spot_img
Homeຂ່າວຕ່າງປະເທດລັດຖະບານສະວີເດັນ ກຽມເນລະເທດຜູ້ອົບພະຍົບກ່ວາ 80,000 ຄົນ ຫລັງປະຕິເສດຄຳຮ້ອງຂໍລີ້ໄພ!

ລັດຖະບານສະວີເດັນ ກຽມເນລະເທດຜູ້ອົບພະຍົບກ່ວາ 80,000 ຄົນ ຫລັງປະຕິເສດຄຳຮ້ອງຂໍລີ້ໄພ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມັງກອນນີ້ວ່າ ລັດຖະບານສະວີເດັນ ກຽມເນທະເທດຜູ້ອົບພະຍົບ ປະມານ 80,000 ຄົນ ທີ່ເດີນທາງເຂົ້າປະເທດໃນປີ 2015 ຊຶ່ງຖືກລັດຖະບານປະຕິເສດຄຳຮ້ອງ ເພື່ອຂໍລີ້ໄພ ໂດຍທ່ານ ອັງເດີ ເຢມານ ລັດຖະມົນຕີວ່າການ ກະຊວງພາຍໃນ ປະເທດສະວີເດັນ ໄດ້ອອກຖະແຫລງໃນມື້ວານນີ້ (27 ມັງກອນ) ລະບຸວ່າ ຂະນະນີ້ລັດຖະບານ ໄດ້ຂໍໃຫ້ທາງຕຳຫລວດ ແລະ ໜ່ວຍງານທີ່ຄຸ້ມຄອງຜູ້ອົບພະຍົບ ກະກຽມສຳລັບການເນລະເທດແລ້ວ.

ທ່ານ ອັງເດີ ເຢມານ ລັດຖະມົນຕີວ່າການ ກະຊວງພາຍໃນ ສະວີເດັນ
ທ່ານ ອັງເດີ ເຢມານ ລັດຖະມົນຕີວ່າການ ກະຊວງພາຍໃນ ສະວີເດັນ

ທ່ານ ເຢມານ ກ່າວຕື່ມວ່າ ການເນລະເທດຜູ້ລີ້ໄພ ໂດຍປົກກະຕິແລ້ວ ແມ່ນຈະໃຊ້ເຮືອບິນໂດຍສານ ເປັນພາຫະນະ ຂັບອອກນອກປະເທດ, ແຕ່ໃນກໍລະນີນີ້ ອາດຕ້ອງໃຊ້ເຮືອບິນເຊົ່າເໝົາລຳ ເນື່ອງຈາກມີຈຳນວນຜູ້ຖືກເນລະເທດ ຈຳນວນຫລວງຫລາຍ.

ທັງນີ້ ສະວີເດັນ ໄດ້ເປີດປະເທດຮັບເອົາຜູ້ລີ້ໄພກ່ວາ 160,000 ຄົນ ໃນປີ 2015 ຊຶ່ງຖືເປັນປະເທດຕົ້ນໆ ໃນສະຫະພາບເອີຣົບ ເມື່ອປຽບທຽບກັບອັດຕາສ່ວນພົນລະເມືອງ ທີ່ມີຢູ່ພຽງແຕ່ 9.8 ລ້ານຄົນເທົ່ານັ້ນ ໂດຍມາດຕະການເນລະເທດດັ່ງກ່າວນີ້ ຈະເປັນການຂັບຜູ້ອົບພະຍົບ ຊຶ່ງສ່ວນໃຫຍ່ພາກັນຫລົບໜີ ຈາກໄພສົງຄາມ ຢູ່ປະເທດຊີຣີ, ອີຣັກ ແລະ ອັບການິສະຖານ ເຂົ້າມາເອີຣົບ ກັບຄືນໄປສູ່ຖິ່ນຖານເດີມ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...