spot_img
Homeຂ່າວພາຍ​ໃນປະ­ຕິ­ບັດ​ການ​ຍົກ​ລົດ ເຈົ້າ​ໝ້າ​ທີ່​ເຄັ່ງ​ຄັດ​ໂຄງ­ການ​ວຽງ​ຈັນ​ສະ­ອາດ

ປະ­ຕິ­ບັດ​ການ​ຍົກ​ລົດ ເຈົ້າ​ໝ້າ​ທີ່​ເຄັ່ງ​ຄັດ​ໂຄງ­ການ​ວຽງ​ຈັນ​ສະ­ອາດ

Published on

   ເຈົ້າ​ໜ້າ­ທີ່​ຈະ­ລາ­ຈອນນະ­ຄອນຫຼວງ​ວຽງ​ຈັນ​ເລີ່ມ​ດຳ­ເນີນ​ມາດ​ຕະ­ການເດັດ­ຂາດ, ສຳ­ລັບ​ຜູ້​ທີ່​ຈອດ​ລົດ​ຊະ­ຊາຍຕາມ​ເສັ້ນ­ທາງ​ຕ່າງໆ​ໃນ​ຈຸດ​ທີ່​ຫ້າມຈອດ, ໂດຍ​ໄດ້​ທຳ​ການ​ຍົກ​ລົດ​ອອກ​ຈາກພື້ນ​ທີ່​ຫ້າມ​ຈອດ ແລະ​ນຳ­ໄປ​ປັບ​ໃໝທັງນີ້ ໂດຍ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຂອງ​ນະ­ຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ແຜນ​ງານ​ໂຄງການ​ວຽງ​ຈັນ​ສະ­ອາດ​ແຕ່​ນີ້​ຫາ​ປີ 2020.

   ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ຈະ­ລາ­ຈອນ ນະ ຄອນ​ຫຼວງ​ວຽງ​ຈັນ ເປີດ­ເຜີຍ​ໃຫ້​ຮູ້­ເມື່ອ ວັນ​ທີ 4 ກຸມ­ພາ​ນີ້​ວ່າ: ການ​ລົງ​ປະ­ຕິ­ບັດ ກົດ​ລະ­ບຽບ​ຈະ­ລາ­ຈອນ​ຂອງ​ເຈົ້າ​ໜ້າ­ທີ່ ກໍ່​ເພື່ອ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຕົກ­ລົງ​ຂອງ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ແຜນ​ວຽກ​ງານ ແລະ​ມາດ​ຕະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ວຽງ​ຈັນ​ສະ­ອາດ​ໄລ­ຍະ​ສະ­ເພາະ​ໜ້າ ແລະ​ຮອດ​ປີ 2020 ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້­ການ​ສັນ ຈອນ​ໄປ​ມາ​ຕາມ​ເສັ້ນ­ທາງ​ຕ່າງໆ ເວົ້າ ລວມ ເວົ້າ​ສະ­ເພາະ ແມ່ນ​ເສັ້ນ­ທາງ​ຢູ່ 4 ເມືອງ​ໃນ​ມີ​ຄວາມ​ຄ່ອງ​ຕົວ​ໄລ­ຍະ​ເວ­ລາ ໂມງ​ເຂົ້າ​ການ-ເລີກ​ການ ແລະ​ຫຼີກ­ເວັ້ນ​ຈາກ​ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ ສະ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ທຸກ​ຄົນ​ທົ່ວ​ສັງ­ຄົມ​ຈົ່ງ​ມີ​ສະ­ຕິ ແລະ​ເປັນ​ເຈົ້າ​ການ​ນຳ​ກັນ​ໃນ​ການ​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ທີ່​ເຈົ້າ​ໜ້າ­ທີ່​ກຳ­ນົດ​ໄວ້​ຢ່າງ​ເຄັ່ງ​ຄັດ ເພື່ອ​ເປັນ​ການຫຼຸດ­ຜ່ອນ​ບັນ­ຫາ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ຢູ່ ຕາມ​ທ້ອງ​ຖະ­ໜົນ.

ແນວ­ໃດ​ກໍ​ດີ ມະ­ຕິ​ຂອງ​ນະ­ຄອນ­ຫຼວງວຽງ​ຈັນ​ ກ່ຽວ​ກັບ​ໂຄງ­ການ​ວຽງ​ຈັນ​ສະອາດ​ໜຶ່ງ​ໃນ​ແຜນ​ວຽກ​ຄື: ການ​ແກ້​ໄຂບັນ­ຫາ​ຈອດ​ລົດ​ຊະ­ຊາຍ ແລະ​ໃນ​ທີ່​ຫ້າມຈອດ, ໂດຍ​ເພີ່ມ​ການ​ປັບ​ໃໝ​ຄື: ຜູ້​ຂັບ​ຂີ່​ທີ່ລະ­ເມີດ​ກົດ​ລະ­ບຽບ​ຈະ­ລາ­ຈອນ ໂດຍ​ສະເພາະ​ແມ່ນ​ການ​ຈອດ​ລົດ​ຊະ­ຊາຍ​ຈອດລົດ​ຢູ່​ເຂດ​ຕ້ອງ​ຫ້າມ (ມີ​ປ້າຍ​ຫ້າມ) ຊຶ່ງ​ຜູ້​ທີ່​ລະ­ເມີດ​ແມ່ນ​ຈະ​ຖືກ​ປັບ​ໃໝ​ສິບເທົ່າ​ຂອງ​ມູນ​ຄ່າ​ການ​ປັບ​ໃໝ​ຕາມ​ມາດຕາ 14 ຄື: ລົດ­ຈັກ 30 ພັນ​ກີບ ຄູນ 10 ເທົ່າ​ກັບ 3 ແສນ​ກີບ, ລົດ​ສາມ​ລໍ້​ຕິດ ເຄື່ອງ​ຈັກ 50 ພັນ​ກີບ ຄູນ 10 ເທົ່າ​ກັບ 5 ແສນ​ກີບ ລົດ​ເບົາ ລົດ​ເກັງ ກະ­ບະ ຈິບ ແລະ​ລົດ​ຕູ້ 70 ພັນ​ກີບ ຄູນ 10 ເທົ່າ ກັບ 7 ແສນ​ກີບ ລົດ​ໂດຍ­ສານ 4 ລໍ້ 1 ແສນ​ກີບ ຄູນ 10 ເທົ່າ​ກັບ 1 ລ້ານ​ກີບ ລົດ​ບັນ­ທຸກ 6 ລໍ້ 1,50 ແສນ​ກີບ ຄູນ 10 ເທົ່າ​ກັບ 1,5 ລ້ານ​ກີບ ແລະ​ລົດ​ບັນ­ທຸກ 10 ລໍ້​ຂຶ້ນ​ໄປ 2 ແສນ​ກີບ ຄູນ 10 ເທົ່າກັບ 2 ລ້ານ​ກີບ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...