spot_img
Homeຂ່າວພາຍ​ໃນບັນດາພັກການເມືອງເພື່ອນມິດທົ່ວໂລກ ສົ່ງສານຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ!

ບັນດາພັກການເມືອງເພື່ອນມິດທົ່ວໂລກ ສົ່ງສານຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ!

Published on

ໃນ​ໂອກາດ​ທີ່​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ 10 ຂອງພັກປະຊາຊົນປະຕິວັດ​ລາວ ໄດ້ໄຂ​ຂຶ້ນ​ແຕ່​ວັນ​ທີ 18-22 ມັງກອນ 2016 ໄດ້​ມີ​ບັນດາ​ພັກ​ການເມືອງ​ໃນ​ພາກ​ພື້ນ​ຕ່າງໆ​ຂອງໂລກ ຈຳນວນ​ເກືອບ 30 ພັກ ໄດ້ສົ່ງ​ໂທລະເລກ​ອວຍພອນ ແລະ ຊົມເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ແລະ ຊົມເຊີຍ​ການ​ນຳຊຸດ​ໃໝ່​ຂອງ​ພັກ ​ປປ ລາວ ຄື: ພັກ​ກອມ​ມູ​ນິດຫວຽດນາມ ພັກກອມ​ມູ​ນິດຈີນ ພັກ​ປະຊາຊົນກຳປູເຈຍ ພັກ​ແຮງ​ງານເກົາຫຼີ ພັກ​ກອມ​ມູ​ນິດກູ​ບາ ພັກ​ກອມມູ​ນິດອົດ​ສະ​ຕຣາ​ລີ ພັກ​ແຊນ​ນູ​ຣີ ສ ເກົາຫຼີ ກຸ່ມ​ກ້າວໜ້າ​ທົ່ວ​ອິນເດຍ ພັກ​ກອມ​ມູ​ນິດຣັດ​ເຊຍ ພັກກອມ​ມູ​ນິດອູ​ແກຣນ ພັກ​ກອມມູ​ນິດ​ໃໝ່ອັງກິດ ພັກ​ກອມ​ມູ​ນິດບັງ​ກະລາ​ເທດ ພັກ​ກອມ​ມູ​ນິດຕາຈິ​ກິດ​ສະຖານ ພັກ​ແຮງ​ງານແບນ​ຊິກ ພັກ​ກອມ​ມູ​ນິດປອກ​ຕຸຍການ ພັກ​ປະຊາຊົນມົງ​ໂກ​ລີ ພັກແນວ​ໂຮມປົດ​ປ່ອຍ​ປະຊາຊົນສີລັງກາ ພັກ​ກອມ​ມູ​ນິດເຢຍ​ລະມັນ ພັກ​ກອມ​ມູ​ນິດອິນ​ເດຍ-ມາກ​ຊິດ ພັກ​ກອມ​ມູ​ນິດສະ​ວິດ ພັກ​ກອມ​ມູ​ນິດນອກ​ແວ ພັກກອມ​ມູ​ນິດສີ​ລັງກາ ພັກ​ກອມມູ​ນິດສະຫະພັນຣັດ​ເຊຍ ພັກ​ສະຫະ​ພາບເພື່ອ​ຄວາມ​ສາມັກຄີ ແລະ ການ​ພັດທະນາ​ຂອງມຽນມາ ພັກ​ກອມ​ມູ​ນິດອາ​ເມ​ຣິ​ກາ ພັກ​ສັງຄົມ​ນິຍົມ​ຮັກ​ຊາດອີ​ຕາ​ລີ ແລະ ສະຖານທູດ​ເບ​ລາ​ລຸດ ປະຈຳ ​ສປປ ລາວ.

