spot_img
Homeຂ່າວພາຍ​ໃນບໍ່ຄໍາເຊໂປນຈະຜະລິດທອງໄດ້ 85 ພັນໂຕນ ໃນປີ 2016

ບໍ່ຄໍາເຊໂປນຈະຜະລິດທອງໄດ້ 85 ພັນໂຕນ ໃນປີ 2016

Published on

ຂປລ. ໃນໄຕມາດທີ 4 ຂອງປີ 2015 ບໍລິສັດ MMG LXML ເຊໂປນ (LXML) ສາມາດຜະລິດແຜ່ນທອງໄດ້ລື່ນຄາດໝາຍ ເຊິ່ງສາມາດຜະລິດໄດ້ 20.559 ໂຕນ ເພີ່ມຂຶ້ນ 1% ເມື່ອທຽບໃສ່ການຜະລິດໃນປີ 2014.
ທ່ານ ຊູເຣັດ ວາດນາກຣາ, ຜູ້ຈັດການໃຫຍ່ຂອງບໍລິສັດ MMG LXML ເຊໂປນ ໄດ້ກ່າວວ່າ: ຜົນຜະລິດດັ່ງກ່າວ ຊີ້ໃຫ້ເຫັນເຖິງຜົນສໍາເລັດທີ່ເຂັ້ມແຂງຂອງໂຄງການບໍ່ຄຳ-ທອງ ເຊໂປນ ແລະ ພວກເຮົາຈະສືບຕໍ່ປັບປຸງການ ດໍາເນີນງານຂອງໂຄງການ ໂດຍເພີ່ມປະສິດຕິພາບການຜະລິດຂອງໂຮງງານ ແລະ ປັບປຸງຊັບສິນທີ່ມີຢູ່ ກໍຄືປັບປຸງສາຍການຜະລິດ ເພື່ອຮອງຮັບຜົນກະທົບຕໍ່ຜົນການຜະລິດ ຂອງສິນແຮ່ເນື້ອແຂງຂຶ້ນ ແລະ ແຮ່ທີ່ມີຄາໂບເນດສູງກວ່າເກົ່າ.
ໃນປີ 2016, ບໍລິສັດ MMG ຄາດວ່າຈະຜະລິດແຜ່ນທອງໄດ້ 80.000 – 85.000 ໂຕນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຫລາຍກວ່າ 1,3 ຕື້ໂດລາສະຫະລັດ ເຊິ່ງເປັນລາຍຮັບໂດຍກົງຈາກການເສຍພາສີອາກອນ, ພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ ໃຫ້ແກ່ລັດຖະບານລາວ ເພື່ອສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020./.

ຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...