spot_img
Homeຂ່າວພາຍ​ໃນເປີດ​ຂະ​ບວນ​ປູກ​ເຂົ້າ​ແບບ​ອຸດ­ສາ­ຫະ­ກຳ​ທັນ​ສະ​ໄໝ ໃຊ້​ກົນ​ຈັກ​ດຳ­ນາ​ໄຮ່​ໃຫຍ່ໃຫ້​ຜົນ​ຜະ­ລິດ​ສູງ

ເປີດ​ຂະ​ບວນ​ປູກ​ເຂົ້າ​ແບບ​ອຸດ­ສາ­ຫະ­ກຳ​ທັນ​ສະ​ໄໝ ໃຊ້​ກົນ​ຈັກ​ດຳ­ນາ​ໄຮ່​ໃຫຍ່ໃຫ້​ຜົນ​ຜະ­ລິດ​ສູງ

Published on

   ເມືອງ​ປາກ​ງື່ມ​ເລີ່ມ​ປຸກ­ລະ­ດົມ​ປະຊາ​ຊົນ​ປູກ​ເຂົ້າ​ແບບ​ອຸດ­ສາ­ຫະ­ກຳ​ນຳ​ໃຊ້ກົນ​ຈັກ​ຫັນ​ຈາກ​ນາ​ໄຮ່​ນ້ອຍ​ເປັນ​ນາ​ໄຮ່ໃຫຍ່ ເພື່ອ​ສ້າງ​ປະ­ສິດ­ທິ­ພາບ​ໃນ​ການ​ຜະລິດ, ປະ­ຢັດ​ຕົ້ນ​ທຶນ, ເວ­ລາ ໂດຍ​ຖື​ເອົາ​ບໍ​ລິສັດ​ຄຳ​ແພງ​ເພັດ​ແຈ້ງ​ສະ­ຫວ່າງ​ສົ່ງ­ເສີມການ​ກະ­ເສດ​ຂາ​ອອກ-ຂາ​ເຂົ້າ​ຈຳ­ກັດ ຜູ້ດຽວ ເປັນ​ຕົວ​ແບບ​ໃນ​ການ​ຜະ­ລິດ​ເພື່ອ​ຂະຫຍາຍ​ອອກ​ໄປ​ສູ່​ປະ­ຊາ­ຊົນ, ຫຼ້າ​ສຸດ​ ວັນ​ທີ 4 ກຸມ­ພາ​ນີ້ ກໍ​ມີ​ພີ​ທີ​ເປິດ​ການ​ສາ­ທິດ​ໃຫ້ປະ­ຊາ­ຊົນ 53 ບ້ານ​ເບິ່ງ​ເພື່ອ​ນຳ­ໄປ​ຖອດຖອນ​ບົດ­ຮຽນ.

