Homeຂ່າວການພັດທະນາລັດຖະບານ ເລັ່ງຮ່າງນະໂຍບາຍແຫ່ງຊາດ ພັດທະນາເຕັກໂນໂລຊີ ກ້າວສູ່ຍຸກເສດຖະກິດດີຈິຕອນ!

ລັດຖະບານ ເລັ່ງຮ່າງນະໂຍບາຍແຫ່ງຊາດ ພັດທະນາເຕັກໂນໂລຊີ ກ້າວສູ່ຍຸກເສດຖະກິດດີຈິຕອນ!

Published on

ກະຊວງ​ໄປສະນີ ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່ສານ ໃນນາມ​ຜູ້​ຮັບຜິດຊອບ​ໃນ​ການ​ຄົ້ນຄວ້າ​ຮ່າງ​ນະໂຍບາຍ​ແຫ່ງ​ຊາດ ດ້ານ​ເຕັກ​ໂນ​ໂລ​ຊີ​ສື່ສານ ແລະ ຂໍ້​ມູນ​ຂ່າວສານ ສະບັບ​ປັບປຸງ​ໃໝ່ ເພື່ອ​ກຽມ​ຄວາມ​ພ້ອມ​ຂອງ​ປະເທດ ຮອງ​ຮັບ​ກັບ​ສະພາບ​ການປ່ຽນແປງ​ໄປ​ສູ່​ຍຸກ​ເສດຖະກິດ​ດີ​ຈິຕອນ ຫຼື ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວສານ ໄດ້​ຈັດ​ກອງ​ປະຊຸມ​ລະດົມ​ຄວາມຄິດ​ເຫັນ​ໃສ່​ຮ່າງ​ນະໂຍບາຍ​ດັ່ງກ່າວ ໃນ​ວັນ​ທີ 28 ມັງກອນ 2016 ທີ່​ສະ​ຖາ​ບັນ​ວິທະຍາສາດສັງຄົມ​ແຫ່ງ​ຊາດ ມີ​ທ່ານ ບຸນ​ສະເຫຼີມ​ໄຊ ເຄນ​ນາ​ວົງ ຫົວໜ້າ​ຫ້ອງການກະຊວງ​ໄປສະນີ ໂທລະ​ຄົມມະ​ນາ​ຄົມ ແລະ ການ​ສື່ສານ ບັນດາ​ຫົວໜ້າ​ກົມ ຫ້ອງການຈາກກະຊວງ​ກ່ຽວຂ້ອງ ແລະ ຜູ້​ຕາງໜ້າ​ຈາກ​ບໍລິສັດ​ຜູ້​ປະກອບ​ການກ່ຽວ​ກັບ IT ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຜູ້​ເຂົ້າ​ຮ່ວມ​ ໄດ້ພ້ອມ​ກັນ​ຄົ້ນຄວ້າ​ວາງ​ແຜນ​ຮ່ວມກັນ ເພື່ອ​ແນໃສ່​ເຮັດ​ໃຫ້​ຮ່າງ​ນະໂຍ​ບາຍ​ແຫ່ງ​ຊາດ​ດ້ານ​ເຕັກ​ໂນໂລ​ຊີ​ສື່ສານ ແລະ ຂໍ້​ມູນ​ຂ່າວສານ ໃຫ້​ມີ​ຄວາມ​ຖືກຕ້ອງ​ສົມບູນ ແລະ ສອດຄ່ອງ​ກັບ​ສະພາບການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ ເຊິ່ງ​ປັດຈຸບັນ ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ສື່ສານ ຫຼື ລະບົບ IT ໃນ​ທົ່ວ​ໂລກ​ ແມ່ນ​ມີການ​ພັດທະນາ ແລະ ຂະຫຍາຍຕົວ​ໄວ ໂທລະສັບ​ມື​ຖື​ໄດ້​ຖືກ​ພັດທະ​ນາ ມາ​ຮອດ​ລະບົບ 3G-4G ແລະ ພວມ​ກ້າວ​ສູ່​ລະບົບ 5G ໃນ​ປີ 2020 ເມື່ອ​ໄປ​ເຖິງ​ຈຸດ​ນັ້ນ ລະບົບ​ການ​ເຮັດ​ວຽກ​ຈະ​ຖືກເຊື່ອມ​ຕໍ່​ເຂົ້າ​ອຸປະກອນ​ຮັບ​ໃຊ້​ຊີວິດ​ປະຈຳ​ວັນ ຈະ​ເຮັດ​ໃຫ້ການເຮັດ​ວຽກ​ມີ​ຄວາມ​ສະດວກສະບາຍ​ຍິ່ງ​ຂຶ້ນ ລວມ​ທັງ​ສາມາດຮອງ​ຮັບ​ການ​ຫັນ​ເປັນ​ທັນ​ສະໄໝແບບ​ເອ​ເລັກ​ໂຕຣ​ນິກ​ ຂອງ​ທົ່ວ​ຂະແໜງ​ການ ເປັນຕົ້ນແມ່ນ​ການຄ້າ E-Commerce ການ​ທະນາ​ຄານ ການ​ບໍລິຫານ ແລະ ບໍລິ​ການ​ຂອງ​ພາກ​ລັດ ແລະ ເອກະຊົນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...