spot_img
Homeນານາສາລະ6 ພະຍາດທີ່ມາພ້ອມກັບໄພໜາວ

6 ພະຍາດທີ່ມາພ້ອມກັບໄພໜາວ

Published on

1. ພະຍາດໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່.
ອາການ: ໄຂ້ຫວັດ: ຕັນດັງ, ນ້ຳມູກໄຫຼ, ໄອ,ຈາມ
ໄຂ້ຫວັດໃຫຍ່: ປວດຫົວແຮງ, ມີໄຂ້ສູງ, ປວດເມື່ອຍຕາມຕົນໂຕ, ອາດມີອາການປຸ້ນທ້ອງ ແລະ ຈາມ
ວິທີຮັກສາ: ໄຂ້ຫວັດ: ນອນຜັກຜ່ອນຫຼາຍໆ, ເຊັດໂຕ ແລະ ກິນຢາຫຼຸດໄຂ້.
ໄຂ້ຫວັດໃຫຍ່: ຄວນໄປພົບແພດ.
2. ພະຍາດປອດບວມ.
ອາການ: ໄອ, ແໜ້ນເອິກ, ມີໄຂ້ສູງ ແລະ ຫາຍໃຈຫອບ. ມັກພົບຫຼັງຈາກເປັນໄຂ້ຫວັດຊ້ຳເຮື້ອ ຫຼື ຮຸນແຮງ.
ວິທີຮັກສາ: ຄວນໄປພົບແພດ.
3. ພະຍາດ ຫັດ.
ອາການ: ມີໄຂ້, ນ້ຳມູກໄຫຼ, ໄອ, ຕາແດງ, ມີຜື່ນຂື້ນຫຼັງມີໄຂ້ປະມານ 4 ມື້.
ວິທີ່ຮັກສາ: ພົບແພດ ແລະ ກິນຢາຫຼຸດໄຂ້.
4. ພະຍາດ ຫັດ ເຢຍລະມັນ.
ອາການ: ມີໄຂ້ຕ່ຳ-ປານກາງ ມີຜື່ນກະຈາຍທົ່ວໄປ.
ວິທີຮັກສາ: ກິນຢາຫຼຸດໄຂ້, ທາຢາແກ້ຜື່ນຄັນ ຫາກພົບໃນຜູ້ຍິງຖືພາໄລຍະ 3 ເດືອນທຳອິດຄວນໄປພົບແພດ.
5. ພະຍາດອີສຸກອີໃສ.
ອາການ: ເລີ່ມຈາກມີໄຂ້ຕ່ຳໆ ຕໍ່ມາຈະມີຜື່ນແດງ, ຕຸ່ມນູນໃສໆ ຈາກນັ້ນຈະເປັນຕຸ່ມໜອງ.
ວິທີຮັກສາ: ຮັກສາຕາມອາການຄົນປ່ວຍ ສ່ວນໃຫຍ່ຈະເຊົງຈາກອາການດັ່ງກ່າວໃນເວລາບໍ່ດົນ.
6. ພະຍາດຖອກທ້ອງ.
ອາການ: ຖ່າຍເປັນນ້ຳ ຮ່ວມກັບອາການໄຂ້ ແລະ ປວດຮາກ.
ວິທີຮັກສາ: ປະສົມສານລະລາຍນ້ຳຕານ ແລະ ເກືອແຮ່ ໃຫ້ຈິບນ້ຳຕະຫຼອດ ຖ້າຍັງບໍ່ດີຂື້ນໃຫ້ໄປພົບແພດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...