Homeຂ່າວຕ່າງປະເທດໄຟໄໝ້ ໂຮງງານເສື້ອຜ້າຣັດເຊຍ ເສຍຊີວິດ 12 ຄົນ

ໄຟໄໝ້ ໂຮງງານເສື້ອຜ້າຣັດເຊຍ ເສຍຊີວິດ 12 ຄົນ

Published on

   ເກີດ​ເຫດ​ໄຟ​ໄໝ້​​ໂຮ​ງງານ​ຜະລິດ​ເສື້ອ​ຜ້າ​ສຳ​ເລັດ​ຮູບ​ໃນ​ນະຄອນຫຼວງ​ມຸສກູ​ຂອງຣັດ​ເຊຍ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 12 ຄົນ​ໃນ​ນັ້ນ​ມີ​ເດັກນ້ອຍ 3 ຄົນ.

     ​ໂຄສົກ​ກະຊວງ​ສຸກ​ເສີນ​ຂອງຣັດ​ເຊຍ​ເປີດ​ເຜີຍ​ວ່າ ​ແປວ​ໄຟ​ໄດ້​ເຜົາ​ໄໝ້​ຄວບ​ຄຸມ​ພື້ນ​ທີ່ 3 ພັນ​​ແມັດ​ມົນ ທົນຂອງ​ໂຮງງານ​ເສື້ອ​ຜ້າ​ແຫ່ງ​ໜຶ່ງ ຊຶ່ງ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນຫຼວງ​ມຸສກູ​ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 12 ຄົນ ຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນ​ສົບ​ທັງ​ໝົດແລ້ວ ຊຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ທັງ​ໝົດ​ເປັນ​ຜູ້​ອົບ​ພະຍົບທີ່​ເຮັດ​ວຽກ ​ແລະອາ​ໄສ​ຢູ່​ໂຮງງານ, ດ້ານ​ທ່ານ ພາ​ເວລ ອ​າສະ​ຕາ​ຄອຟ ຄະນະ​ກຳມະການ​ສິດທິ​​ເດັກ​ຂອງຣັດ​ເຊຍ​ລະບຸ​ວ່າ ມີ​ເດັກນ້ອຍ 3 ຄົນ​ເສຍ​ຊີວິດ​ຈາກ​ເຫດການ​ໄຟ​ໄໝ້​ຄັ້ງ​ນີ້ ໜຶ່ງ​ໃນ​ນັ້ນ​ເປັນ​ເດັກນ້ອຍ​ເກີດ​ໃໝ່.

​ເຫດການ​ໄຟ​ໄໝ້ໂຮງງານ​ເສື້ອ​ຜ້າ​ເກີດ​ໃນ​ວັນ​ທີ 31 ມັງກອນ​ຜ່ານ​ມາ ຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ມອດ​ໄຟ​ໄວ້​​ໄດ້​ໃນ 5 ຊົ່ວ​ໂມງ​ຕໍ່​ມາ ​ແລະກໍາລັງ​ສອບ​ສວນ​ວ່າ ​ເປັນ​ອຸບັດ​ເຫດ​ຫຼື​ມີ​​ເຈຕະນາລັກລອບຈູດ​ໄຟ (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...