Homeຂ່າວຕ່າງປະເທດເສດຖະກິດ ​ຟິລິ​ບປິນ​ເຕີບ​ໂຕ 5,8%

ເສດຖະກິດ ​ຟິລິ​ບປິນ​ເຕີບ​ໂຕ 5,8%

Published on

​     ເສດຖະກິດ​ຟິລິບ​ປິນຂະຫຍາຍຕົວ​ 5,8% ​ໃນ​ປີ 2015 ທີ່​ຜ່ານ​ມາ ຕໍ່າ​ກວ່າ​ທີ່​ຄາດ​ຄະ​ເນ​ເອົາ​ໄວ້ ສ່ວນ​ມາ​ເລ​ເຊຍ​ຫຼຸດ​ຄາ​ດຄະ​ເນ​ປີ 2016 ​ແລະ ປັບ​ຫຼຸດ​ລາຍ​ຈ່າຍ​ພາກ​ລັດ ຫຼັງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັ​ກຈາ​ກລາຄາ​ນ້ຳມັນ​ຫຼຸດ.

    ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງ​ມະນີ​ລາ​ຂອງ​ຟິລິບ​ປິນ​ໃນ​ວັນ​ທີ 28 ມັງກອນ​ວ່າ ​ເສດຖະກິດ​ຟິລິບ​ປິນ​ເຕີບ​ໂຕ​ຢູ່​ທີ່ 5,8% ​ໃນ​ປີ 2015 ຕໍ່າ​ກວ່າ​ການຄາດ​ຄະ​ເນ​ຂອງ​ລັດຖະບານ ​ໂດຍ​ມີ​ສາ​ເຫດ​ຈາກ​ຜົນ​ກະທົບ​ຂອງ​ເສດຖະກິດ​ໂລກ​ອ່ອນ​ແອ, ປາກົດການ​ແອ​ລນິ​ໂຍ ​ແລະ ການ​ໃຊ້​ຈ່າຍ​ເງິນ​ຊັກ​ຊ້າ​ຂອງລັດຖະບານ​ໃນ​ຕົ້ນ​ປີ​ທີ່​ຜ່ານ​ມາ, ຊຶ່ງ​ກ່ອນ​ໜ້າ​ນີ້​ຟິລິບ​ປິນຄາດ​ຄະ​ເນ​ອັດຕາ​ການ​ເຕີບ​ໂຕ​ຂອງ​ຕົວ​ເລກ​ລວມຜະລິດ​ຕະພັນ​ພາຍ​ໃນ(ຈີ​ດີ​ພີ)ສຳລັບ​ປີ 2015​ ໄວ້​ຢູ່​ທີ່ ​7,8% ​ແຕ່​ຕໍ່​ມາ​ປັບ​ຫຼຸດ​ລົງ​ເຫຼືອ 6-6,5%. ທ່ານ ອາ​ເຊ​ນິ​ໂອ ບາ​ລິ​ຊາ​ກັນ ລັດຖະມົນຕີ​ວ່າການ​ກະຊວງ​ວາງ​ແຜນ​ເສດຖະກິດ​ຟິລິບ​ປິນກ່າວ​ວ່າ ຈີ​ດີ​ພີ ຟິລິບ​ປິນ​ເຕີບ​ໂຕ​ສະ​ເລ່ຍ 6,3% ຕະຫຼອດ 6 ປີ​ທີ່​ຜ່ານ​ມາ ຊຶ່ງ​ຖື​ວ່າ​ດີ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 1970 ການ​ລົງທຶນ​ພາກ​ລັດ ​ແລະ ​ເອກະ​ຊົນ​ເຕີບ​ໂຕກ​ວ່າ 2 ​ເທົ່າ.

ສ່ວນ​ມາ​ເລ​ເຊຍ​ປະກາດ​ປັບ​ຫຼຸດ​ຄາດ​ຄະ​ເນ​ອັດຕາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ປີ​ນີ້ລົງ 4-4,5% ​ແລະ ຫຼຸດ​ລາຍ​ຈ່າຍ​ພາກ​ລັດ​ຕາມ​ແຜນ ຂະນະ​ທີ່​ເສດຖະກິດ​ກຳລັງ​ອ່ອນ​ແອ​ຈາກ​ຜົນ​ກະທົບ​ຂອງ​ລາຄາ​ນ້ຳມັນ​ໂລກ​ທີ່​ຕົກ​ຕໍ່າ ສ້າງ​ຄວາມ​ໜັກ​ໃຈ​ຄັ້ງ​ໃໝ່​ຕໍ່​ນາຍົກລັດຖະມົນຕີນາຈິບ ຣາຊັກ​ທີ່​ກຳລັງ​ປະ​ເຊີນ​ກັບ​ຫຼາຍ​ບັນຫາ, ຊຶ່ງ​ລັດຖະບານມາ​ເລ​ເຊຍ​ກຳນົດ​ງົບປະມານ​ລາຍ​ຈ່າຍ​ປະຈຳ​ປີ 2016 ​ໄວ້​ກັບ​ລາຄາ​ນ້ຳມັນ​ສະ​ເລ່ຍຢູ່​ທີ່ 48 ​ໂດ​ລາ​ຕໍ່​ບາ​ເຣລ ​ແຕ່​ການ​ປະ​ເມີນ​ຖືກ​ປັບ​ຫຼຸດ​ລົງຢູ່​ທີ 30-35 ​ໂດ​ລາ​ຕໍ່​ບາ​ເຣລ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...