spot_img
Homeຂ່າວເຫດການທູດອົດສະຕຣາລີ ຈັດງານສະເຫລີມສະຫລອງວັນຊາດ ຄົບຮອບ 228 ປີ

ທູດອົດສະຕຣາລີ ຈັດງານສະເຫລີມສະຫລອງວັນຊາດ ຄົບຮອບ 228 ປີ

Published on

ຂປລ. ໃນວັນທີ 27 ມັງກອນນີ້ ທີ່ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ນະຄອນຫລວງວຽງຈັນ, ​ໄດ້ຈັດງານລ້ຽງສະຫລອງວັນຊາດຄົບຮອບ 228 ປີ ຂະນະທີ່ລັດຖະບານອົດສະຕຣາລີ ຢືນຢັນຈະສືບຕໍ່ເປັນຄູ່ຮ່ວມມື​ ໃຫ້ການ ຊ່ວຍເຫລືອປະຕິບັດຕົວຈິງ, ແບບສ້າງສັນ ແລະ ຕໍ່ເນື່ອງພາຍໃຕ້ແຜນການພັດທະນາ-ສັງຄົມ ຂອງສປປ ລາວ.

​ໃນພິທີສະ​ເຫລີ​ມສະຫລອງວັນຊາດດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຈອນ ວິວລ້ຽມ ເອກອັກຄະລັດຖະທູດວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ອົດສະຕຣາລີ ປະຈໍາສປປ ລາວ ພ້ອມ ບັນດາລັດຖະມົນຕີວ່າການ, ຊ່ວຍການ, ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

DSC_2695 australi 1ໂອກາດດັ່ງກ່າວ, ທ່ານ ຈອນ ວິວລ້ຽມ ກ່າວວ່າ: ປີ 2015 ສປປ ລາວ ​ໄດ້ມີເຫດການສໍາຄັນເກີດຂຶ້ນຫລາຍຢ່າງ ໂດຍສະເພາະການ ສະຫລອງວັນສະຖາປະນາສປປ ລາວ ຄົບຮອບ 40 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ, ປີ 2016 ສປປ ລາວ ເປັນປະທານອາຊຽນ ​ແລະ ປີ 2017 ຈະຫລອງວັນສ້າງຕັ້ງສາຍພົວພັນ ລາວ-ອົດສະຕຣາລີ ຄົບຮອບ 65 ປີ. ສະນັ້ນ ປະເທດອົດສະຕຣາລີ ໃນຖານະເພື່ອນບ້ານເຊັ່ນດຽວກັບບັນດາປະເທດ ໃນພາກພື້ນທີ່ໄດ້ຮັບຜົນປະໂຫຍດ ອັນໃຫຍ່ຫລວງຈາກການ ມີສະຖຽນລະພາບ ແລະ ຄວາມຖືກຕ້ອງປອງດອງ ຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ​ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດທີ່ ສປປ ລາວ ຍາດມາໄດ້ຢ່າງ​ໃຫຍ່ຫລວງພ້ອມນີ້, ອົດສະຕຣາລີ ໃນຖານະທີ່ເປັນປະ ເທດຄູ່ເຈລະຈາທຳອິດ ແລະ ເກົ່າແກ່ທີ່ສຸດຂອງ ASEAN ເຫັນວ່າຄຸນຄ່າຂອງການຮ່ວມມື ກັບບັນດາປະເທດເພື່ອນບ້ານ ໃນພາກພື້ນອາຊີຕາເວັນອອກ ສ່ຽງໃຕ້, ລວມທັງສາຍພົວພັນ ອັນແໜ້ນແຟ້ນ ແລະ ຍາວນານກັບສປປ ລາວ, ຂ້າພະເຈົ້າ ມີຄວາມຍິນດີ ແລະ ຂອບ ຂອບໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເຂົ້າຮ່ວມງານ ສະເຫລີມສະຫລອງວັນສໍາຄັນຕ່າງໆ ລວມທັງຜົນສຳເລັດທີ່ ສປປ ລາວຍາດມາໄດ້ ໃນໄລຍະ 4 ທົດສະວັດຜ່ານມາ ແລະ ຂໍຖືໂອກາດອວຍພອນ ໄຊມາຍັງຄະນະບໍລິຫານ​ງານ ​ສູນ​ກາງ​ພັກ​ຊຸດໃໝ່ ຈົ່ງປະສົບຜົນສຳເລັດ ໃນການນຳພາປະເທດຊາດ ໃຫ້ຜ່ານພົ້ນບັນດາສິ່ງທ້າທາຍຕ່າງໆ ໃນຕໍ່ໜ້າຢ່າງສົມບູນ ໂດຍສະເພາະການເພີ່ມຂຶ້ນ ຂອງການເຊື່ອມໂຍງເສດຖະກິດໂລກ ແລະ ພາກພື້ນ ຈະນຳເອົາໂອກາດໃໝ່ໆມາສູ່ສປປ ລາວ. 

ລັດຖະບານອົດສະຕຣາລີ ຢືນຢັນຈະສືບຕໍ່ເປັນຄູ່ຮ່ວມມື​ ໃຫ້ການຊ່ວຍເຫລືອປະຕິບັດຕົວຈິງ, ແບບສ້າງສັນ ແລະ ຕໍ່ເນື່ອງພາຍໃຕ້ແຜນການ ພັດທະນາ-ສັງຄົມຂອງສປປ ລາວ ໃນນັ້ນ, ບໍລິສັດອົດສະຕຣາລີ ຈະພິຈາລະນາເຂົ້າມາລົງທຶນ ຢູ່ສປປ ລາວ ​ໃຫ້​ຫລາຍຕື່ມເຊັ່ນ: ດ້ານບໍ່ແຮ່ ແລະ ພະລັງງານ​, ການຄົມມະນາຄົມຂົນສົ່ງ​​, ການກະສິກໍາ​, ການທ່ອງທ່ຽວ​, ການກໍ່ສ້າງ​, ການບໍລິການດ້ານກົດໝາຍ ​ແລະ ການເງິນ ດັ່ງ​ນີ້​ເປັນຕົ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...