spot_img
Homeຂ່າວທ້ອງຖິ່ນກຽມພົບວັງຄຳແຫຼ່ງທ່ອງທ່ຽວໃໝ່ໃນແຂວງສາລະວັນ

ກຽມພົບວັງຄຳແຫຼ່ງທ່ອງທ່ຽວໃໝ່ໃນແຂວງສາລະວັນ

Published on

 

ວັງ​ຄຳ​ຖື​ເປັນ​ອີກ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຕັ້ງ​ຢູ່​ຈຸດ​ໃຈ­ກາງ​ລະ­ຫວ່າງ ບ້ານ​ນາ​ຕູ ແລະ​ບ້ານ​ກະ​ແຫຼງ​ເມືອງ ແລະ​ແຂວງ​ສາ­ລະ​ວັນ, ຊຶ່ງ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ​ປັບ­ປຸງ​ມາ​ແຕ່​ທ້າຍ​ປີ 2015 ຜ່ານ ມາ​ຮອດ​ປະ­ຈຸ​ບັນ​ໃກ້​ຈະ​ສຳ­ເລັດ​ແລ້ວ, ຄາດ​ຈະ​ເລີ່ມ​ເປີດ​ໃຫ້​ບໍ­ລິ­ການ​ຢ່າງ​ເປັນ​ທາງ​ການ​ໃນ​ອີກ​ບໍ່​ດົນ, ທັງ​ນີ້​ກໍ​ເພື່ອ​ດຶງ​ດູດ​ບັນ­ດາ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ທຸກ​ສາ­ລະ​ທິດ​ເຂົ້າ​ມາ ທ່ຽວ​ຊົມ​ພາກ​ໃຕ້ ໂດຍ​ສະ­ເພາະ​ແຂວງ​ສາ­ລະ​ວັນ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ.

ວັນ​ທີ 26 ມັງ­ກອນ​ຜ່ານ​ມາ​ນີ້ ທ່ານ ພູ​ທົງ ຄຳ​ມະ­ນີ​ວົງ ຮອງ​ເຈົ້າ­ແຂວງໆ​ສາ­ລະ​ວັນ ຜູ້​ຊີ້​ນຳ​ວຽກ​ງານ​ວັດ­ທະ­ນະ­ທຳ​ສັງ­ຄົມ​ໄດ້​ລົງ​ຊຸກ­ຍູ້​ຕິດ­ຕາມ​ສະ­ຖານ­ທີ່​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ ດັ່ງ­ກ່າວ ພ້ອມ​ດ້ວຍ​ຫົວ­ໜ້າ​ພະ­ແນກ­ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ ໃນ​ນັ້ນ ມີ​ຮອງ​ເຈົ້າ­ເມືອງ​ສາ­ລະ​ວັນ, ເມືອງ​ເລົ່າ​ງາມ ແລະ​ພະ­ນັກ­ງານ​ວິ­ຊາ​ການ​ຈາກ​ຂະ­ແໜງ​ທ່ອງ​ທ່ຽວ, ພ້ອມ​ນາຍ­ບ້ານ ແລະ​ພໍ່​ແມ່​ປະ­ຊາ­ຊົນ​ບ້ານ​ນາ​ຕູ ແລະ​ບ້ານ​ກະ​ແຫຼງ​ໃຫ້­ການ​ຕ້ອນ­ຮັບ.

ໂອ­ກາດ​ນີ້ ທ່ານ ສົມ​ໃຈ ອຸ່ນ​ຈິດ ກຳ­ມະ­ການ​ພັກ​ແຂວງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ 14 ທັງ​ແມ່ນ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ​ແຂວງ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແຫຼ່ງ​ທ່ອງ​ທ່ຽວ​ວັງ​ຄຳ​ໃນ​ໄລ­ຍະ​ຜ່ານ​ມາ ໂດຍ​ຫຍໍ້​ວ່າ: ແຫຼ່ງ​ທ່ອງ​ທ່ຽວ​ວັງ​ຄຳ​ແມ່ນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ແຫ່ງ​ໜຶ່ງ​ທີ່­ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ ຊຶ່ງ​ໄດ້​ລົງ­ມື​ປັບ­ປຸງ​ມາ​ແຕ່​ເດືອນ​ທັນ­ວາ 2015 ແລະ​ເດືອນ​ມັງ­ກອນ​ຂອງ​ປີ 2016 ແມ່ນ​ໄດ້​ນຳ​ເອົາ​ເຄື່ອງ​ກົນ​ຈັກ​ເຂົ້າ​ມາ​ບຸກ­ເບີກ ພ້ອມ​ທັງ​ອະ­ນາ­ໄມ​ຕາມ​ຈຸດ​ຕ່າງໆ​ເພື່ອ​ໃຫ້​ສະ­ອາດ ແລະ​ຈົບ­ງາມ, ມາ​ຮອດ​ປະ­ຈຸ​ບັນ​ແມ່ນ​ສຳ­ເລັດ​ການ​ແກ້​ໄຂ​ບັນ­ຫາ​ເລື່ອງ​ດິນ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ທີ່​ຕິດ​ຈອດ​ກັບ​ແຫຼ່ງ​ທ່ອງ​ທ່ຽວ​ຕາມ​ເຂດ​ລຳ​ນຳ​ເຊ​ເສັດ, ສະ­ຖານ­ທີ່​ຈອດ​ລົດ, ຂົວ​ໄມ້​ໃຜ່​ລຽງ​ລຳ ແລະ​ຄັນ​ກັນ​ລຳ​ຈຳ­ນວນ 2 ຈຸດ, ສຳ­ເລັດ​ສ້າງ​ເຮືອ​ແພ 1 ລຳ, ຈັດ​ຊື້​ກົງ​ເບັງ​ຈຳ­ນວນ 13 ອັນ, ໄດ້​ສ້າງ​ຈຸດ​ກະ­ໂດດ​ນ້ຳ​ໃຫ້​ນັກ​ທ່ອງ​ທ່ຽວ ແລະ​ສຳ­ເລັດ​ການ​ສ້າງ​ປ້າຍ​ໂຄ­ສະ­ນາ ແລະ​ຊີ້​ບອກ​ທາງ​ເຂົ້າ​ຫາ​ແຫຼ່ງ​ທ່ອງ​ທ່ຽວ​ຈຳ­ນວນ​ໜຶ່ງ ພ້ອມ​ທັງ​ໂຄ­ສະ­ນາ​ຜ່ານ​ແຜນ​ໃບ​ປີວ, ທັງ​ນີ້ ກໍ​ເພື່ອ​ໃຫ້​ມີ​ຄວາມ​ພ້ອມ​ທີ່​ຈະ​ເປີດ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ໃໝ່​ຢ່າງ​ເປັນ​ທາງ​ການ​ໃນ​ຊວງ​ບຸນ­ປີ­ໃໝ່​ລາວ​ທີ່​ຈະ​ມາ​ເຖິງ​ນີ້.

