Homeຂ່າວພາຍ​ໃນຈັບ 4 ຜູ້ຄ້າ ຜູ້ເສບ ມີຢາບ້າ 4.402  ເມັດ

ຈັບ 4 ຜູ້ຄ້າ ຜູ້ເສບ ມີຢາບ້າ 4.402  ເມັດ

Published on

ເຈົ້າໜ້າທີ່ສືບສວນ-ສອບສວນກອງບັນຊາການ ປກສ ເມືອງໄຊເຊດຖາ ໄດ້ສົມທົບກັບອົງການຈັດຕັ້ງບ້ານໂຊກຄໍາ ເມືອງໄຊເຊດຖາ ລົງມ້າງເປົ້າໝາຍຄ້າຂາຍຢາເສບຕິດສາມາດຈັບຕົວທ້າວ ລັດດາວັນ ຫຼື ໂບ້ ອາຍຸ 24 ປີຢູ່ບ້ານໂຊກຄໍາ ພ້ອມຂອງກາງຢາບ້າ ຈໍານວນ 1.665 ເມັດ, ສືບສວນ-ສອບສວນຂະຫຍາຍຜົນຫາເປົ້າໝາຍຊັດ ທອດສາມາດຈັບຕົວຜູ້ຂາຍຢາບ້າໄດ້ອີກ 1 ຄື: ທ້າວ ວິພາກອນ ຫຼື ເຈົ່າ ອາຍຸ 18 ປີ ຢູ່ບ້ານໂຊກຄໍາ ພ້ອມຢາບ້າ 2.737 ເມັດ ແລະຜູ້ມົ້ວສຸມຢາເສບຕິດອີກ 2 ຄົນຊື່ ທ້າວ ວິພາລິນ ຫຼື ຄິວ ອາຍຸ 25 ປີ ແລະທ້າວ ທິລະສັກ ຫຼື ຕ່າມ ອາຍຸ 24 ປີ ທັງສອງຢູ່ບ້ານສີສັງວອນ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງ ທັງໝົດຖືກຈັບຕົວໃນວັນທີ 12 ພະຈິກ 2015.

ທ້າວ ໂບ້ ໄດ້ຮັບສາລະພາບວ່າ: ໄດ້ເລີ່ມເສບຢາບ້າ ແລະຄ້າຂາຍຢາບ້າມາ ແຕ່ປີ 2013 ເສບມື້ລະ 1-3 ເມັດ, ສ່ວນຢາບ້າທີ່ນໍາມາເສບ ແລະຂາຍນັ້ນແມ່ນຊື້ນໍາທ້າວ ເຈົ່າ, ຊື້ຄັ້ງລະ 1 ຖົງເທົ່າກັບ 200 ເມັດ, ວິທີການແມ່ນຕິດຕໍ່ສັ່ງຊື້ ທາງໂທລະສັບ ແລ້ວທ້າວ ເຈົ່າ ກໍນໍາຢາບ້າມາສົ່ງໃຫ້ຢູ່ທີ່ເຮືອນຂອງຕົນ, ເມື່ອໄດ້ຢາບ້າມາແລ້ວກໍນໍາມາຂາຍໃຫ້ໄວລຸ່ນທົ່ວໄປ ຈົນຮອດປີ 2014 ຈຶ່ງໄດ້ສັ່ງຊື້ຢາບ້ານໍາທ້າວ ເຈົ່າ ຫຼາຍຂຶ້ນເປັນຄັ້ງລະ 5 ຖົງ 1 ມັດ, ຮອດວັນທີ 11 ພະຈິກ 2015 ຕົນໄດ້ຊື້ຢາບ້ານໍາທ້າວ ເຈົ່າ ຈໍານວນ 5 ຖົງ ຫຼື ເທົ່າກັບ 1.000 ເມັດ ບວກກັບຢາບ້າທີ່ຍັງເຫຼືອຈໍານວນ 665 ເມັດ, ມາຮອດວັນທີ 12 ພະຈິກ 2015 ກໍມີເຈົ້າໜ້າທີ່ມາກວດຄົ້ນເຮືອນ ຈຶ່ງພົບຢາບ້າຈໍານວນດັ່ງກ່າວ.

ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ໄດ້ໃຫ້ຮູ້ວ່າ: ເມື່ອຈັບຕົວທ້າວ ໂບ້ ໄດ້ແລ້ວກໍໄດ້ວາງແຜນສືບຕໍ່ຂະຫຍາຍຜົນ ຫາເປົ້າໝາຍຊັດທອດ, ໃນເວລາຕໍ່ມາຂອງວັນດຽວກັນເຈົ້າໜ້າທີ່ກໍໃຊ້ວິທີການໃຫ້ທ້າວ ໂບ້ ໂທລະສັບສັ່ງຊື້ຢາ ບ້ານໍາທ້າວ ເຈົ່າ ອີກ, ເມື່ອຮອດເວລານັດໝາຍທ້າວ ເຈົ່າ ກໍໄດ້ຂັບຂີ່ລົດຈັກມາສົ່ງຢາບ້າໃຫ້ທ້າວ ໂບ້, ເຈົ້າໜ້າທີ່ ຈຶ່ງສະແດງຕົວເຂົ້າຈັບກຸມທ້າວ ເຈົ່າ ແລະກວດຄົ້ນລົດພົບເຫັນຢາບ້າຢູ່ເບາະລົດຈໍານວນ 137 ເມັດ, ຈາກນັ້ນກໍໄດ້ ປະສານກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອເຂົ້າກວດຄົ້ນເຮືອນຂອງທ້າວ ເຈົ່າ, ຜ່ານການກວດຄົ້ນ, ເຈົ້າໜ້າທີ່ຈຶ່ງພົບເຫັນຢາບ້າຈໍານວນ 1 ມັດກັບ 3 ຖົງ ແລະອຸປະກອນເສບຢາບ້າຈໍານວນຫຼາຍ, ນອກຈາກນີ້ຍັງສາມາດຈັບຕົວທ້າວ ຄິວ ຊຶ່ງເປັນອ້າຍຄີງຂອງທ້າວ ເຈົ່າ ແລະ ທ້າວ ຕ່າມ ຊຶ່ງເປັນລູກຂອງປ້າທ້າວ ເຈົ່າ ທີ່ກໍາລັງມົ້ວສຸມຢາເສບ ຕິດຢູ່ເຮືອນຫຼັງດັ່ງກ່າວ, ສາມາດຢຶດລົດກະບະວີໂກ້ (ແຄັບ) ສີຂາວໝາຍເລກທະບຽນ ກຣ 8288 ກໍາແພງນະຄອນ ຂອງທ້າວ ຕ່າມທີ່ເຄີຍນໍາໃຊ້ເຂົ້າ ໃນການຂົນສົ່ງຢາບ້າ, ຈາກນັ້ນ ເຈົ້າໜ້າທີ່ກໍໄດ້ນໍາຕົວພວກກ່ຽວມາທີ່ກອງຄະດີອາຍາ ປກສ ເມືອງໄຊເຊດຖາ ເພື່ອດໍາເນີນການສືບສວນ-ສອບສວນຕາມລະບຽບກົດໝາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...