Homeຂ່າວຕ່າງປະເທດກັບບ້ານສະຫລອງກຸດຈີນ! ມີຜູ້ໂດຍສານຫລາຍກ່ວາແສນຄົນ ຕົກຄ້າງສະຖານີລົດໄຟກວາງໂຈວ!

ກັບບ້ານສະຫລອງກຸດຈີນ! ມີຜູ້ໂດຍສານຫລາຍກ່ວາແສນຄົນ ຕົກຄ້າງສະຖານີລົດໄຟກວາງໂຈວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກຸມພາຜ່ານມານນີ້ວ່າ ມີປະຊາຊົນຊາວຈີນຫລາຍກ່ວາ 100,000 ຄົນ ຕ້ອງຕົກຄ້າງຢູ່ຕາມສະຖານີລົດໄຟ ໃນເມືອງກວາງໂຈວ ເມືອງເອກຂອງແຂວງກວາງຕຸ້ງ ທາງພາກໃຕ້ສຸດຂອງປະເທດ ເພື່ອລໍຖ້າຂຶ້ນລົດໄຟໂດຍສານ ເດີນທາງກັບຄືນບ້ານເກີດ ໃນເທດສະການກຸດຈີນ ຫລື ວັນບຸນປີໃໝ່ຂອງຊາວຈີນ.

ທັງນີ້ ສາເຫດທີ່ພາໃຫ້ມີຈຳນວນຜູ້ໂດຍສານຕົກຄ້າງ ຈຳນວນນັບແສນຄົນຄືດັ່ງກ່າວ ແມ່ນຍ້ອນສະພາບອາກາດ ເກີດຝົນຕົກ ແລະ ມີຫິມະຕົກທາງພາກເໜືອຂອງປະເທດ ຈຶ່ງເຮັດໃຫ້ລົດໄຟໂດຍສານຈຳນວນຫລາຍ ຕ້ອງປະສົບກັບຄວາມຫລ້າຊ້າໃນການໃຫ້ບໍລິການ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...