spot_img
Homeຂ່າວທ້ອງຖິ່ນປາ​ຕາຍ​ຫຼາຍ​ໂຕນທີ່ແຂວງອຸດົມໄຊ

ປາ​ຕາຍ​ຫຼາຍ​ໂຕນທີ່ແຂວງອຸດົມໄຊ

Published on

 

ອຸ­ດົມ​ໄຊ​ຖື​ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ໄດ້​ປະ​ເຊີນ​ກັບ​ສະ­ພາບ​ອາກາດ​ໜາວ​ເຢັນໃນ​ໄລ­ຍະ​ທ້າຍ​ເດືອນ​ມັງ­ກອນ​ຜ່ານ​ມາ​ນີ້ ຊຶ່ງ​ຕໍ່​ກັບ​ສະພາບ​ດັ່ງ­ກ່າວ ​ໄດ້​ເຮັດ​ໃຫ້​ຊາວ​ກະ­ສິ­ກອນ​ຜູ້​ລ້ຽງ​ປາ​ໄດ້​ຮັບ​ຜົນ​ກະ­ທົບຢ່າງ​ໜັກ­ໜ່ວງ, ເນື່ອງ​ຈາກ​ໄດ້​ເຮັດ​ໃຫ້​ເກີດ​ມີ​ປາ​ລ້ຽງ​ຂອງ​ປະ­ຊາ­ຊົນ ຕາຍ​ຈຳ­ນວນ​ຫຼາຍ​ໂຕນ.

ທ່ານ ສົມ​ແພງ ລໍ​ປະ ເສີດ ຜູ້​ປະ­ກອບ​ການທາງ​ດ້ານ​ການ​ລ້ຽງ​ປາ ໄດ້​ກ່າວ​ໃຫ້​ຮູ້​ຫວ່າງ​ບໍ່ດົນ​ມາ​ນີ້​ວ່າ: ຕົນ​ເອງ​ໄດ້ປະ­ກອບ​ການ​ທາງ​ດ້ານ​ການ​ລ້ຽງ​ປາ​ມາ​ຕັ້ງ­ແຕ່​ປີ 2008 ກໍ​ບໍ່​ເຄີຍ​ປະ­ສົບ​ເຫດ­ການ​ປາ​ຕາຍຈັກ​ເທື່ອ ຊຶ່ງ​ຄັ້ງ​ນີ້​ເປັນ​ຄັ້ງ​ປະ­ຫວັດ­ສາດ​ທີ່ເກີດ​ມີ​ປາ​ຕາຍ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເນື່ອງ​ຈາກ​ສະ­ພາບ​ອາ­ກາດ​ທີ່​ໜາວ​ເຢັນໃນ​ທ້າຍ​ເດືອນ​ມັງ­ກອນ ມາ​ຮອດ​ປະ­ຈຸ ບັນ​ສົ່ງ​ຜົນ​ກະ­ທົບ​ເຮັດ​ໃຫ້​ປາ​ທີ່​ລ້ຽງ​ໃນຈຳ­ນວນ​ທັງ​ໝົດ 30 ໂຕນ​ທົນ​ຕໍ່​ກັບ​ສະພາບ​ອາ­ກາດ​ໜາວ​ບໍ່​ໄດ້​ຕາຍ​ກາຍ​ເຄິ່ງສະ­ເລ່ຍ​ຜົນ​ເສຍ​ຫາຍ​ທັງ​ໝົດ​ປະ­ມານ 30 ລ້ານ​ກວ່າ​ກີບ.

ທ່ານ ນາງ ຄິ້ງ ສົມ​ສີ ກໍ​ເປັນ​ອີກ​ຜູ້​ໜຶ່ງ​ທີ່​ລ້ຽງ​ປາ​ໂດຍ​ໃຫ້​ຮູ້​ວ່າ: ໄດ້​ຮັບ​ຜົນກະ­ທົບ​ຈາກ​ສະ­ພາບ​ອາ­ກາດ​ທີ່​ໜາວ​ເຢັນເຊັ່ນ​ດຽວ​ກັນ​ເຮັດ​ໃຫ້​ປາ​ທີ່​ລ້ຽງ​ຕາຍ​ມາຮອດ​ປະ­ຈຸ​ບັນ​ປະ­ມານ 6 ໂຕນ, ຕໍ່​ກັບ​ສະພາບ​ທີ່​ເກີດ​ຂຶ້ນ​ໃນ​ຄັ້ງ​ນີ້​ດ້ານ​ວິ­ຊາ​ການຈາກ​ຂະ­ແໜງ​ລ້ຽງ­ສັດ ແລະ​ການ​ປະ­ມົງ ແຂວງ​ອຸ­ດົມ​ໄຊ ກໍ​ໄດ້​ລົງ​ໄປ​ກວດ­ກາ​ເບິ່ງສະ­ຖານ­ທີ່​ເກັບ​ກຳ​ຂໍ້​ມູນ​ເພື່ອ​ສົ່ງ​ໄປ​ວິ­ໄຈຊອກ​ຫາ​ສາ­ເຫດ​ທີ່­ແທ້​ຈິງ ຊຶ່ງ​ໃນ​ເບື້ອງຕົ້ນ​ໄດ້​ໃຫ້​ຮູ້​ວ່າ: ສາ­ເຫດ​ຫຼັກ​ທີ່​ພາ­ໃຫ້​ປາຕາຍ​ໃນ​ຄັ້ງ​ນີ້​ແມ່ນ​ຍ້ອນ​ສະ­ພາບ​ອາ­ກາດທີ່​ໜາວ​ເຢັນ​ເຮັດ​ໃຫ້​ປາ​ບໍ່​ສາ­ມາດ​ທົນທານ​ກັບ​ຄວາມ​ໜາວ​ເຢັນ​ນັ້ນ​ໄດ້ ໂດຍສະ­ເພາະ​ແມ່ນ​ປາ​ນິນ.

ແຫຼ່ງ​ຂ່າວ​ຍັງ​ໃຫ້​ຮູ້​ອີ​ກວ່າ​ຜູ້​ປະ­ກອບ​ການ​ລ້ຽງ​ປາ​ໃນ​ຫຼາຍໆ​ບ່ອນ​ກໍ​ໄດ້​ຮັບ​ຜົນ​ກະ­ທົບ​ເຊັ່ນ​ດຽວ​ກັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...