spot_img
Homeຂ່າວຕ່າງປະເທດອິດສະຣາແອນລະບຸ ຕວກກີລັກຊື້ນ້ຳມັນເຖື່ອນ ຈາກກຸ່ມໄອເອັສມາດົນນານ ສວນທາງຄຳແກ້ຕາງຂອງສະຫະລັດຯ!

ອິດສະຣາແອນລະບຸ ຕວກກີລັກຊື້ນ້ຳມັນເຖື່ອນ ຈາກກຸ່ມໄອເອັສມາດົນນານ ສວນທາງຄຳແກ້ຕາງຂອງສະຫະລັດຯ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ມັງກອນນີ້ວ່າ ທ່ານ ໂມເຊ ຢາລອນ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດອິດສະຣາແອນ ໄດ້ອອກມາກ່າວຫາລັດຖະບານຕວກກີວ່າ ລັກລອບຊື້ນ້ຳມັນເຖື່ອນ ຈາກກຸ່ມລັດອິດສະລາມ ຫລື ໄອເອັສ ມາເປັນເວລາດົນນານ ເຮັດໃຫ້ກຸ່ມດັ່ງກ່າວ ມີເງິນມາໃຊ້ໃນການເຄື່ອນໄຫວ ກໍ່ຄວາມບໍ່ສະຫງົບ ໂດຍທ່ານໄດ້ກ່າວວ່າ ” ກຸ່ມໄອເອັສມີຄວາມສະດວກສະບາຍ ກັບການໃຊ້ເງິນທີ່ໄດ້ຈາກຕວກກີ ມາຫລາຍໂພດແລ້ວ ”

ທ່ານ ຢາລອນ ຍັງໄດ້ກ່າວຕື່ມອີກວ່າ ປັດຈຸບັນນີ້ແມ່ນຂຶ້ນຢູ່ກັບຕວກກີ ລັດຖະບານຕວກກີ ແລະ ຜູ້ນຳຕວກກີ ທີ່ຈະຕັດສິນໃຈວ່າ ພວກເຂົາຕ້ອງການເປັນສ່ວນໜຶ່ງ ໃນການຮ່ວມມືກັບການຕໍ່ຕ້ານກຸ່ມກໍ່ການຮ້າຍ ຫລື ບໍ່ ໂດຍໃນໄລຍະຜ່ານມາ ລັດຖະບານຕວກກີ ໄດ້ອະນຸຍາດໃຫ້ນັກຮົບກຸ່ມໄອເອັສ ເດີນທາງຈາກເອີຣົບ ເຂົ້າໄປຊີຣີ ແລະ ອີຣັກ ພ້ອມທັງອະນຸຍາດໃຫ້ຄົນເຫລົ່ານີ້ ກັບຄືນອອກມາໄດ້ອີກ.

ທັງນີ້ ເມື່ອເດືອນທັນວາປີ 2015 ຜ່ານມາ ລັດຖະບານສະຫະລັດອາເມຣິກາ ຊຶ່ງເປັນພັນທະມິດໃກ້ຊິດ ກັບລັດຖະບານອິດສະລາແອນ ຫາກໍອອກມາປະຕິເສດຄຳກ່າວຫາຂອງຣັດເຊຍ ທີ່ລະບຸວ່າ ລັດຖະບານຕວກກີ ມີສ່ວນກ່ຽວຂ້ອງກັບການຊື້-ຂາຍນ້ຳມັນເຖື່ອນ ກັບກຸ່ມໄອເອັສ, ເຮັດໃຫ້ການອອກມາກ່າວອ້າງ ຂອງອິດສະຣາແອນໃນຄັ້ງນີ້ ເປັນການສະໜັບສະໜູນ ຄຳກ່າວອ້າງຂອງຣັດເຊຍ ແລະ ສວນທາງກັບລັດຖະບານ ສະຫະລັດດອາເມຣິກາ ຊຶ່ງເປັນພັນທະມິດຂອງຕົນ ຢ່າງສິ້ນເຊີງ.

 

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...