spot_img
Homeຂ່າວທ້ອງຖິ່ນຫົວພັນ ຕີລາຄາວຽກງານກວດກາ

ຫົວພັນ ຕີລາຄາວຽກງານກວດກາ

Published on

    ວັນ​ທີ 28-29 ມັງ­ກອນ 2016 ນີ້, ແຂວງ​ຫົວ­ພັນ​ໄດ້​ຈັດ​ກອງ​ປະ­ຊຸມ​ກວດກາ​ທົ່ວ​ແຂວງ​ຫົວ­ພັນ​ປະ­ຈຳ​ປີ 2015 ທີ່​ຫ້ອງ​ປະ­ຊຸມ​ຫ້ອງ​ວ່າ­ການ​ປົກ­ຄອງ ແຂວງ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະ­ທານຂອງ​ສະ­ຫາຍ ຄຳ​ຜິວ ວົງ​ສະ­ຫວັນ ຮອງເລ­ຂາ​ພັກ​ແຂວງ, ປະ­ທານ​ແນວ​ລາວ ສ້າງ​ຊາດ​ແຂວງ, ສະ­ຫາຍ ຄຳ​ສອນ ເທບວົງ​ຊຳ ກຳ­ມະ­ການ​ປະ­ຈຳ​ພັກ​ແຂວງ, ປະທານ​ກວດ­ກາ​ພັກ-ລັດ​ຂັ້ນ​ແຂວງ, ມີ​ຜູ້ຕ່າງ​ໜ້າ­ທີ່​ເຮັດ​ວຽກ​ງານ​ກວດ­ກາ​ພະແນກ​ການ​ອ້ອມ​ຂ້າງ​ແຂວງ, ກອງ​ບັນ ຊາ​ການ ປກສ , ປກຊ, 10 ເມືອງ​ທົ່ວແຂວງ​ ພ້ອມ​ດ້ວຍ​ພະ­ນັກ­ງານ​ລັດ​ຖະກອນ​ພາຍ​ໃນ​ພະ​ແນກ​ກວດ­ກາ​ເຂົ້າ​ຮ່ວມ.

    ສະ­ຫາຍ ສີ​ແພງ ດວງ​ບຸດ​ດີ ຮອງ​ປະທານ​ກວດ­ກາ​ພັກ-ລັດ​ແຂວງ​ໄດ້​ຜ່ານ​ບົດສະ­ຫຼຸບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ກວດ­ກາ​ທົ່ວ​ແຂວງ​ຫົວ­ພັນ​ປະ­ຈຳ​ປີ 2015 ແລະ​ທິດ​ທາງ​ແຜນ­ການ​ປີ 2016 ຊຶ່ງ 1 ປີ­ຜ່ານ­ມາ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ​ຜົນ­ງານ ແລະ​ດ້ານ​ອ່ອນ​ຄົງ​ຄ້າງ​ທີ່​ຈະ​ໄດ້​ພ້ອມ​ກັນປັບ­ປຸງ​ແກ້​ໄຂ​ໃນ­ຕໍ່­ໜ້າ​ປະ­ຈຸ​ບັນ​ທົ່ວ​ແຂວງ ຫົວ­ພັນ​ມີ 124 ຄະ­ນະ​ພັກ​ຮາກ​ຖານ, ມີ 946 ໜ່ວຍ​ພັກ, ເພີ່ມ​ຂຶ້ນ 12 ຄະ­ນະ​ພັກ ຮາກ​ຖານ ແລະ 26 ໜ່ວຍ, ໃນ​ນີ້​ເປັນ​ໜ່ວຍ​ພັກ​ແຂງ​ຮູ້​ນຳ­ພາ​ຮອບ­ດ້ານ 392 ໜ່ວຍ, ໜ່ວຍ​ພັກ​ແຂງ 140 ໜ່ວຍ, ກາງ 58 ໜ່ວຍ, ບໍ່​ໄດ້​ຈັດ​ປະ­ເພດ 356 ໜ່ວຍ, ທົ່ວ​ແຂວງ​ມີ​ສະ­ມາ­ຊິກ​ພັກ​ທັງ​ໝົດ 13 ພັນ ກວ່າ​ສະ­ຫາຍ, ຍິງ 2 ພັນ​ກວ່າ​ສະ­ຫາຍ,ເພີ່ມ​ຂຶ້ນ 114 ສະ­ຫາຍ, ຍິງ 84 ສະ­ຫາຍ, ໃນ​ນີ້​ສະ­ມາ­ຊິກ​ພັກ​ສຳ­ຮອງ 561 ສະ­ຫາຍ, ຍິງ 96 ສະ­ຫາຍ, ໄດ້​ຕີ​ລາ­ຄາ​ແບ່ງ​ປະ ເພດ​ໃນ​ປີ 2015 ແລ້ວ 9,7 ພັນ​ກວ່າ ສະ ຫາຍ, ໃນ​ນີ້​ມີ​ສະ­ມາ­ຊິກ​ພັກ​ແຂງ​ຮອບ ດ້ານ 6,6 ພັນ​ກວ່າ​ສະ­ຫາຍ, ປະ­ເພດ​ແຂງ 2,5 ພັນ​ກວ່າ​ສະ­ຫາຍ, ກາງ 600 ສະຫາຍ, ອ່ອນ 37 ສະ­ຫາຍ ແລະ​ບໍ່​ໄດ້​ຈັດ ປະ­ເພດ 4,2 ພັນ​ກວ່າ​ສະ­ຫາຍ.

