spot_img
Homeຂ່າວຕ່າງປະເທດລັດຖະມົນຕີເສດຖະກິດຍີ່ປຸ່ນ ລາອອກຈາກຕຳແໜ່ງທັງນ້ຳຕາ ຫລັງຖືກກ່າວຫາວ່າຮັບສິນບົນ!

ລັດຖະມົນຕີເສດຖະກິດຍີ່ປຸ່ນ ລາອອກຈາກຕຳແໜ່ງທັງນ້ຳຕາ ຫລັງຖືກກ່າວຫາວ່າຮັບສິນບົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມັງກອນຜ່ານມານີ້ວ່າ ທ່ານ ອາກິຣະ ອາມາຣິ ລັດຖະມົນຕີເສດຖະກິດຂອງຍີ່ປຸ່ນ ໄດ້ຕັດສິນໃຈລາອອກຈາກຕຳແໜ່ງ ພາຍຫລັງຖືກກ່າວຫາວ່າ ມີພຶດຕິກຳສໍ້ລາດບັງຫລວງ ໂດຍການຮັບເງິນສິນບົນຈາກບໍລິສັດກໍ່ສ້າງແຫ່ງໜຶ່ງ ຊຶ່ງທ່ານ ອາມາຣິ ໄດ້ທຳການຖະແຫລງຂ່າວຢູ່ນະຄອນຫລວງໂຕກຽວ ປະກາດການລາອອກຂອງຕົນ ໃນວັນພະຫັດທີ 28 ມັງກອນ 2016 ຜ່ານມາ ພ້ອມກັບນ້ຳຕາ ແລະ ສະແດງຄວາມເສຍໃຈ ຕໍ່ເຫດການທີ່ເກີດຂຶ້ນດັ່ງກ່າວ.

NjpUs24nCQKx5e1D7jWuPn0SsAUbTnQuyihTrCARVLIທັງນີ້ ທ່ານ ອາມາຣິ ໄດ້ຖືກແຕ່ງຕັ້ງຈາກ ນາຍົກລັດຖະມົນຕີ ຊິນໂສະ ອາເບະ ແຫ່ງປະເທດຍີ່ປຸ່ນ ໃຫ້ດຳລົງຕຳແໜ່ງ ລັດຖະມົນຕີເສດຖະກິດ ແລະ ນະໂຍບາຍ ເມື່ອທ້າຍປີ 2012 ເປັນຕົ້ນມາ ຈົນພາຍຫລັງມີວາລະສານທ້ອງຖິ່ນສະບັບໜຶ່ງຂອງຍີ່ປຸ່ນ ໄດ້ເຜີຍແຜ່ໃນອາທິດກ່ອນນີ້ວ່າ ທ່ານ ອາມາຣິ ແລະ ທີມທີ່ປຶກສາຂອງເຂົາ ໄດ້ລັກລອບຮັບເງິນສິນບົນ ຈາກບໍລິສັດກໍ່ສ້າງແຫ່ງໜຶ່ງ ເພື່ອຕອບແທນທີ່ເຂົາໄດ້ຊ່ວຍ ເຮັດໃຫ້ບໍລິສັດດັ່ງກ່າວ ຕິດຕໍ່ກັບເຈົ້າຂອງທີ່ດິນ ຊຶ່ງພາຍຫລັງທ່ານ ອາມາຣິ ໄດ້ອອກມາກ່າວຍອມຮັບ ວ່າໄດ້ຮັບເງິນດັ່ງກ່າວແທ້ຈິງ ແຕ່ຫາກເປັນເງິນບໍລິຈາກທາງການເມືອງ ໂດຍທີມງານຂອງເຂົາເອງ ຈັດການໃນເລື່ອງດັ່ງກ່າວຜິດພາດ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...