spot_img
Homeຂ່າວການພັດທະນາຫລາຍເສັ້ນທາງໃນຕົວເມືອງ ມີສະພາບເປ່ເພໜັກ ຍ້ອນຫລາຍສາເຫດ!

ຫລາຍເສັ້ນທາງໃນຕົວເມືອງ ມີສະພາບເປ່ເພໜັກ ຍ້ອນຫລາຍສາເຫດ!

Published on

ປັດຈຸບັນ, ສະພາບການສັນຈອນໃນຕົວເມືອງ ນັບວ່າມີຄວາມລໍາບາກສັບສົນສົມຄວນ, ຍ້ອນພາຫະນະ ໄດ້ມີຈໍານວນເພີ່ມຂຶ້ນນັບມື້, ຂະນະທີ່ເສັ້ນທາງຫລາຍສາຍ ກໍມີສະພາບຊຸດໂຊມເປ່ເພໜັກເປັນຕົ້ນ: ເສັ້ນທາງຕານມີໄຊ, ດົງນາໂຊກ, ໜອງບຶກ, ໂພນປ່າເປົ້າ ແລະ ບັນດາເສັ້ນທາງຮ່ອມຕ່າງໆ ກໍຕົກຢູ່ໃນສະພາບ ເປັນບວກຂຸມ, ເມື່ອຝົນຕົກກໍເປັນຂີ້ຕົມເປີະເປື້ອນ, ເມື່ອແດດອອກພັດເປັນຂີ້ຝຸ່ນປິວໄຫງ່ ເປັນບໍລິເວນກວ້າງ ກາຍເປັນມົນລະພິດທາງອາກາດ ທີ່ບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຄືດັ່ງເສັ້ນທາງເລກ 13 ນັບແຕ່ວົງວຽນດອນໜູນ ເຂົ້າມາຫາຕົວເມືອງ, ເຊິ່ງໄດ້ຮັບການປູຢາງອັດສະຟານ ແລະ ຂີດເສັ້ນຈະລາຈອນໃຫ້ສວຍງາມ ເພື່ອຕ້ອນຮັບການສະເຫລີມສະຫລອງ ວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ກໍຄືການກະກຽມເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນໃນປີນີ້, ແຕ່ມາຮອດດຽວນີ້ ເຫັນວ່າເສັ້ນທາງດັ່ງກ່າວ ແມ່ນມີສະພາບເປີະເປື້ອນຫລາຍ ແລະ ເລີ່ມມີຂຸມເກີດຂຶ້ນຫລາຍຈຸດແລ້ວ, ຍ້ອນລົດທີ່ອອກຈາກທາງດິນແດງເອົາດິນມາໃສ່ທາງປູຢາງ ແລະ ອີກບັນຫາໜຶ່ງ ກໍແມ່ນມີຫລາຍຄົວເຮືອນ ໄດ້ປ່ອຍນໍ້າເສຍຈາກເຮືອນລົງມາໃສ່ທາງ ຈຶ່ງເຮັດໃຫ້ຫລາຍເສັ້ນທາງໃນຕົວເມືອງນໍາໃຊ້ໄດ້ບໍ່ດົນ ກໍເກີດສະພາບເປ່ເພ ແລະ ຕ້ອງເສຍງົບປະມານລັດ ເປັນຈໍານວນບໍ່ໜ້ອຍ ເພື່ອບູລະນະສ້ອມແປງແຕ່ລະປີ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...