ສຳ­ລັບ​ທິດ​ທາງ​ຕໍ່­ໜ້າ ແມ່ນ​ຈະ​ສືບ­ຕໍ່​ສ້າງ­ສາ​ລາ​ຊົມ​ວິວ, ບຸກ­ເບີກ​ປັບ​ໜ້າ­ດິນ​ສະ­ຖານ­ທີ່​ຕ່າງໆ​ໃຫ້​ຈົບ­ງາມ, ສ້າງ​ສີ​ລະ​ປະ​ວັດ­ທະ­ນາ​ທຳ​ປະ­ຈຳ​ບ້ານ, ແລະ​ຍົກ​ລະ­ດັບ​ເສັ້ນ­ທາງ​ເຂົ້າ​ຫາ​ແຫຼ່ງ​ທ່ອງ​ທ່ຽວ, ສ້າງ​ແຜນ​ຄຸ້ມ​ຄອງ ແລະ​ນຳ​ໃຊ້, ສ້າງ​ກົນ​ໄກ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ​ເພື່ອ​ນຳ​ສະ­ເໜີ​ກົມ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ລົງ​ມາ​ຊ່ວຍ​ຈັດ​ສັນ​ວາງ​ແຜນ​ພັດ­ທະ­ນາ.

ທ່ານ​ຮອງ​ເຈົ້າ­ແຂວງ​ຍັງ​ໄດ້​ເນັ້ນ​ໃຫ້​ບັນ­ດາ​ພະ­ແນກ­ການ​ຕ່າງ​ທີ່​ກ່ຽວ­ຂ້ອງ ເປັນ​ເຈົ້າ​ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໜ້າ​ວຽກ​ຂອງ​ຕົນ​ເປັນ­ຕົ້ນ​ແມ່ນ​ເລື່ອງ ເສັ້ນ­ທາງ​ຕ້ອງ​ໃຫ້​ໄດ້​ມາດ­ຖານ​ເພື່ອ​ຫຼີກ​ລ້ຽງ​ຈາກ​ນ້ຳ​ຖ້ວມ ແລະ​ຈາກ​ການ​ເຊາະ ເຈື່ອນ​ຂອງ​ນ້ຳ, ພ້ອມ​ທັງ​ສ້າງ​ຫ້ອງ​ສຸກ ຂາ​ເພື່ອ​ບໍ­ລິ­ການ​ແຂກ​ທີ່​ມາ​ທ່ອງ​ທ່ຽວ ແລະ​ບັນ­ຫາ​ເລື່ອງ​ດຶງ​ຕາ​ຂ່າຍ​ໄຟ­ຟ້າ​ເຂົ້າ​ມາ​ໃສ​ແຫຼ່ງ​ທ່ອງ​ທ່ຽວ, ນອກ​ນັ້ນ​ກໍ​ໄດ້​ໂອ້​ລົມ​ຕໍ່​ພໍ່​ແມ່​ປະ­ຊາ­ຊົນ​ຕ້ອງ​ເປັນ​ເຈົ້າ​ການ, ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການ​ບຸກ­ເບີກ​ອະ­ນາ­ໄມ​ໃນ​ຈຸດ​ເຂດ​ແຫຼ່ງ​ທ່ອງ​ທ່ຽວ​ນີ້​ໃຫ້​ມີ ຄວາມ​ສະ­ອາດ ແລະ​ຈົບ­ງາມ ພ້ອມ​ທັງ ຮັກ­ສາ​ລະ­ບົບ​ນິ­ເວດ​ໃຫ້​ໄວ້​ຄື­ເກົ່າ​ເພາະ­ວ່າ​ວຽກ​ງານ​ການ­ທ່ອງ­ທ່ຽວ​ນີ້​ເປັນ​ວຽກ​ງານ​ທີ່​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ.

ໂດຍ​ປະ­ຈຸ​ບັນ ທົ່ວ​ແຂວງ​ສາ­ລະ​ວັນ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ 84 ແຫ່ງ, ໃນ​ນັ້ນ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ 43 ແຫ່ງ, ປະ­ຫວັດ­ສາດ 7 ແຫ່ງ ແລະ​ວັດ­ທະ­ນະ­ທຳ 34 ແຫ່ງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...