spot_img
Homeມຸມຂ່າວ AECເຈົ້າໜ້າທີ່ພາສີອາຊຽນ ຮ່ວມກັນຄົ້ນຄວ້າສາລະບານສິນຄ້າ ໃຫ້ເປັນລະບົບເອກະພາບ

ເຈົ້າໜ້າທີ່ພາສີອາຊຽນ ຮ່ວມກັນຄົ້ນຄວ້າສາລະບານສິນຄ້າ ໃຫ້ເປັນລະບົບເອກະພາບ

Published on

ວັນ​ທີ 1-4 ກຸມພາ 2016 ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ໄດ້​ມີກອງ​ປະຊຸມ​ຄະນະ​ສະເພາະ​ກິດ ຄົ້ນຄວ້າ​ສາລະບານ​ສິນຄ້າ​ລະບົບ​ເອກະ​ພາບ​ອາ​ຊຽນ ຄັ້ງ​ທີ 9 ເປັນ​ປະທານ​ຂອງ​ທ່ານ ຄຳ​ປຸ່ນ ອິນ​ແປງ​ລາ​ສະ​ບຸດ ຫົວໜ້າ​ພະແນກ​ຮ່ວມ​ມື​ພາສີ​ສາກົນ ກະຊວງການ​ເງິນ ມີ​ບັນດາ​ຜູ້​ຊ່ຽວຊານດ້ານ​ຈັດ​ລະຫັດພາສີ ​ຂອງ​ບັນດາປະເທດ​ສະມາຊິກ​ອາ​ຊຽນ ລວມທັງ​ໝົດ 42 ທ່ານ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນເພື່ອ​ຄົ້ນຄວ້າ​ບັນຫາ​ທີ່​ຄົງ​ຄ້າງ ຈາກ​ກອງ​ປະຊຸມ​ຄັ້ງ​ກ່ອນ ​ໃນ​ການໂອນ​ຖ່າຍ​ສາລະບານ​ລະບົບ​ເອກະ​ພາບ​ອາ​ຊຽນ​ລຸ້ນ​ປີ 2012 ໄປ​ເປັນ​ລຸ້ນ​ປີ 2017 ໂດຍ​ຮັບ​ປະກັນ​ໃຫ້​ສອດຄ່ອງ​ກັບ​ສາລະບານ ສິນຄ້າ​ລະບົບ​ເອກະ​ພາບ​ຂອງ​ອົງການ​ພາສີ​ໂລກ ນອກ​ນັ້ນ ກອງປະຊຸມ​ຍັງ​ມີ​ເປົ້າ​ໝາຍ​ຄົ້ນຄວ້າ ໃນ​ການ​ໂຮມ​ເອົາ​ບັນດາ​ລາຍການ​ສິນຄ້າ​ທີ່​ມີ​ບໍ​ລິ​ມາດ​ການ​ຄ້າຕ່ຳ​ເຂົ້າກັນ ສ້າງ​ເລກ​ລະຫັດຍ່ອຍ​ສຳລັບ​ສິນຄ້າ​ທີ່​ເກີດ​ຂຶ້ນ​ໃໝ່ ແລະ ມີ​ມູນ​ຄ່າ​ສູງ​ທາງ​ດ້ານ​ການຄ້າ ​ເພື່ອ​ເປັນ​ການ​ປົກ​ປັກ ແລະ ສົ່ງເສີມ​ພາກ​ອຸດ​ສະຫະ​ກຳ​ພາຍໃນ​ປະເທດ​ໃຫ້​ມີ​ຄວາມ​ເຂັ້ມແຂງ.

ກອງ​ປະຊຸມ​ຄາດ​ວ່າ​ຈະ​ສາມາດ​ເປັນ​ເອກະ​ພາບ​ກັນ​ໃນ​ທຸກໆບັນຫາ​ ພາຍ​ໃນ​ກອງ​ປະຊຸມ ຄັ້ງ​ທີ 9 ນີ້ ເພື່ອ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ຄະນະ​ກຳມະການ ​ສາລະບານ​ສິນຄ້າ​ລະບົບ​ເອກະ​ພາບ​ອາ​ຊຽນ ແລະ ກອງ​ປະຊຸມ​ຫົວໜ້າ​ກົມ​ພາສີ​ອາ​ຊຽນ​ຕາມ​ລຳດັບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...