spot_img
Homeຂ່າວພາຍ​ໃນຕຳ­ຫຼວດ​ໄທ​ຈັບ​ຄົນ​ລາວ ຮັບ­ຈ້າງ​ສົ່ງ​ຢາ​ບ້າ​ອີກ​ແລ້ວ

ຕຳ­ຫຼວດ​ໄທ​ຈັບ​ຄົນ​ລາວ ຮັບ­ຈ້າງ​ສົ່ງ​ຢາ​ບ້າ​ອີກ​ແລ້ວ

Published on

 

ຕາມ​ການ​ໃຫ້​ຮູ້​ຂອງ​ຕຳ­ຫຼວດ​ມຸກ­ດາ​ຫານ​ປະ­ເທດ​ໄທ​ໃນ​ວັນ​ທີ 2 ກຸມ­ພາ ຜ່ານ​ມາ​ນີ້​ວ່າ: ສາ­ມາດ​ຈັບ​ຄົນ​ລາວ​ຊື່­ວ່າ​ນາງ ຕັອກ ບ້ານ​ດົງ​ນາ​ຄອຍ ເມືອງ​ຈຳ​ພອນ ແຂວງ​ສະ­ຫວັນ​ນະ​ເຂດ ຊຶ່ງ​ຜູ້­ກ່ຽວ​ຮັບ­ຈ້າງ​ສົ່ງ​ຢາ​ບ້າ​ໂດຍ​ຈຸດ­ໝາຍ​ໄປ​ສົ່ງ​ແມ່ນ​ຈັງ­ຫວັດ​ຂອນ​ແກ່ນ ພາຍ­ຫຼັງ​ທີ່​ສົ່ງ​ເຖິງ​ຈຸດ­ໝາຍ​ປາຍ­ທາງ​ແລ້ວ​ຈະ​ໄດ້​ຮັບ​ຄ່າ​ຕອບ​ແທນ ຫຼື ຄ່າ​ຈ້າງ 7 ແສນ​ກວ່າ​ກີບ ໂດຍ​ຢາ​ບ້າ​ທີ່​ຈະ​ນຳ­ໄປ​ສົ່ງ​ໃນ​ຄັ້ງ​ນີ້​ມີ​ທັງ​ໝົດ 6 ມັດ ຫຼື ປະ­ມານ 11.700 ກວ່າ​ເມັດ.

ຜ່ານ​ການ​ໃຫ້​ຂໍ້​ມູນ​ເບື້ອງ​ຕົ້ນ​ຜູ້­ກ່ຽວ​ມີ​ອາ­ຍຸ 33 ປີ, ອາ­ຊີບ​ເຮັດ​ນາ ໂດຍ​ຮັບ­ຈ້າງ​ສົ່ງ​ຢາ​ບ້າ​ໃນ​ລາ­ຄາ 7 ແສນ​ກວ່າ ກີບ, ຢາ​ບ້າ​ຈຳ­ນວນ​ນີ້​ແມ່ນ​ໄດ້​ຮັບ​ມາ​ຈາກ​ຊາຍ​ຄົນ​ໜຶ່ງ​ບໍ່​ຮູ້​ຊື່ ນາມ­ສະ­ກຸນ ແລະ ບໍ່​ຮູ້​ບ້ານ​ໄດ້​ບອກ​ໃຫ້​ຕົນ​ເອງ​ນຳ​ຢາ​ບ້າ​ໄປ​ສົ່ງ​ທີ່​ຈັງ­ຫວັດ​ຂອນ​ແກ່ນ​ປະ­ເທດ​ໄທ ພາຍ­ຫຼັງ​ທີ່​ໄປ​ສົ່ງ​ຮອດ​ຈຸດ​ນັດ​ໝາຍ​ແລ້ວ​ກໍ່​ຈະ​ມີ​ຄົນ​ມາ​ຮັບ​ເອົາ​ຢາ​ໄປ​ອີກ​ເທື່ອ​ໜຶ່ງ​ແຕ່​ກໍ່​ຖືກ​ຈັບ​ສາ­ກ່ອນ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ການ​ຈັບ​ນາງ ຕັອກ ໄດ້​ໃນ​ຄັ້ງ​ນີ້​ແມ່ນ​ສືບ​ເນື່ອງ​ຈາກ​ມີ​ພົນ­ລະ­ເມືອງ​ດີ​ລາຍ​ງານ​ວ່າ​ຈະ​ມີ​ຜູ້­ຍິງຄົນ​ລາວ​ນຳ​ຢາ​ບ້າ​ຂ້າມ​ໄປ​ຈັງ­ຫວັດ​ມຸກ­ດາ​ຫານ​ໂດຍ​ທາງ​ເຮືອ ຫຼັງ​ຈາກ​ນັ້ນ​ພາກ­ສ່ວນ​ກ່ຽວ­ຂ້ອງ​ກໍ​ໄດ້​ປະ­ສານ​ສົມ­ທົບ​ກັບ​ຊຸດ​ກວດ​ຄົນ​ເຂົ້າ​ເມືອງ ແລະ​ກໍ​ໄດ້​ພົບ​ເຫັນ​ຜູ້­ຍິງ​ຄົນ​ລາວ​ສະ­ແດງ​ພຶດ­ຕິ​ກຳ​ມີ​ພີ​ລຸດ​ຈຶ່ງ​ໄດ້​ໃຫ້​ຄົນ​ຕິດ­ຕາມ​ຈົນ​ຮູ້​ໄດ້​ວ່າ​ຜູ້ຍິງ​ຄົນ​ດັ່ງ­ກ່າວ​ພວມ​ຊິ​ໄປ​ສະ­ຖາ­ນີ​ຄິວ​ລາດ​ໂດຍ­ສານ ໂດຍ​ການ​ຂຶ້ນ​ສາມ​ລໍ້​ອອກ​ໄປ, ເວ­ລາ​ພວມ​ຂີ່​ສາມ​ລໍ້​ເດີນ­ທາງ​ອອກ​ໄປ​ນັ້ນ​ຕຳ­ຫຼວດ​ກໍ​ໄດ້​ສະ­ແດງ​ໂຕ​ຂໍ​ກວດ​ຄົ້ນ​ແລ້ວ​ກໍ​ໄດ້​ພົບ​ຢາ​ບ້າ​ທັງ​ໝົດ 6 ມັດ​ຢູ່​ໃນ​ກະ​ເປົ໋າ​ສີ­ດຳ​ຂອງ​ນາງ ຕັອກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...