   ເຂົ້າ​ຮ່ວມ​ໃນ​ພິ­ທີ​ເປີດ​ການ​ສາ­ທິດ​ປູກເຂົ້າ​ດ້ວຍ​ເຄື່ອງ​ຈັກ​ຄັ້ງ​ນີ້ ໂດຍ​ທ່ານ ວົງເດືອນ ບຸນ​ຍະ​ແສງ ເຈົ້າ­ເມືອງໆ​ປາກ​ງື່ມ, ທ່ານ ເກ­ສອນ ເທບ​ຄຳ​ເຮືອງ ຮອງ​ຫົວ­ໜ້າພະ​ແນກ​ກະ­ສິ­ກຳ​ປ່າ­ໄມ້ ນະ­ຄອນ­ຫຼວງວຽງ​ຈັນ, ທ່ານ ຄຳ​ແພງ ແສງ​ທະ­ວີ ຜູ້​ອຳນວຍ​ການ​ໃຫຍ່​ບໍ­ລິ­ສັດ​ຄຳ​ແພງ​ເພັດ​ແຈ້ງສະ­ຫວ່າງ​ສົ່ງ­ເສີມ​ການ​ກະ­ເສດຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ, ພ້ອມ​ດ້ວຍ​ບັນ­ດາພະ­ນັກ­ງານ​ກ່ຽວ​ຂອງ​ເມືອງ, ນາຍ­ບ້ານຕົວ​ແທນ​ປະ­ຊາ­ຊົນ​ຈາກ 53 ບ້ານເຂົ້າ ຮ່ວມ​ທີ່​ນາ​ເຂົ້າ​ບໍ­ລິ­ສັດ ບ້ານ​ນາ​ຊອນ ເມືອງ​ປາກ​ງື່ມ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ຄຳ​ແພງ ແສງ​ທະ­ວີ ກ່າວ​ວ່າ: ບໍ­ລິ­ສັດ​ຂອງ​ພວກ​ເຮົາ​ເປັນ​ບໍ​ລິສັດ​ທີ່​ເຄື່ອນ​ໄຫວ​ດ້ານ​ການ​ຜະ­ລິດ​ກະ​ສິ ກຳ​ເປັນ​ສິນ­ຄ້າ​ຄົບ​ວົງ​ຈອນ, ຜະ­ລິດ​ກະ​ສິກຳ​ຕິດ​ພັນ​ກັບ​ອຸດ­ສາ­ຫະ­ກຳ​ໂດຍ​ເລີ່ມຈາກ​ການ​ປູກ​ຈົນ​ຮອດ​ການ­ຈຳ­ໜ່າຍ ອອກ​ສູ່​ທ້ອງ​ຕະ­ຫຼາດ, ປະ­ຈຸ​ບັນ​ການ​ປູກເຂົ້າ​ບໍ­ລິ­ສັດ​ໄດ້​ປັບ­ປຸງ​ການ​ຜະ­ລິດ​ແບບທັນ​ສະ­ໄໝ​ນຳ​ໃຊ້​ເຄື່ອງ​ຈັກ​ທັງ​ໝົດ​ນັບ ແຕ່​ການ​ຕົກ­ກ້າ​ກໍ​ແມ່ນ​ເຄື່ອງ​ຈັກ, ລົດ​ໄຖນ້ອຍ​ໃຫຍ່​ກຽມ​ດິນ, ລົດ​ປັກ​ດຳ, ລົດ​ກ່ຽວເຂົ້າ, ຈັກ​ຟາດ ແລະ​ເອົາ​ໄປ​ຜ່ານ​ໂຮງອົບ​ເຂົ້າ, ໂຮງ­ສີ, ໂຮງ​ຄັດ​ເມັດ, ໂຮງ​ຂັດເມັດ​ຂາວ, ໂຮງ​ແພັກ​ຫຸ້ມ​ຫໍ​ລົດ​ຂົນ­ສົ່ງ, ຈຳ­ໜ່າຍ​ຕາມ​ຮ້ານ​ວາງ​ຂາຍ​ໃນ​ທົວ​ປະເທດ​ຄື​ເຂົ້າ​ກາ​ຕາ­ເວັນ, ສະ­ນັ້ນ ມື້­ນີ້​ສຸດ​ທີ່ພາກ­ພູມ​ໃຈ​ທີ່​ໄດ້​ທຳ​ການ​ສາ­ທິດ​ການ​ປູກເຂົ້າ​ແບບ​ເຄື່ອງ​ຈັກ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນຊາວ​ເມືອງ​ປາກ​ງື່ມ​ໄດ້​ເຫັນ ເພື່ອ​ສ້າງ​ຂະບວນ​ການ​ຜະ­ລິດ​ໃຫ້​ກວ້າງ​ອອກ ແລະເປັນ​ສິນ­ຄ້າ​ນັບ​ມື້​ເພີ່ມ​ຂຶ້ນ ຊຶ່ງ​ການ​ເຮັດນາ​ດ້ວຍ​ເຄື່ອງ​ຈັກ​ນີ້​ສາ­ມາດ​ຫຼຸດ­ຜ່ອນ​ຕົ້ນທຶນ​ລົງ​ເປັນ​ເຄິ່ງ​ທຽບ​ກັບ​ການ​ໃຊ້​ແຮງ ງານ​ຄົນ ແລະ​ເວ­ລາ​ປັກ​ດຳ​ກໍ​ສັ້ນ​ລົງ​ລົດດຳ​ເຮັກ­ຕາ​ໜຶ່ງ​ໃຊ້​ເວ­ລາ​ພຽງ 1 ຊົ່ວໂມງ.

