Homeຂ່າວພາຍ​ໃນຂົວມິດຕະພາບລາວ-ໄທ 1 ສ້າງຜົນປະໂຫຍດຫຼວງຫຼາຍໃຫ້ແກ່ປະເທດຊາດ

ຂົວມິດຕະພາບລາວ-ໄທ 1 ສ້າງຜົນປະໂຫຍດຫຼວງຫຼາຍໃຫ້ແກ່ປະເທດຊາດ

Published on

ຂົວມິດຕະພາບລາວ-ໄທ 1 ສ້າງຜົນປະໂຫຍດຫຼວງຫຼາຍໃຫ້ແກ່ປະເທດຊາດ

ຂົວ​ມິດຕະພາບ​ລາວ-ໄທ 1 ເປັນ​ຂົວ​ຂ້າມ​ນ້ຳຂອງ​ແຫ່ງ​ທຳ​ອິດ​ລະຫວ່າງ ​ສປປ ລາວ ກັບ​ຣາ​ຊະ​ອານາຈັກ​ໄທ ໄດ້​ມີ​ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ກັບ​ແຂວງ​ໜອງ​ຄາຍ ຊຶ່ງ​ຂົວ​ແຫ່ງ​ດັ່ງກ່າວ​ນີ້ ໄດ້​ຮັບ​ການ​ຊ່ວຍເຫຼືອ​ລ້າ​ຈາກ​ລັດຖະບານ​ປະເທດ​ອົດ​ສະ​ຕາ​ລີ ແລະ ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 8 ເມສາ 1994 ເປັນຕົ້ນ​ມາ ມາ​ຮອດ​ວັນ​ທີ 8 ເມສາ 2014 ທີ່​ຈະ​ມາ​ເຖິງ​ນີ້ ກໍ່​ພໍດີ​ຄົບຮອບ 20 ປີ ຊຶ່ງ​ຂົວ​ດັ່ງກ່າວ​ພາຍຫຼັງ​ເປີດ​ນຳ​ໃຊ້ ໄດ້​ສ້າງ​ຜົນ​ປະໂຫຍດ​ຫຼວງຫຼາຍ​ສົມຄວນ ໃຫ້​ແກ່​ສອງ​ປະເທດ​ລາວ-ໄທ ໂດຍ​ສະເພາະ ​ສປປ ລາວ ເຮົາ ຈະ​ມີ​ຜົນ​ປະໂຫຍດ​ດ້ານ​ການເມືອງ ດ້ານ​ເສດຖະກິດ ແລະ ດ້ານ​ວັດທະນະທຳ-ສັງຄົມ ເປັນຕົ້ນ​ກໍ່​ແມ່ນ​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະເທດ​ຊາດ ປີ​ໜຶ່ງ​ບໍ່​ຕ່ຳ​ກວ່າ 1.000 ຕື້​ກີບ​ຂຶ້ນ​ໄປ.

ທ່ານ ສົມບູນ ສຸວັນນະ​ຈູມ​ຄຳ ຫົວໜ້າ​ດ່ານ​ສາກົນ​ຂົວ​ມິດຕະພາບ​ລາວ-ໄທ 1 ໄດ້​ກ່າວ​ວ່າ: ກ່ອນ​ບໍ່​ທັນ​ສ້າງຕັ້ງ​ຂົວ​ມິດຕະພາບ​ລາວ-ໄທ 1 ຂຶ້ນ​ມາ​ນັ້ນ ການ​ພົວພັນ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ໜອງ​ຄາຍ ໃນ​ການ​ໄປມາຫາສູ່​ແມ່ນ​ໃຊ້​ເຮືອ​ບັກ​ຂ້າມ​ໄປ-ຂ້າມ​ມາ ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ ຊັກ​ຊ້າ ບໍ່​ທັນ​ກັບ​ສະພາບ ສະນັ້ນ ຫຼັງ​ຈາກ​ທີ່​ມີ​ການ​ສ້າງຕັ້ງ​ຂົວ​ຂຶ້ນ​ມາ​ໃນ​ວັນ​ທີ 8 ເມສາ 1994 ກໍ່​ເຫັນ​ວ່າການ​ພົວພັນ ແລະ ການ​ຄ້າຂາຍ​ຕ່າງໆ​ໄດ້​ມີ​ການ​ເພີ່ມ​ທະວີ​ຂຶ້ນ ໂດຍ​ສະເພາະ​ການ​ພົວພັນ​ອັນ​ທີ​ໜຶ່ງ​ທີ່​ພວກ​ເຮົາ​ໄດ້​ແມ່ນ ທາງ​ດ້ານ​ການເມືອງ ເຮັດ​ໃຫ້​ສັງຄົມ​ໂລກ​ກໍ່​ຄື​ພາກ​ພື້ນ​ຮັບ​ຮູ້ ​ສປປ ລາວ ຫຼາຍ​ຂຶ້ນ ອັນ​ທີ​ສອງ​ໄດ້​ທາງ​ດ້ານ​ເສດຖະກິດ​ພວກ​ເຮົາ ມີ​ການ​ພົວພັນ​ການ​ຄ້າຂາຍ​ຕາມ​ຊາຍ​ແດນ​ຂອງ​ສອງ​ປະເທດ​ເພີ່ມ​ຂຶ້ນ ມີ​ພາຫະນະ​ຂ້າມ​ໄປ-ຂ້າມ​ມາ​ຜ່ານ​ຂົວ​ແຫ່ງ​ນີ້​ເປັນ​ຈຳນວນ​ຫຼວງຫຼາຍ ບໍ່​ຕ່ຳ​ກວ່າ 10 ພັນ​ຄັນ​ຕໍ່​ອາທິດ ແລະ ອັນ​ທີ​ສາມ​ແມ່ນ​ເຮົາ​ໄດ້​ທາງ​ດ້ານ​ວັດທະນະທຳ-ສັງຄົມ ມີ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ນຳ​ກັນ ລະຫວ່າງ​ສອງ​ຝັ່ງ​ຂອງ ໂດຍ​ສະເພາະ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ໜອງ​ຄາຍ ຈຳນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ ກ່ອນ​ປີ 1994 ການ​ເຂົ້າ-ອອກ​ຂອງ​ນັກ​ທ່ອງ​ທ່ຽວ​ກໍ່​ບໍ່​ທັນ​ຫຼວງຫຼາຍ​ເທົ່າໃດ ແຕ່​ວ່າ​ມາ​ຮອດ​ປັດຈຸບັນ​ບໍ່​ຕ່ຳ​ກວ່າ 2-3 ລ້ານ​ກວ່າ​ຄົນ​ຕໍ່​ປີ ທີ່​ນັກ​ທ່ອງ​ທ່ຽວ​ເດີ່ນ​ທາງ​ເຂົ້າ-ອອກ​ຜ່ານ​ຂົວ ມີ​ຄົນ​ຂ້າມ​ໄປ-ຂ້າ​ມາ​ບໍ່​ຕ່ຳ​ກວ່າ 1 ແສນ​ຄົນ​ຕໍ່​ອາທິດ ນອກຈາກ​ນີ້ ຍັງ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະເທດ​ຊາດ​ຫຼາຍ​ທີ່​ສຸດ ຄື​ປີ 2014 ນີ້ ຂັ້ນ​ເທິງ​ໄດ້​ມອບ​ໃຫ້​ພາສີ ເກັບ​ລາຍ​ຮັບ​ຈາກ​ສິນຄ້າ​ຜ່ານ​ແດນ ໂດຍ​ຜ່ານ​ຂົວ​ແຫ່ງ​ນີ້​ເປັນ​ເງິນ​ເຖິງ 2.700 ກວ່າ​ຕື້​ກີບ ແລະ ການ​ເກັບ​ລາຍ​ຮັບ​ຂອງ​ແຕ່​ລະ​ປີ​ກໍ່​ເພີ່ມ​ຂຶ້ນ​ເລື້ອຍໆ.

