພື່ອ​ເປັນ​ການ​ອວຍພອນ​ສິ່ງ​ທີ່​ບໍ່​ດີ ສິ່ງ​ທີ່​ບໍ່​ຈົບ​ບໍ່​ງາມ​ໃຫ້​ໄປ​ນຳ​ປີ​ເກົ່າ ແລະ ປີ​ໃໝ່​ໃຫ້​ມີ​ແຕ່​ໂຊກ​ແຕ່​ໄຊ​ໄຫຼ​ເຂົ້າ​ມາ ມີ​ສຸຂະພາບ​ແຂງແຮງ ອາຍຸ​ຍືນ​ຍາວ ແລະ ມີໜ້າ​ທີ່​ການ​ງານ​ຈະເລີນ​ກ້າວໜ້າ​ໄປ​ເລື້ອຍໆ.

ແຕ່​ວ່າການ​ລະ​ຫຼີ້ນ​ບຸນປີໃໝ່ ​ພສ 2557 ນີ້ ຢາກ​ໃຫ້​ທຸກ​ຄົນ​ຈົ່ງ​ພ້ອມ​ກັນ​ມ່ວນຊື່ນ ແລະ ຮັກສາ​ໄດ້​ຮີດຄອງ​ປະເພນີ​ອັນ​ດີງາມ ໂດຍ​ສະເພາະ​ແມ່ນ​ຮີດຄອງ​ປະເພນີ​ທາງ​ດ້ານ​ວັດທະນະທຳ​ການ​ນຸ່ງ​ຖື​ຂອງ​ຍິງ ແລະ ຊາຍ ຊຶ່ງ​ຜ່ານ​ມາ​ຍັງ​ພົບ​ເຫັນ​ມີ​ບາງ​ຄົນ ຍັງ​ເຮັດ​ບໍ່​ທັນ​ໄດ້​ເທົ່າ​ທີ່​ຄວນ​ໃນ​ການ​ນຸ່ງ​ຖື​ເຂົ້າ​ວັດ​ເຂົ້າ​ວາ ເປັນຕົ້ນ ຜູ້​ຊາຍ​ບາງ​ຄົນ​ຍັງ​ນຸ່ງ​ໂສ້ງ​ຂາ​ສັ້ນ ແລະ ນຸ່ງ​ເສື້ອ​ກ້າມ​ເຂົ້າ​ວັດ ແລະ ຜູ້ຍິງ​ບາງ​ຄົນ​ກໍ່​ຍັງ​ນຸ່ງ​ໂສ້ງ​ຂາ​ຍາວ-ຂາ​ສັ້ນ ນຸ່ງ​ກະ​ໂປ່ງ ແລະ ນຸ່ງ​ເສື້ອ​ແຂວນ​ກິດ​ແບບ​ເປີດ​ແປນ​ຕົນ​ຕົວ​ຈົນ​ເກີນ​ໄປ ຊຶ່ງ​ຕາມ​ປະເພນີ​ອັນ​ດີງາມ​ຂອງ​ລາວ​ເຮົາ​ແລ້ວ ການ​ເຂົ້າ​ໄປ​ຫົດ​ພຣະ​ຫົດສົງ​ຢູ່​ຕາມ​ສະຖານທີ່​ວັດ​ວາ​ອາ​ຮາມ ແລະ ຕາມ​ສະຖານທີ່​ຕ່າງໆ​ນັ້ນ ກໍ່​ຕ້ອງ​ນຸ່ງ​ຖື​ແບບ​ສຸພາບ​ຮຽບ​ຮ້ອຍ ຜູ້​ຊາຍ​ກໍ່​ຕ້ອງ​ນຸ່ງ​ໂສ້ງ​ຂາ​ຍາວ ແລະ ເສື້ອ​ສຸພາບ ສ່ວນ​ຜູ້ຍິງ​ເຮົາ​ກໍ່​ຕ້ອງ​ນຸ່ງ​ສິ້ນ ແລະ ນຸ່ງ​ເສື້ອ​ສຸພາບ​ຮຽບ​ຮ້ອຍ​ເຊັ່ນ​ດຽວ​ກັນ ທັງ​ນີ້​ກໍ່​ເພື່ອ​ເປັນ​ການ​ຮັກສາ​ໄດ້ ວັດທະນະທຳ​ອັນ​ດີງາມ​ຂອງ​ການ​ນຸ່ງ​ຖື​ແມ່ຍິງ​ລາວ​ເຮົາ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ກໍ່​ຄື​ຊາວ​ຕ່າງປະເທດ​ທີ່​ເຂົ້າ​ມາ ​ສປປ ລາວ ເຮົາ​ແລ້ວ ໃຫ້​ໄດ້​ເຫັນ​ວັດທະນະທຳ​ການ​ນຸ່ງ​ຖື​ຂອງ​ຄົນ​ລາວ ແລະ ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ເຂົາເຈົ້າ​ວ່າ ຄົນ​ລາວ​ຍັງ​ສາມາດ​ຮັກສາ​ໄດ້​ຮີດຄອງ​ປະເພນີ​ອັນ​ງາມ​ຂອງ​ການ​ນຸ່ງ​ຖື.

 

ທີ່ມາ  http://www.vientianemai.net/teen/khao/1/11495

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...