ນອກ​ນັ້ນ​ໃນ 1 ປີ­ຜ່ານ­ມາ​ໄດ້​ສຸມ​ໃສ່ ຮັບ​ເອ­ກະ­ສານ​ແຈ້ງ​ຊັບ​ສິນ​ພະ­ນັກ­ງານ-ລັດ­ຖະ­ກອນ ຊຶ່ງ​ມີ​ພະ­ນັກ­ງານ​ແຈ້ງ​ຊັບ ສິນ​ທັງ​ໝົດ 7 ພັນ​ກວ່າ​ຄົນ, ໃນ​ນີ້​ຂັ້ນ​ສູນ ກາງ​ຄຸ້ມ​ຄອງ 38 ຄົນ, ຂັ້ນ​ແຂວງ​ຄຸ້ມຄອງ 305 ຄົນ, ຂັ້ນ​ພະ­ແນກ­ການ​ຄຸ້ມ​ຄອງ 1,3 ພັນ​ກວ່າ​ຄົນ, ຂັ້ນ​ເມືອງ​ຄຸ້ມ​ຄອງ 5,3 ພັນ​ກວ່າ​ຄົນ, ເອົາ­ໃຈ­ໃສ່​ໃຫ້​ຄຳ​ປຶກ ສາ​ແກ່​ສະ­ມາ­ຊິກ​ພັກ, ພະ­ນັກ­ງານ ແລະ​ປະ ຊາ​ຊົນ​ບັນ­ດາ­ເຜົ່າ​ທັງ​ໝົດ 12 ເທື່ອ​ຄົນ,ໄດ້​ຮັບ​ຄຳ​ຮ້ອງ, ຄຳ​ສະ­ເໜີ​ທັງ​ໝົດ 23 ສະ­ບັບ, ໃນ​ນີ້​ແກ້​ໄຂ​ແລ້ວ 11 ສະ­ບັບ, ໃຫ້ ພາກ­ສ່ວນ​ກ່ຽວ­ຂ້ອງ​ແກ້​ໄຂ 6 ສະ­ບັບ, ແຈ້ງ​ຕອບ 3 ສະ­ບັບ, ພວມ​ສືບ­ຕໍ່​ຕິດ­ຕາມ ພາກ­ສ່ວນ​ກ່ຽວ­ຂ້ອງ​ແກ້​ໄຂ 2 ສະ­ບັບ ແລະ​ຊັດ​ມ້ຽນ 1 ສະ­ບັບ.

ສຳ­ລັບ​ທິດ​ທາງ​ແຜນ­ການ​ປີ 2016 ຈະ​ສືບ­ຕໍ່​ຊຸກ­ຍູ້​ໃຫ້​ບັນ­ດາ​ຄະ­ນະ​ກວດ­ກາ ເມືອງ ແລະ​ພະ­ແນກ­ການ​ອ້ອມ​ຂ້າງ​ແຂວງ ສ້າງ­ຕັ້ງ​ອົງ­ການ​ກວດ­ກາ​ລັດ​ຂັ້ນ​ຂອງ ຕົນ, ເອົາ­ໃຈ­ໃສ່​ເຜີຍ­ແຜ່​ກົດ­ໝາຍ​ວ່າ​ດ້ວຍ ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສືບ­ຕໍ່​ດຳ ເນີນ​ການ​ຮັບ​ແຈ້ງ​ຊັບ​ສິນ ແລະ​ຄຸ້ມ​ຄອງ ເອ­ກະ­ສານ​ແຈ້ງ​ຊັບ​ສິນ​ຂອງ​ພະ­ນັກ­ງານ, ດຳ­ເນີນ​ການ​ສືບ­ສວນ-ສອບ​ສວນ​ບຸກ­ຄົນ ທີ່​ມີ​ພຶດ­ຕິ​ກຳ​ສໍ້​ລາດ​ບັງ​ຫຼວງ​ເພື່ອ​ປະ­ກອບ ສຳ­ນວນ​ຄະ­ດີ​ໃຫ້​ອົງ­ການ​ໄອ​ຍາ​ການ ສານ​ປະ­ຊາ­ຊົນ​ດຳ­ເນີນ​ຕາມ​ກົດ­ໝາຍຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ໄດ້​ກຳ­ນົດ​ໄວ້.

ໂອ­ກາດ​ນີ້​ຍັງ​ໄດ້​ຈັດ​ພິ­ທີ​ມອບ-ຮັບ ໜ້າ­ທີ່​ລະ­ຫວ່າງ​ສະ­ຫາຍ ຄຳ​ຜິວ ວົງ​ສະຫວັນ ປະ­ທານ​ກວດ­ກາ​ພັກ​ຜູ້​ເກົ່າ ແລະ ທ່ານ ຄຳ​ສອນ ເທບ​ວົງ​ຊຳ ປະ­ທານ​ກວດ ກາ​ພັກ​ຜູ້​ໃໝ່​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິ­ຍານ​ຂອງ​ສະ­ຫາຍ ວັນ​ໄຊ ແພງ​ຊຸມ ມາ ກຳ­ມະ­ການ​ສູນ​ກາງ​ພັກ, ເລ­ຂາ​ຄະ­ນະບໍ­ລິ­ຫານ​ງານ​ພັກ​ແຂວງ, ເຈົ້າ­ແຂວງໆ ຫົວ­ພັນ, ມີ​ບັນ­ດາ​ສະ­ຫາຍ​ໃນ​ຄະ­ນະ​ປະ ຈຳ​ພັກ​ແຂວງ, ກຳ­ມະ­ການ​ພັກ​ແຂວງ, ເຈົ້າ­ເມືອງ, ຮອງ​ເຈົ້າ­ເມືອງ ແລະ​ຜູ້​ເຮັດວຽກ​ງານ​ກວດ­ກາ​ຂັ້ນ​ແຂວງ ແລະ​ຂັ້ນ ເມືອງ​ເຂົ້າ​ຮ່ວມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...