ໂດຍ​ລວມ​ແລ້ວ ພາຍຫຼັງ​ສ້າງ​ຂົວ​ແຫ່ງ​ນີ້​ຂຶ້ນ​ມາ ສາມາດ​ສ້າງ​ຜົນ​ປະໂຫຍດ​ຫຼວງຫຼາຍ​ໃຫ້​ແກ່​ປະເທດ​ຊາດ ເປັນຕົ້ນ ການ​ໄປມາຫາສູ່ ການ​ຄ້າຂາຍ​ເພີ່ມ​ຂຶ້ນ ແລະ ອັນ​ໜຶ່ງ​ອີກ​ກ່ອນ​ທີ່​ບໍ່​ທັນ​ມີ ຂົວ​ເຮັດ​ໃຫ້​ບໍລິເວນ​ຂົວ​ບໍ່​ທັນ​ມີ​ຫຍັງ​ເກີດ​ຂຶ້ນ ເປົ່າແປນ ເຮັດ​ໃຫ້​ພາຍ​ໃນ​ດ່ານ​ກວ້າງຂວາງ ແຕ່​ພາຍຫຼັງ​ທີ່​ມີ​ການ​ສ້າງ​ຂົວ ອັນ​ອື່ນໆ​ກໍ່​ຕາມ​ມາ ເປັນຕົ້ນ​ແມ່ນ​ການ​ຄ້າ​ຕ່າງໆ​ເກີດ​ຂຶ້ນ ເຮັດ​ໃຫ້​ສະຖານທີ່​ພາຍ​ໃນ​ດ່ານ​ຄັບແຄບ​ລົງ ຍ້ອນ​ວ່າ​ປະລິ​ມານ​​ຂອງ​ຄົນ​ໄປ​ມາ ແລະ ລົດ​ເຂົ້າ-ອອກ​ເພີ່ມ​ຂຶ້ນ ສະນັ້ນ ມາ​ຮອດ​ປັດຈຸບັນ​ນີ້ ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ ແຕກ​ໜໍ່​ຂຶ້ນ​ຢູ່​ພາຍ​ໃນ​ດ່ານ​ມີ​ຮ້ານ​ຄ້າ​ປອດ​ພາສີ ແລະ ຮ້ານ​ຄ້າ​ບໍ່​ປອດ​ພາສີ​ທັງ​ໝົດ 80 ກວ່າ​ຮ້ານ ມີ 5 ບໍລິສັດ​ໄປ​ລົງທຶນ​ສ້າງ​ຮ້ານ​ຄ້າ​ປອດ​ພາສີ ເຮັດ​ໃຫ້ການ​ຄ້າ​ຊາຍ​ແດນ​ມີ​ຄວາມ​ຄືກ​ຄັກ​ຫຼາຍ ມີ​ການ​ຈັຍ​ຈ່າຍ​ຊື້-ຂາຍ​ຫຼາຍ​ຂຶ້ນ ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ​ຂອງ​ເມືອງ ຂອງ​ນະຄອນຫຼວງ ແລະ ຂອງ​ສູນ​ກາງ​ເພີ່ມ​ຂຶ້ນ​ແຕ່​ລະ​ປີ.

 

ທີ່ມາ  http://www.vientianemai.net/teen/khao/1/11498

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...