Homeຂ່າວຕ່າງປະເທດມຽນມາຕັ້ງເປົ້າ ຂະຫຍາຍເຄືອຂ່າຍ 3G ຄວບຄຸມ 95% ຂອງປະເທດ ພາຍໃນທ້າຍເດືອນມີນານີ້!

ມຽນມາຕັ້ງເປົ້າ ຂະຫຍາຍເຄືອຂ່າຍ 3G ຄວບຄຸມ 95% ຂອງປະເທດ ພາຍໃນທ້າຍເດືອນມີນານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ມັງກອນຜ່ານມານີ້ວ່າ ບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມມຽນມາ (MPT) ໄດ້ເປີດເຜີຍວ່າ ບໍລິສັດຈະດຳເນີນການ ຂະຫຍາຍເຄືອຂ່າຍບໍລິການ ລະບົບ 3G ໃຫ້ຄວບຄຸມ 90% ຂອງປະເທດໃນເດືອນກຸມພານີ້ ແລະ ຈະຂະຫຍາຍເພີ່ມຂຶ້ນ ໃຫ້ເປັນ 95% ພາຍໃນທ້າຍເດືອນມີນາ 2016.

ທັງນີ້ ປັດຈຸບັນເຄືອຂ່າຍ 3G ຂອງມຽນມາ ໄດ້ຄວບຄຸມພື້ນທີ່ຂອງປະເທດແລ້ວ 60% ໃນຂະນະທີ່ການເຂົ້າເຖິງ ການບໍລິການໂທລະສັບມືຖື ຂອງປະຊາກອນຊາວມຽນມາ ຢູ່ໃນລະດັບ 75.89% ຊຶ່ງນອກຈາກບໍລິສັດດັ່ງກ່າວ ໄດ້ຕັ້ງເປົ້າຂະຫຍາຍເຄືອຂ່າຍ 3G ແລ້ວ ຍັງໄດ້ດຳເນີນການ ສ້າງເຄືອຂ່າຍກຽມຮອງຮັບລະບົບ 4G ທີ່ກຳລັງຈະເປີດ ໃຫ້ບໍລິການໃນໄວໆນີ້ອີກດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...