spot_img
Homeຂ່າວຕ່າງປະເທດເອົາອີກແລ້ວ! ຕວກກີອ້າງ Su-34 ຣັດເຊຍລ່ວງລ້ຳນ່ານຟ້າ ດ້ານຣັດເຊຍອອກປະຕິເສດ ບໍ່ມີມູນຄວາມຈິງ!

ເອົາອີກແລ້ວ! ຕວກກີອ້າງ Su-34 ຣັດເຊຍລ່ວງລ້ຳນ່ານຟ້າ ດ້ານຣັດເຊຍອອກປະຕິເສດ ບໍ່ມີມູນຄວາມຈິງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ມັງກອນຜ່ານມານີ້ວ່າ ກະຊວງການຕ່າງປະເທດຕວກກີ ໄດ້ອອກຖະແຫລງການລະບຸວ່າ ເຮືອບິນໂຈມຕີ Su-34 ຂອງຣັດເຊຍ ໄດ້ຂ້າມຊາຍແດນຊີຣີ ເຂົ້າມາໃນນ່ານຟ້າຂອງຕວກກີ ເຖິງແມ່ນເຈົ້າໜ້າທີ່ປ້ອງກັນໄພທາງອາກາດຂອງຕວກກີ ໄດ້ສົ່ງຂໍ້ຄວາມເຕືອນ ທັງເປັນພາສາອັງກິດ ແລະ ພາສາຣັດເຊຍໄປແລ້ວ.

ແນວໃດກໍຕາມ, ກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວທັນທີ ໂດຍລະບຸວ່າ ຂໍ້ກ່າວຫາຂອງຕວກກີ ແມ່ນເປັນການໂຄສະນາບິດເບືອນ ໂດຍທີ່ບໍ່ມີມູນຄວາມຈິງ ພ້ອມທັງໄດ້ຕັ້ງຂໍ້ສັງເກດວ່າ ລະບົບຣາດາຈະບໍ່ສາມາດກວດພົບສັນຍານ ຂອງເຮືອບິນ Su-34 ໄດ້ ນອກເສຍຈາກຕ້ອງເບິ່ງເຫັນດ້ວຍຕາເປົ່າ ຈາກເຮືອບິນອີກລຳໜຶ່ງເທົ່ານັ້ນ ຊຶ່ງເລື່ອງດັ່ງກ່າວນີ້ ແມ່ນບໍ່ໄດ້ເກີດຂຶ້ນເລີຍ.

ກ່ອນໜ້ານີ້ພຽງ 2 ເດືອນ ຕວກກີເຄີຍສົ່ງເຮືອບິນສູ້ຮົບ F-16 ຍິງເຮືອບິນ Su-24 ຂອງຣັດເຊຍຕົກ ດ້ວຍຂໍ້ກ່າວຫາດຽວກັນວ່າ ເຮືອບິນຣັດເຊຍລ່ວງລ້ຳນ່ານຟ້າ ເມື່ອວັນທີ 24 ພະຈິກ 2015 ຜ່ານມາ ຊຶ່ງເປັນເຫດເຮັດໃຫ້ ມີນັກບິນເສຍຊີວິດ 1 ຄົນ ແລະ ທະຫານເຮືອຣັດເຊຍ ເສຍຊີວິດລະຫວ່າງຄົ້ນຫານັກບິນອີກ 1 ຄົນ.

ຈາກເຫດການຄັ້ງດັ່ງກ່າວ ໄດ້ເຮັດໃຫ້ຄວາມສຳພັນລະຫວ່າງຕວກກີ ແລະ ຣັດເຊຍ ຕົກຕ່ຳສຸດຂີດ ໂດຍຝ່າຍຣັດເຊຍໄດ້ຢືນຢັນວ່າ ເຮືອບິນ Su-24 ຂອງຕົນ ບິນຢູ່ໃນນ່ານຟ້າຂອງຊີຣີ ແລະ ໄດ້ອອກມາດຕະການຂວ້ຳບາດທາງເສດຖະກິດ ຕໍ່ປະເທດຕວກກີຫລາຍຢ່າງເຊັ່ນ ຫ້າມນຳເຂົ້າສິນຄ້າບາງຢ່າງ, ຈຳກັດການບິນລະຫວ່າງ 2 ປະເທດ, ຫ້າມບໍລິສັດຕວກກີບາງແຫ່ງ ເຮັດທຸລະກິດໃນຣັດເຊຍ ແລະ ລະງົບໂຄງການກໍ່ສ້າງທໍ່ສົ່ງແກັສລະຫວ່າງ 2 ປະເທດ.

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...