ທ່ານ ວົງ​ເດືອນ ບຸນ​ຍະ​ແສງ ກ່າວວ່າ: ດ້ວຍ​ແນວ​ຄິດ​ລິ​ເລີ່ມ​ແລະ​ຄວາມ​ມຸ່ງໝັ້ນ​ຂອງ​ບໍ­ລິ­ສັດ​ຄຳ​ແພງ​ເພັດ​ແຈ້ງ​ສະຫວ່າງ​ສົ່ງ­ເສີມ​ການ​ກະ­ເສດ​ຂາ​ອອກ-ຂາ​ເຂົ້າ​ຈຳ­ກັດ ທີ່​ມັກ​ຮັກ​ໃນ​ການ​ຜະ­ລິດກະ­ສິ­ກຳ ແລະ​ວິ­ວັດ­ທະ­ນາ​ການ​ທີ່​ດີ​ດ້ວຍ​ການ​ຕັ້ງ​ຟາມ​ຢູ່​ເມືອງ​ປາກ​ງື່ມ ແລະ​ປະ ຕິ​ຮູບ​ໄຮ່­ນາ​ນ້ອຍ​ເປັນ​ໄຮ​ນາ​ໃຫຍ່​ກ້າວ ໄປ​ສູ່​ການ​ນຳ​ໃຊ້​ກົນ​ຈັກ​ທັນ​ສະ­ໄໝ​ເຂົ້າໃນ​ການ​ປັກ​ການ​ດຳ​ການ​ເກັບ​ກ່ຽວ ​ນອກຈາກ​ນີ້ ກໍ​ໄດ້​ເຮັດ​ຟາມ​ໝູ, ຟາມ​ໄກ່, ໜອງປາ ແລະ​ອື່ນ ຊຶ່ງ​ຖື​ວ່າ​ເປັນ​ແບບ­ຢ່າງ​ທີ່​ດີໃນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຂອງ​ເມືອງ ແລະ​ເທື່ອ​ນີ້​ທາງ​ເມືອງ​ກໍ​ໄດ້​ເຊື້ອ​ເຊີນ​ອຳ ນາດ​ການ​ປົກ­ຄອງ 53 ບ້ານ​ມາ​ເຕົ້າ­ໂຮມຖອດ​ຖອນ​ບົດ­ຮຽນ, ເບິ່ງ​ວິ­ວັດ­ທະ­ນາ​ການຜະ­ລິດ​ໃນ​ເງື່ອນ­ໄຂ​ໃຫມ່ເພື່ອ​ຕອບ​ສະໜອງ​ນະ­ໂຍ­ບາຍ​ຂອງ​ພັກ​ລັດ­ຖະ­ບານ ແລະ​ບຸກ​ທະ­ລຸ​ທາງ​ດ້ານ​ແນວ​ຄິດ​ດ້ານຈິນ​ນະ​ນາ​ການ, ຜ່ານ​ມາ​ພວກ​ເຮົາ​ເຄີຍທຳ​ການ​ຜະ­ລິດ​ແບບ​ປະ­ຖົມ​ປະ​ຖານແບບກຸ້ມ​ຕົນ​ເອງ ແຕ່​ຍັງ​ບໍ່​ທັນ​ເປັນ​ສິນ­ຄ້າ.

ມາ​ຮອດ​ດຽວ­ນີ້​ໃນ​ເງື່ອນ­ໄຂ​ໃໝ່​ກໍ ຕ້ອງ​ໄດ້​ຍົກ​ສະ​ມັດ​ະ​ພາບ​ການ​ຜະ­ລິດ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ ຕ້ອງ­ການ​ຂອງ​ສັງ­ຄົມ, ຄວາມ​ຕ້ອງ­ການບໍ­ລິ­ໂພກ​ກໍ່​ສູງ​ຂຶ້ນ ສະ­ນັ້ນ​ພວກ​ເຮົາ​ຕ້ອງປະ­ຕິ​ຮູບ​ແບບ​ວິ­ທີ​ການ​ຜະ­ລິດ​ຈາກ​ການນຳ​ໃຊ້​ການ​ຜະ­ລິດ​ແບບ​ປະ­ຖົມ​ປະ​ຖານໃນ​ເມື່ອ​ກ່ອນ​ໃຫ້​ຫັນ​ມາ​ໃຊ້​ເຄື່ອງ​ຈັກເຄື່ອງ​ຈັກ​ສາ­ມາດ​ເຮັດ​ໄດ້​ຫຼາຍ​ວັນ​ງານສັ້ນ​ລົງ​ຕົ້ນ​ທຶນ​ຕ່ຳ​ລົງ, ຜົນ​ຜະ­ລິດ​ໄດ້​ຫຼາຍ ແນວ­ໃດ​ກໍ​ຕາມ ການ​ມາ​ຊົມ​ການ​ສາ­ທິດນີ້​ກໍ​ຝາກ​ຄວາມ​ຫວັງ​ໃຫ້​ປະ­ຊາ­ຊົນ​ແຕ່​ລະບ້ານ​ນຳ­ໄປ​ຜັນ​ຂະ­ຫຍາຍ​ບ່ອນ​ໃດ​ມີເງື່ອນ­ໄຂ​ແມ່ນ​ໃຫ້​ນຳ­ພາ​ປະ­ຊາ­ຊົນ​ເຮັດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...