Homeຂ່າວພາຍ​ໃນຄະນະພັກຮາກຖານໂຮງຫມໍບໍລິເວນ 101 ເປີດກອງປະຊຸມໃຫຍ່ຄັ້ງທີ 4

ຄະນະພັກຮາກຖານໂຮງຫມໍບໍລິເວນ 101 ເປີດກອງປະຊຸມໃຫຍ່ຄັ້ງທີ 4

Published on

tue1apr3

ໂຮງໝໍບໍລິເວນ 101 ຈັດຕັ້ງເປີດກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກຮາກ ຖານຂຶ້ນໃນວັນທີ 28 ມີນາ 2014 ຜ່ານມານີ້, ໃຫ້ກຽດ ເປັນປະທານໂດຍທ່ານພົນ ຈັດຕະວາ ພູວົງ ວົງພົມ, ວ່າ ການເລຂາຄະນະພັກກົມ ໃຫຍ່ພະລາທິການກອງທັບ, ມີບັນດາຄະນະພັກ, ຄະນະ ບັນຊາຈາກກົມກອງອ້ອມ ຂ້າງຕະຫຼອດຮອດອ້າຍເອື້ອຍ  ນ້ອງສະມາຊິກພັກສົມບຸນ​, ສຳຮອງເຂົ້າຮ່ວມຢ່າງພ້ອມ ພຽງ.
ສະຫາຍພັນເອກ ດຣ ບົວສີງ ອີນທະວົງ, ເລຂາຄະ ນະພັກຮາກຖານ, ຫົວໜ້າອຳ ນວຍການໂຮງໝໍບໍລິເວນ 101 ກໍ່ໄດ້ຂຶ້ນຜ່ານບົດສະ ຫຼຸບວຽກງານການນຳພາໃນ ໄລຍະ 3 ປີ ຜ່ານມາ, ເຊິ່ງສະ ຫາຍໄດ້ຍົກຫຼາຍອັນທີ່ພົ້ນ ເດັ່ນ, ໂດຍສະເພາະແມ່ນ ວຽກງານປັບປຸງກໍ່ສ້າງກຳລັງ ການສຶກສາອົບຮົມການເມືອງ  ນຳພາແນວຄິດສອດຫ້ອຍ ເຂົ້າໃນຂົງເຂດວຽກງານໃຫ້ມີ ຄວາມສະຫງົບເປັນເອກະ ພາບໂດຍຈັດຕັ້ງດຳເນີນດ້ວຍ ຫຼາຍຮູບການ,ຫຼາຍວິທີການ ທີ່ກວ້າງຂວາງເລິກເຊິ່ງໂດຍ ຖືເອົາວຽກງານຂະຫຍາຍພັກ ເປັນໜ້າທີ່ສຳຄັນ,ຖືເອົາການ ຊີ້ນຳໆພາໃຫ້ຕິດພັນກັບວຽກ ງານຕົວຈິງ,ເປັນຕົ້ນແມ່ນ ການປິ່ນປົວບົວລະບັດຄົນ ເຈັບ, ໂດຍຈັດຕັ້ງປະຕິບັດ ຖືກກັບທິດທາງນະໂຍບາຍ ຂອງຂັ້ນເທິງວາງອອກ. ປັບ ປຸງກໍ່ສ້າງກອງແຂງໜ່ວຍພັກ ຮູ້ນຳພາຮອບດ້ານ, ອີງໃສ່ ການສະຫຼຸບກວດກາວຽກງານ ຕົວຈິງຂອງສະມາຊິກພັກແຕ່ ລະໜ່ວຍ ເຊິ່ງໄດ້ຮັບານຢັ້ງ ຢືນເປັນກອງແຂງ-ໜ່ວຍພັກ ຮູ້ນຳພາຮອບດ້ານ 6 ສະໄໝ ຕິດຕໍ່ກັນ.
ໃນໜຶ່ງປີຜ່ານມາສາມາດ ຕີລາຄາສະມາຊິກພັກແຂງຮູ້ ນຳພາຮອບດ້ານໄດ້ 136 ສະ ຫາຍ,ສະມາຊິກພັກແຂງ 22 ສະຫາຍ ແລະ ສະມາຊິກພັກ ກາງມີ 4 ສະຫາຍ.ພ້ອມນີ້ສະ ຫາຍກໍ່ຍັງໄດ້ຜ່ານບົດລາຍ ງານຄາດໝາຍສູ້ຊົນໃນໄລ ຍະຊຸມປີຕໍ່ຫນ້າໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຮອບດ້ານ ຕາມ 5 ຫຼັກການ ແລະ 3 ທິດ ນຳທີ່ກົດລະບຽບຂອງພັກປະ ຊາຊົນປະຕິວັດລາວວາງ ອອກ.ພ້ອມທັງປ່ອນບັດຂັດ ເລືອກເອົາຄະນະພັກຊຸດໃໝ່ ໄດ້ຕາມຄາດໝາຍ ແລະ ຄັດ ເລືອກເອົາບຸກຄະລາກອນ ເພື່ອເຂົ້າຮ່ວມກອງປະຊຸມ ຂອງອົງຄະນະພັກຂັ້ນເທິງທີ່ ຈະໄຂຂຶ້ນ.
ສະຫາຍພົນຈັດຕະວາ  ພູວົງ ວົງພົມ, ວ່າການເລຂາ ຄະນະພັກກົມໃຫຍ່ພະລາທິ ການກອງທັບ ໄດ້ໃຫ້ການໂອ້ ລົມຕໍ່ກອງປະຊຸມ ເຊິ່ງກ່ອນ ອື່ນໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ຄະນະ ພັກ ແລະ ອ້າຍເອື້ອຍນ້ອງສະ  ມາຊິກພັກຍາດມາໄດ້ ແລະ ສະຫາຍຍັງໄດ້ຮຽກຮ້ອງໃຫ້ ທັງຄະນະພັກ ແລະ ອ້າຍນ້ອງ ສະມາຊິກຈົ່ງປະຕິບັດວຽກ ງານໜ້າທີ່ຂອງຕົນໃຫ້ແທດ ເໝາະກັບສະພາບຄວາມ ເປັນຈິງຂອງກົມກອງ ແລະ ພ້ອມກັນຮັກສາມູນເຊື້ອ ໜ່ວຍພັກແຂງຮູ້ນຳພາຮອບ ດ້ານໃຫ້ດີ. ຮຽກຮ້ອງມາຍັງ ສະມາຊິກຈົ່ງເພີ່ມທະວີການ ເມືອງນຳພາແນວຄິດ,ປັບປຸງ ຕົນເອງດ້ານລະບຽບວິໃນ ຂອງພັກໃຫ້ເຂັ້ມງວດກ່ວາ ເກົ່າ.

ທີ່ມາ http://www.kongthap.gov.la

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...