ເຊິ່ງ​ເນື້ອ​ໃນ​ລວມ​ຂອງ​ສານຊົມເຊີຍ​ຂອງ​ບັນດາ​ພັກ​ເພື່ອນ​ມິດ ແມ່ນ​ໄດ້​ຕີ​ລາຄາ​ສູງ​ການ​ໄຂ​ກອງປະຊຸມ​ໃຫຍ່​ຄັ້ງ​ນີ້ ເຊິ່ງ​ເປັນ​ເຫດການການເມືອງ​ທີ່​ມີ​ຄວາມ​ໝາຍສຳຄັນ​ຍິ່ງ ​ໃນ​ຊີວິດ​ການເມືອງຂອງ​ພັກ ກໍ່​ຄືຂອງ​ປະຊາຊົນລາວ​ບັນດາເຜົ່າ ເປັນ​ການ​ສະແດງ​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍ​ຕົວຢ່າງ​ບໍ່​ຢຸດ​ຢັ້ງ​ ຂອງ​ພັກປະຊາຊົນປະຕິວັດ​ລາວ ຕະຫຼອດ​ໄລຍະ​ແຫ່ງ​ການ​ຄົງ​ຕົວ ແລະ ຂະຫຍາຍຕົວ​ຂອງ​ຕົນ ພັກໄດ້​ຜ່ານ​ຜ່າ​ພະຍຸ​ລົມແດງ ສິ່ງ​ທ້າທາຍ ແລະ ການ​ທົດ​ສອບ​ນາໆປະການ ຍາດ​ໄດ້​ໄຊຊະນະ​ທີ່​ມີຄວາມ​ໝາຍ​ປະຫວັດສາດ ​ໃນ​ພາລະ​ກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ສະ​ຖາປະ​ນາ ສາທາລະນະ​ລັດ ປະຊາທິ​ປະ​ໄຕ ປະຊາຊົນ​ລາວ ​ຢ່າງ​ສະຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2 ທັນວາ 1975 ພ້ອມ​ນັ້ນ ກໍ່​ໄດ້​ຕີ​ລາຄາສູງ​ຕໍ່​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕາມ​ແນວທາງ​ປ່ຽນແປງ​ໃໝ່ຂອງ​ພັກ ສາມາດ​ປົກ​ປັກ​ຮັກສາອຳນາດອະທິປະ​ໄຕ ແລະ ຜືນແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ໄດ້​ຢ່າງໝັ້ນຄົງ ເຮັດ​ໃຫ້​ເສດຖະກິດ​ແຫ່ງຊາດ ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່ເນື່ອງ​ດ້ວຍ​ຈັງຫວະ​ໄວ ຊີວິດ​ການເປັນ​ຢູ່​ທາງ​ດ້ານ​ວັດຖຸ ແລະ ຈິດໃຈ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນຢ່າງ​ຈະແຈ້ງ ບົດບາດ ແລະ ອິດທິ​ພົນ​ຂອງ ​ສປປ ລາວ ນັບ​ມື້​ນັບສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ແລະ ສາກົນ ເຊິ່ງ​ຜົນສຳເລັດ​ອັນໃຫຍ່​ຫຼວງ​ເຫຼົ່ານັ້ນ ​ໄດ້​ສ້າງ​ຄວາມເຊື່ອ​ໝັ້ນ ແລະ ເປັນ​ກຳລັງ​ໃຈ​ອັນແຮງ​ກ້າ​ໃຫ້​ແກ່​ບັນດາ​ພັກ​ການເມືອງ​ປະຕິວັດ ກໍ່​ຄືຂະ​ບວນ​ການກຳມະກອນ ແລະ ປະຊາ​ຊາດທີ່​ຮັກຫອມ​ສັນຕິພາບ​ໃນ​ທົ່ວໂລກ.

ບັນດາ​ພັກ​ເພື່ອນ​ມິດ ຍັງໄດ້​ສະແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງໜັກ​ແໜ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳນຳພາ​ທີ່​ປີ​ຊາ​ສາມາດ​ສະຫຼາດສ່ອງ​ໃສ ​ຂອງ​ພັກປະຊາຊົນປະຕິ​ວັດ​ລາວ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ຊີວິດຕົວ​ຈິງ ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ​ຢ່າງ​ສຳເລັດ​ຜົນ ປະເທດລາວ​ຈະ​ສືບຕໍ່​ໄດ້​ຮັບ​ການ​ສ້າງສາ​ພັດທະນາ​ໃນ​ທຸກ​ດ້ານ ​ດ້ວຍບາດກ້າວ ແລະ ຖ່ວງ​ທ່າ​ໃໝ່​ທີ່ໜັກ​ແໜ້ນ ບັນລຸ​ເປົ້າ​ໝາຍ​ທີ່​ພັກວາງ​ໄວ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...